ດຣ. ຄອນເພັດ ລິລີ ຫຼ່ຽມທອງສະໝຸດ ນັກວິຊາການຝ່າຍການສຶກສາ ພ້ອມທັງເຮັດວຽກ ອາສະໝັກ ປະສານງານກັບບັນດາພໍ່ແມ່ ຜູ້ປົກຄອງພວກນັກຮຽນ ເພື່ອຊ່ວຍຊຸກຍູ້ ການສຶກສາ.
ທ່ານທະວີ ທຳມະສຸກ ເຈີນ ເປັນນັກສະຖາປະນິກ ທີ່ມີຄວາມຊຳນານ ໃນຕອນກາງເວັນ ແລະເປັນນັກບັນເທີງ ທີ່ຮູ້ກັນດີໃນຕອນກາງຄືນ ຢູ່ໃນວົງສັງຄົມ ລາວອາເມຣິກັນ.
ປະຊາຄົມລາວ ແລະປະຊາຄົມອື່ນໆ ທີ່ມາຈາກເຂດເອເຊຍ ພ້ອມດ້ວຍ ພວກເຈົ້າໜ້າທີ່ການາດາ ເຂົ້າຮ່ວມສະ ຫຼອງ ຄົບຮອບສີ່ສິບປີ ໃນການຕັ້ງຖິ່ນຖານ ປະຊາຄົມລາວ-ການາດາ ທີ່ນະຄອນໂຕຣອນໂຕ.
ບັນດາສະມາຊິກ ປະຊາຄົມລາວ ຢູ່ປະເທດຕ່າງໆ ກຳລັງກະກຽມ ການສະຫຼອງ ບຸນປີໃໝ່ສາກົນ ປີ 2019 ທີ່ຈະກ້າວມາເຖິງ ໃນອີກ 4 ມື້ຂ້າງໜ້ານີ້.
ຍາມພັກບຸນ ແລະການສະຫຼອງ ວັນປະສູດ ຂອງພະເຍຊູ ສຳລັບຊາວພຸດ ລາວ-ອາເມຣິກັນ ໃນສະຫະລັດ.
ມີຫຼາຍກວ່າ 10 ອົງການ ເຂົ້າຮ່ວມ ປະທ້ວງ ເພື່ອສະແດງອອກ ຊຶ່ງຄວາມຮູ້ສຶກນຶກຄິດ ທີ່ສະແຫວງຫາອິດສະຫຼະພາບໃນການປາກເວົ້າແລະການດຳລົງຊີວິດທີ່ປາດສະຈາກການຖືກກົດຂີ່ຂົ່ມເຫັງຈາກພັກລັດ ປົກຄອງຢູ່
ບັນດາແຂກຊາວລາວ ພາຍໃນລັດເວີຈີເນຍ ແລະລັດໃກ້ຄຽງ ພ້ອມດ້ວຍແຂກຕ່າງປະເທດ ຈຳນວນນຶ່ງ ໄດ້ເຂົ້າມາຮ່ວມໃນງານລ້ຽງ ສະເຫຼີມສະຫຼອງ ວັນຊາດ ທີ 2 ທັນວາ ປະມານ 100 ກວ່າຄົນ.
ທ່ານແວນ ຣິດ ເຊື້ອສາຍລາວ ເກີດຢູ່ໃນສູນອົບພະຍົບປະເທດໄທ ຄອບຄົວໄປຕັ້ງຖິ່ນຖານຢູ່ໃນປະເທດອາເຈັນ ຕີນາ ແລະຕໍ່ມາໄດ້ເຂົ້າມາຕັ້ງຊີວິດ ເຮັດທຸລະກິດຢູ່ເມືອງແທມປາ ລັດຟລໍຣິດາ ສະຫະລັດອາເມຣິກາ.
ວັນພະຫັດ ອາທິດທີສີ່ຂອງເດືອນພະຈິກ ແຕ່ລະປີ ແມ່ນວັນສະຫຼອງ ບຸນຂອບຄຸນພະເຈົ້າ ຫຼື Thanksgiving ຢູ່ໃນສະຫະລັດ ອາເມຣິກາ ທີ່ໄດ້ສະຫຼອງກັນມາ ເປັນເວລາດົນກວ່າ 200 ປີແລ້ວ
ທ່ານບຸນເຍືອງ ອຸດທະວົງ ຄົນຂັບລົດຂົນສົ່ງອາຊີບ ຂ້າມປະເທດ ທີ່ຕັ້ງຖິ່ນຖານ ຢູ່ເມືອງຊາກິນໍ ລັດເທັກຊັສ. ທ່ານໄດ້ປະກອບວິຊາອາຊີບ ຂັບລົດຂະໜາດໃຫຍ່ ດ້ວຍຄວາມມ່ວນຊື່ນ ມາເປັນເວລາກວ່າ 15 ປີແລ້ວ.
ເຖິງແມ່ນວ່າ ຕ້ອງໄດ້ຜ່ານພ່າຊີວິດອັນຫຍຸ້ງຍາກ ໃນການຝຶກຊ້ອມ ເປັນທະຫານ ກໍຕາມ ແຕ່ທ່ານແອ່ງຄຳ ກໍຍັງຢາກໃຫ້ຫລາຍຄົນ ພ້ອມດ້ວຍລູກຫລານຂອງທ່ານ ເຂົ້າເປັນທະຫານຍ້ອນເຫດຜົນຫລາຍຢ່າງ.
ທ່ານນາງ ທີນາ ເປັນຄົນອາເມຣິກັນ ເຊື້ອສາຍລາວຄົນທຳອິດ ທີ່ໄດ້ກ້າວຂຶ້ນໄປ ເຂົ້າຮ່ວມໃນວົງການ ການເມືອງຂອງສະຫະລັດ ແຂ່ງຂັນກັບ ຊາວອາເມຣິກັນ ທີ່ມາຈາກທຸກເຊື້ອສາຍ ແລະທຸກວັດທະນາທຳ-ສັງຄົມ.
ໂຫລດຕື່ມອີກ
No live streaming currently available