ບັນດາປະຊາຄົມອາເມຣິກັນ ແລະຝຣັ່ງ ເຊື້ອສາຍລາວ ຢູ່ທົ່ວປະເທດ ກະກຽມສະຫຼອງ ບຸນປີໃໝ່ລາວ ພ.ສ 2562 ກັນຢ່າງຄຶກຄື້ນ.
ທ່ານສູນຕັນ ເປັນພໍ່ຄົວອາຊີບ ດ້ານປຸງແຕ່ງອາຫານ ໃຫ້ຄົນເຈັບ ມາໄດ້ 39 ປີແລ້ວ ແລະເວລານີ້ ເປັນຫົວໜ້າພໍ່ຄົວ ຢູ່ໂຮງໝໍ ໃນນະຄອນອັງກໍເຣັດ ລັດອາລາສກາ ຕັ້ງຢູ່ພາກເໜືອສຸດ ຂອງສະຫະລັດອາເມຣິກາ.
ສະຫຼອງວັນຄົບຮອບ 69 ປີ ຂອງວັນນັກລົບເກົາ ແຫ່ງອະດີດ ພະລາດຊະອານາຈັກລາວ ໂດຍມີເຈົ້າຟ້າຊາຍ ສຸຣິວົງ ສະຫວ່າງ ອົງຜູ້ສຳເລັດລາດຊະການແຜ່ນດິນ ພ້ອມດ້ວຍພະຊາຍາ ເຈົ້າຍິງຈັນສຸກ ເຂົ້າຮ່ວມ.
ໃນຫຼາຍໆກໍລະນີ ແມ່ຍິງຜູ້ທີ່ບໍ່ພ້ອມ ຫຼືບໍ່ເຕັມໃຈ ໄປເປັນພັນລະຍາ ອາດຕັດສິນໃຈ ດັບຊີວິດຂອງຕົນເອງ ກໍເປັນໄດ້ ແລະບາງສ່ວນ ກໍຕ້ອງຝືນໃຈ ໄປເປັນພັນລະຍາ ເພາະບໍ່ມີທາງເລືອກອື່ນ.
ສາຍການບິນ ເອມີເຣັດສ໌ ແມ່ນບໍລິສັດການບິນ ຂອງປະເທດ ສະຫະລັດ ອາຣັບ ເອມີເຣັດສ໌, ຕັ້ງຢູ່ເຂດຕາເວັນອອກກາງ, ຖືວ່າເປັນສາຍການບິນ ທີ່ໃຫຍ່ ແລະ ມີຊື່ສຽງໂດ່ງດັງ ໃນໂລກ.
ວັນທີ 8 ມີນາ ເປັນວັນແມ່ຍິງສາກົນ ແນໃສ່ ລະດົມຄວາມຄິດຂອງຄົນ ໃຫ້ສົນໃຈ ຕໍ່ບັນຫາທາງສັງຄົມ, ການເມືອງ, ເສດຖະກິດ ແລະວັດທະນະທຳ ທີ່ແມ່ຍິງທົ່ວທັງໂລກ ປະເຊີນຢູ່.
ຍານາງແອນ ແມ່ນຜູ້ບໍລິຫານ ສັ່ງສິນຄ້າ ຈາກຕ່າງປະເທດ ໃຫ້ແກ່ບໍລິສັດ Coleman ຊຶ່ງເປັນຜູ້ຊື້ ແລະຜະລິດ ເຄື່ອງໃຊ້ ຢູ່ນອກບ້ານ ເພື່ອນຳເຂົ້າມາຈຳໜ່າຍ ຢູ່ຕາມຕະຫຼາດ ຮ້ານຄ້າໃຫຍ່ຕ່າງໆ ໃນສະຫະລັດ.
ທ່ານ ແກ້ວຄຳຕັນ ຫຼື ທອງ ພູມິນ ຈົບປຣິນຍາໂທ ຝ່າຍໄຟຟ້າ ເປັນ Principal Engineer ຢູ່ບໍລິສັດ PEPCO ໃນເຂດອ້ອມແອ້ມ ວໍຊິງຕັນ ດີຊີ.
ທນ ມາເຣຍເທກູ ຈາກອົງການ SEARAC ກ່າວວ່າ ເພິ່ນຢາກເນັ້ນໜັກເຖິງຄວາມສຳຄັນ ຂອງການຂໍສັນຊາດ ຫສລ ໂດຍສະເພາະພວກອົບພະຍົບ ຜູ້ທີ່ເປັນພົນລະເມືອງຢ່າງຖາວອນ ເພາະມັນເປັນເຄື່ອງມື ໃນການຕໍ່ຕ້ານ ການຖືກເນລະເທດ.
ດຣ. ກາບແກ້ວ ສຸວັນລາສີ ແມ່ນລູກບ້ານຂີ້ນາກ ເມືອງນາຄະບຸຣີ ແຂວງສີ່ພັນດອນ ໄດ້ເຂົ້າມາຕັ້ງຖິ່ນຖານ ຢູ່ໃນປະເທດຝຣັ່ງ ໃນປີ 1975 ສຳເລັດປະລິນຍາເອກ ຝ່າຍການແພດ ແລະປິ່ນປົວຄົນມາກວ່າ ສາມທົດສະວັດແລ້ວ.
ຍານາງສອນດາຣີ ອຸດທະວົງ ຄົນຂັບລົດຂົນສົ່ງ ຂະໜາດໃຫຍ່ 18 ລໍ້ ຂ້າມສະຫະລັດ ແລະເປັນແມ່ຍິງລາວອາເມຣິກັນ ພຽງແຕ່ປະມານ ສອງສາມຄົນເທົ່ານັ້ນ ທີ່ເຮັດວຽກດັ່ງກ່າວນີ້.
ດຣ. ຄອນເພັດ ລິລີ ຫຼ່ຽມທອງສະໝຸດ ນັກວິຊາການຝ່າຍການສຶກສາ ພ້ອມທັງເຮັດວຽກ ອາສະໝັກ ປະສານງານກັບບັນດາພໍ່ແມ່ ຜູ້ປົກຄອງພວກນັກຮຽນ ເພື່ອຊ່ວຍຊຸກຍູ້ ການສຶກສາ.
ໂຫລດຕື່ມອີກ
No live streaming currently available