ພິທີສົມໂພດພະພຸດທະຮູບໃຫຍ່ ຢູ່ວັດລາວຣັດຕະນະຣັງສີຍາຣາມ ແກ້ວສະຫວ່າງ ທີ່ເມືອງໂປຊາດາສ ແຂວງມິຊິໂອເນສ ປະເທດອາເຈັນຕີນາ ໃນອາທິດທີ່ຜ່ານມາ.
ທ້າວຕົວ ມົວ ຄົນອາເມຣິກັນ ເຊືິ້ອສາຍລາວເຜົ່າມົ້ງ ສະແດງເປັນໂຕປະກອບ ຢູ່ໃນຮູບເງົາເລື້ອງມູລານ (Mulan) ສ້າງໂດຍໂຮລີວູດ ທີ່ຈະນຳອອກສາຍຢູ່ຕາມໂຮງຮູບເງົາຕ່າງໆຢູ່ທົ່ວໂລກ ໃນເດືອນມີນາ 2020 ຈະມາເຖິງນີ້.
ຍານາງຊັນນີ ປັນຍານຸວົງ ຣູເບັກ ລູກສາວອົບພະຍົບລາວ ທີ່ກາຍມາເປັນ ທະນາຍຄວາມຂອງລັດ ແລະຫົວໜ້າ ຫ້ອງການຄວບຄຸມ ຜູ້ກະທຳຜິດດ້ານຢາເສບຕິດ ສະໝັກເປັນຜູ້ພິພາກສາ ໃນລັດຄາໂຣໄລນາເໜືອ.
ທ່ານເດດ ເຕັນເສລີ ໄດ້ເຂົ້າໄປຕັ້ງຖິ່ນຖານ ຢູ່ນະຄອນມົງເຣອານ ປະເທດການາດາ ຕັ້ງແຕ່ປີ 1979 ເປັນຕົ້ນມາ.
ຍານາງນິນີ ສີຫາປັນຍາ ຜູ້ກວດຄຸນນະພາບຜະລິດຕະພັນ ໃຫ້ແກ່ບໍລິສັດ Georgia-Pacific ໄດ້ລົມສູ່ຟັງ ເຖິງປະສົບພະການ ໃນການເຮັດວຽກຂອງຍານາງ ຢູ່ທີ່ບໍລິສັດດັ່ງກ່າວ.
ການປູກຝັງແມ່ນຊີວິດຈິດໃຈ ຂອງຊົນຊາດລາວມາແຕ່ດຶກດຳບັນ ບໍ່ວ່າເຂົາເຈົ້າຈະຢູ່ແຫ່ງຫົນໃດກໍຕາມ ໂດຍສະເພາະຢູ່ໃນສະຫະລັດອາເມຣິກາ ສິ່ງນຶ່ງທີ່ເຮົາສັງເກດເຫັນ ເປັນສັນຍາລັກກໍຄື ສວນຜັກ ສວນຄົວນ້ອຍ.
ເຮົາມີການສຳພາດ ກັບທ່ານກັນນະລິນ ພະວິໄຊ ນັກທຸລະກິດ ຊ່າງຫລໍ່ແຂ້ວທຽມ ຢູ່ເຂດເມືອງເອກຣອນ (Akron) ໃນລັດໂອຮາຍໂອ ມາສະເໜີທ່ານ.
ການສະຫຼອງບຸນ ຕ້ອນຮັບປີໃໝ່ສາກົນ ປີ 2020 ຂອງຊາວລາວໃນຕ່າງແດນ ທີ່ນະຄອນມົງເຣອານ ປະເທດການາດາ ແລະຢູ່ລັດໂອຮາຍໂອ ເກາະໂຮໂນລູລູ ລັດຮາວາຍ ສະຫະລັດອາເມຣິກາ.
ເນື່ອງໃນໂອກາດ ສະຫຼອງບຸນຄຣິສມາສ ນີ້ ທາງວີໂອເອ ໄດ້ສຳພາດຊາວອາເມຣິກັນເຊື້ອສາຍລາວ 3 ທ່ານ ທີ່ນັບຖືສາດສະໜາຄຣິສຕຽນ ແລະສາດສະໜາພຸດ ໃນຄວາມຮູ້ສຶກຂອງພວກເພີ່ນ.
ສຸພາສິດລາວ ໄດ້ສອນໄວ້ວ່າ “ຊີວິດຄືການຕໍ່ສູ້ ສັດຕູຄືຢາກຳລັງ” ຊຶ່ງໝາຍເຖິງໃນຊີວິດຂອງຄົນເຮົາ ເຖິງຈະ ຍາກເທົ່າໃດກໍຕ້ອງໃຫ້ມີຄວາມອົດທົນ ແລະຄວາມຍາກລໍາບາກເຫລົ່ານັ້ນ ຈະນຳມາສູ່ຜົນສຳເລັດໃນບັ້ນປາຍ.
ເຖິງແມ່ນວ່ານ້ອງເມ ຈະບໍ່ໄດ້ຊະນະ ຢູ່ໃນການຄັດເລືອກຂັ້ນຕົ້ນ ແລະຂັ້ນອື່ນໆ ກໍຕາມ ແຕ່ນ້ອງກໍໄດ້ເປັນຄົນທີ 25 ໃນຈຳນວນນາງງາມທັງໝົດ 90 ຄົນ ຊຶ່ງເຮັດໃຫ້ນາງ ແລະຄົນລາວຫຼາຍຄົນ ມີຄວາມພາກພູມໃຈສົມຄວນ.
ການມີເຮືອນຊານບ້ານຊ່ອງ ຢູ່ຕ່າງປະເທດ ແມ່ນຄວາມຝັນຂອງທຸກໆຄົນ ທີ່ເປັນການສະແດງໃຫ້ເຫັນເຖິງຜົນສຳເລັດ ຂອງການຕັ້ງຊີວິດໃໝ່ ແຕ່ວ່າບ້ານເຮືອນເຫລົ່ານີ້ ມີລາຄາແພງ ພ້ອມທັງການຊື້ຂາຍທີ່ສະຫຼັບຊັບຊ້ອນ.
ໂຫລດຕື່ມອີກ
No live streaming currently available