ທ້າວ ອອນເດຣ ເປັນລູກຊາຍກົກຂອງອົບພະຍົບຄົນລາວ ຈາກແຂວງສະຫວັນນະເຂດ, ມີນ້ອງຊາຍສອງຄົນ ແລະ ນ້ອງສາວ ຄົນນຶ່ງ.
ກອງປະຊຸມນີ້ ມີຈຸດປະສົງ 2 ຢ່າງດ້ວຍກັນ ທັງເພື່ອເປັນການແລກປ່ຽນຄວາມຮູ້ ແລະການສິດສອນ ແລະທັງ ເພື່ອເປັນການສົ່ງເສີມ ການຮ່ວມມືກັນ ລະຫວ່າງມະຫາວິທະຍາໄລ ແລະສະຖາບັນຕ່າງໆ ອີກດ້ວຍ.
ບັນດາແຂກ ທີ່ໄດ້ມາຮ່ວມງານ ໃນຄັ້ງນີ້ ສ່ວນໃຫຍ່ແລ້ວ ແມ່ນຄົນລາວ ທີ່ມາຈາກລັດໃກ້ຄຽງ ເຊັ່ນວ່າ ລັດເວີຈີເນຍ ລັດແມຣີແລນ ລັດເດລາແວ ຕະຫຼອດຮອດ ລັດເທັນເນັດຊີ້.
ນາງສາວເຈັນນີ ແລະນາງສາວເອັມມີ ເກີດໃຫຍ່ຢູ່ໃນສະຫະລັດ ແລະມີແນວຄິດ ທີ່ແຕກຕ່າງຫລາຍຢ່າງ ໄປຈາກຮີດຄອງປະເພນີ ບ້ານເກີດເມືອງນອນ ທີ່ມາຂອງພໍ່ແມ່.
ມື້ນີ້ ແມ່ນວັນພະຫັດ ທີ 23 ເດືອນພະຈິກ ປີ 2017 ຊຶ່ງຊາວອະເມຣິກັນພາກັນສະຫລອງບຸນ Thanksgiving ຫລື ບຸນຂອບຄຸນພະເຈົ້າປະຈໍາປີ ຊຶ່ງຕາມພາສາຊາວບ້ານ ພາກັນເອີ້ນວ່າ ບຸນໄກ່ງວງ ນັ້ນ.
ດຣ. ເຈຊັນ ຄຳລີ ແມ່ນນາຍແພດ ປິ່ນປົວເດັກນ້ອຍ ທີ່ເມືອງ Anaheim ລັດ California ທີ່ໄດ້ຮັບໃຊ້ປະຊາຄົມ ມາເປັນເວລາກວ່າ 30 ປີແລ້ວ.
ໃນລາຍການຊີວິດຊາວລາວ ຂອງວີໂອເອມື້ນີ້ ເຮົາຂໍແນະນຳ ໃຫ້ທ່ານໄດ້ຮູ້ຈັກ ກັບທ່ານຫຸມພັນ ບຸນຍະສິຣິ ນັກວິສະວະກອນ ຄອມພີວເຕີ ຢູ່ທີ່ເມືອງ San Jose ລັດ California.
ຍານາງຈັນສີ ບູລົມ ແມ່ນລູກບ້ານຫລານເມືອງຊຳເໜືອ ເຕີບໃຫຍ່ຢູ່ນະຄອນຫລວງວຽງຈັນ ອົບພະຍົບເຂົ້າມາ ຢູ່ປະເທດແບລຢ້ຽມໃນປີ 1978 ແລະປະສົບຜົນສຳເລັດການເປັນນາງພະຍາບານ.
ຍານາງ ສົມຈັນ ໄຊບໍຣິວົງສ໌ ສະຕີລາວອາເມຣິກັນ ຜູ້ສະສົມວັດຖຸໂບຮານ ແລະຮັກສາຮີດຄອງປະເພນີລາວ ຢູ່ໃນຕ່າງແດນ ທີ່ໜ້າສັນລະເສີນ.
ສຳພາດຍານາງອຸໄທທອງ ດາຣາສຸກ ຜູ້ເສີບເຄື່ອງດື່ມ ໃຫ້ແກ່ແຂກຄົນ ຫລິ້ນກາຊິໂນ ທີ່ນະຄອນ Las Vegas ລັດ Nevada ສະຫະລັດອາເມຣິກາ.
ຍານາງທີນາ ມະຫາຣາດ ອາຍຸ 27 ປີ ສຳເລັດການສຶກສາ ປະລິນຍາຕີ ຝ່າຍລັດຖະສາດ ກຳລັງໂຄສະນາຫາສຽງ ເຂົ້າສະໝັກແຂ່ງຂັນເປັນ ສະມາຊິກພາສູງ ປະຈຳລັດ Ohio.
ທ່ານ ສະເຫຼີມໄຊ ໄດ້ກ່າວເຖິງຄວາມສຳຄັນ ໃນການແກ້ໄຂ ບັນຫາຄວາມຮຸນແຮງ ໂດຍທາງການທູດ ແທນທີ່ຈະແມ່ນການໃຊ້ກຳລັງ.
ໂຫລດຕື່ມອີກ