ປີໃໝ່ສາກົນ 2017 ກຳລັງກ້າວເຂົ້າມາ ພ້ອມດຽວກັນນີ້ ລາຍການ ຊີວິດຊາວລາວ ກໍຂໍຖືໂອກາດອັນສະງ່າງາມນີ້ ນຳພາທ່ານໄປຮັບເອົາພອນ ຈາກພຣະອາຈານ ຢູ່ວັດລາວ-ອາເມຮິກັນໃນສະຫະລັດ.
ມື້ນີ້ວັນພະຫັດ ສອງມື້ກ່ອນວັນບຸນຄຣິສມັສ ໃນວັນທີ 25 ທັນວາ ທີ່ຈະມາເຖິງນີ້ ບັນດາຊາວຄຣິສຕຽນ ຢູ່ທົ່ວທຸກມຸມໂລກ ກຳລັງພາກັນຫ້າງຫາ ສະຫຼອງບຸນ ຢ່າງຄຶກຄື້ນ.
ວີໂອເອ ສຳພາດນັກສຶກສາ ສປປ ລາວ ທ້າວອືຍັງ ໜໍຕູ້ ທີກຳລັງສຶກສາຢູ່ Intitute Universite de Techonology (IUTI) ທີນະຄອນ Grenoble ປະເທດຝຣັ່ງ.
ໃນວັນເສົາ ທີ່ຜ່ານມານີ້ ສະຖານທູດ ສປປ ລາວ ທີ່ນະຄອນຫລວງ ວໍຊິງຕັນ ໄດ້ສະຫລອງວັນຊາດ ຄົບຮອບ 41 ປີ.
ທ່ານຜູ້ຟັງທັງຫຼາຍ ໃນລາຍການຊີວິດຊາວລາວມື້ນີ້ ເຮົາຈະໃຫ້ທ່ານໄດ້ຟັງການສຳພາດກັບ ຍານາງຈັນທີ ສຸນຍະເດດ ຜູ້ນຳພາທາງສາສະໜາ ທັງເປັນໝໍພອນ ແມ່ຍິງອາເມຣິກັນ ເຊື້ອສາຍລາວ.
ສະຕີອາເມຣິກັນ ເຊື້ອສາຍລາວ ພາກັນຄົວກິນ ຢ່າງຄຶກຄື້ນ ເພື່ອສະຫລອງບຸນ ວັນຂອບຄຸນພະເຈົ້າ ຫລື Thanksgiving ຊຶ່ງເປັນບຸນປະຈຳຊາດ ແລະເປັນມື້ພັກລາດຊະການ ທົ່ວປະເທດ.
ວີໂອເອ ສຳພາດ ທ່ານສົມສີ ກຳວັນ ຄົນການາດາເຊື້ອສາຍລາວ ເຜົ່າຂະມຸ ນັກຂຽນນິຍາຍຊີວິດ ກ່ຽວກັບສັງຄົມລາວ ທີ່ໄດ້ພິມເຜິຍແຜ່ ເປັນພາສາອັງກິດ ຢູ່ໃນຕະຫລາດສາກົນ.
ຜູ້ມີສິດປ່ອນບັດ ຊາວອາເມຣິກັນເຊື້ອສາຍລາວ ປະກອບສ່ວນຢ່າງສຳຄັນ ເຂົ້າໃນການເລືອກຕັ້ງ ປະທານາທິບໍດີ ຄົນທີ 45 ຂອງສະຫະລັດ.
ວີໂອເອ ສຳພາດສະມາຊິກ ປະຊາຄົມອາເມຣິກັນ ເຊື້ອສາຍລາວ ໃນທົ່ວປະເທດ ກ່ຽວກັບການເລືອກຕັ້ງເອົາ ປະທານາທິບໍດີ ຄົນທີ 45 ຂອງສະຫະລັດ ປີ 2016.
ດຣ. ສຸສະດາ ຈິດທະຈັກ ເກີດຢູ່ສູນອົບພະຍົບນະຄອນພະນົມ ປະເທດໄທ ມາເຕີບໃຫຍ່ຢູ່ໃນສະຫະລັດ ສຳເລັດ ການສຶກສາປະລິນຍາເອກຝ່າຍຄະນິດສາດ ແລະເປັນອາຈານສອນຢູ່ມະຫາວິທະຍາໄລ.
ທ່ານບຸນຊຶ້ງ ສີນານົນ ລູກບ້ານເປືອຍຂາວ ເມືອງສອງຄອນ ແຂວງສະຫວັນນະເຂດ ຜູ້ຮັກສາສິນລະປະພື້ນ ເມືອງລາວໄວ້ ດ້ວຍຊີວິດຈິດໃຈ ໄດ້ຮັບກຽດຕິຍົດຈາກ ສະພາສູງສະຫະລັດ.
ໂຫລດຕື່ມອີກ