ນອກຈາກການໂຍນໝາກຄອນ ແລະການເສບງັນແລ້ວ ກິດຈະກໍາທາງປະເພນີ ທີ່ຂາດບໍ່ໄດ້ກໍຄືການແຂ່ງກັນການຊົນງົວກະທິງ ຊຶ່ງບຸນປີໃໝ່ມົ້ງຢູ່ໂພນສະຫວັນ ປີນີ້ ກໍມີກິດຈະກໍານີ້ຕະຫລອດ 5 ມື້ ຂອງງານເລີຍ ຄືນັບແຕ່ວັນທີ 1 ຫາວັນທີ 5 ມັງກອນຜ່ານມາ
ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຖະແຫລງວ່າ ທຸລະກິດບໍລິການ ແລະ ທ່ອງທ່ຽວຄືພາກສ່ວນໜຶ່ງທີ່ມີບົດບາດຢ່າງສຳຄັນໃນການເຮັດໃຫ້ເສດຖະກິດລາວ ເຕີບໂຕເຖິງ 4.6% ໃນປີ 2024 ທຽບໃສ່ປີ 2023, ເມື່ອສົມທົບກັບລາວເປັນປະທານອາຊຽນ ໃນປີ 2024
ຜູ້ຊ່ຽວຊານດ້ານການຄ້າ ແລະ ການລົງທຶນໃນອາຊຽນ ໃຫ້ທັດສະນະວ່າ ສາເຫດທີ່ນັກລົງທຶນຕ່າງປະເທດ ຍັງບໍ່ສົນໃຈເຂົ້າມາລົງທຶນໃນລາວ ຍ້ອນວ່າ ບໍ່ເຊື່ອໝັ້ນໃນຄວາມໝັ້ນຄົງຫລືສະຖຽນລະພາບທາງການເງິນຂອງລາວ ທີ່ຍັງສືບຕໍ່ຂໍກູ້ຢືມເງິນຈາກຕ່າງປະເທດເປັນດ້ານຫລັກ ໂດຍສະເພາະແມ່ນການກູ້ຍືມຈາກຈີນ
ເຈົ້າໜ້າທີ່ຂັ້ນສູງໃນກະຊວງຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ ເປີດເຜີຍວ່າ ຄະນະສະເພາະກິດຂອງກະຊວງຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ ໄດ້ດຳເນີນມາດຕະການກວດກາສິດສຳປະທານທີ່ດິນ ຕາມຄຳສັ່ງຂອງນາຍົກລັດຖະມົນຕີ ໃນປີ 2024 ທີ່ຜ່ານມາ
ນີ້ຖືເປັນເຫດການໃໝ່ ທີ່ບໍ່ເຄີຍເກີດຂຶ້ນຈັກເທື່ອໃນລາວ ແລະເປັນເຫດການທີ່ອັນຕະລາຍຫຼາຍ, ເນື່ອງຈາກຜູ້ກໍ່ເຫດເປັນຊາວຈີນ
ແຕ່ຢ່າງໃດກໍ່ຕາມ ລາຍຮັບສະເລ່ຍຂອງປະຊາຊົນໃນນະຄອນຫຼວງວຽງຈັນດັ່ງກ່າວນີ້ ກໍຖືວ່າເປັນອັດຕາທີ່ສູງທີ່ສຸດໃນລາວ ເນື່ອງຈາກວ່າ ລະດັບໃນການພັດທະນາເສດຖະກິດມີການແຕກຕ່າງກັນຫຼາຍ ເມື່ຶອທຽບໃສ່ແຂວງອື່ນໆ
ປະຊາຊົນລາວໄດ້ຈັດງານສະຫລອງສົ່ງທ້າຍປີເກົ່າ 2024 ແລະ ຕ້ອນຮັບປີໃໝ່ສາກົນ 2025 ຢ່າງຄຶກຄື້ນ ແລະປີນີ້ເປັນປີທີສອງແລ້ວທີ່ລັດຖະບານ ລາວ ເລີ້ມໃຫ້ມີການຈັດງານສະຫລອງດັ່ງກ່າວຢູ່ທີ່ປະຕູໄຊ
ສະພາແຫ່ງຊາດລາວ ຈະຮັບຮອງເອົາລັດຖະທຳມະນູນສະບັບໃໝ່ ໃນປີ 2025 ເພື່ອເສີມສ້າງສະຖຽນລະພາບທາງການເມືອງໃຫ້ແຂງແກ່ນ ແຕ່ປະຊາຊົນຢາກໃຫ້ມີການ ຈັດຕັ້ງປະຕິບັດຕາມກົດໝາຍຢ່າງແທ້ຈິງ
ນັກທຸລະກິດໄທໃນລາວ ເປີດເຜີຍວ່າ ບັນດານັກທຸລະກິດການຄ້າ ແລະ ການລົງທຶນໃນລາວຍັງຄົງບໍ່ເຊື່ອໝັ້ນໃນສະຖຽນລະພາບຂອງຄ່າເງິນກີບ ຈຶ່ງໄດ້ພາກັນປ່ຽນການຖືຄອງຊັບສິນຈາກເງິນກີບໄປເປັນຄຳເພິ່ມຂຶ້ນນັບມື້
ຄະນະໂຄສະນາອົບຮົມສູນກາງຂອງລາວກັບຈີນ ຂະຫຍາຍການຮ່ວມມືເຂົ້າໃນການວິເຄາະຂ່າວສານ ເພື່ອຕອບໂຕ້ທຸກລາຍງານຂ່າວທີ່ທຳລາຍການພັວພັນແລະຮ່ວມມືຂອງລາວກັບຈີນ
ທ່ານຄຳໄຫລ ສີປະເສີດ, ຮອງປະທານແນວລາວສ້າງຊາດ ຖະແຫລງວ່າບັນຫາສຳຄັນທີ່ປະຊາຊົນລາວໃນທົ່ວປະເທດ ຕ້ອງການໃຫ້ ລັດຖະບານລາວດຳເນິນມາດຕະການ ສະກັດກັ້ນ ແລະ ປາບປາມຢ່າງຈິງຈັງ ແລະ ຢ່າງຮີບດ່ວນທີ່ສຸດ ກໍ່ຄື ການສໍ້ລາດບັງຫຼວງທີ່ເກິດຂຶ້ນຢ່າງກວ້າງຂວາງໃນວົງການພັກ ແລະ ລັດຖະບານ
ການຈັດເກັບລາຍຮັບແລະການນຳໃຊ້ງົບປະມານທີ່ບໍ່ໂປ່ງໃສ.
ໂຫລດຕື່ມອີກ
No live streaming currently available