ລັດຖະບານໄທ ໄດ້ປະສານງານຢ່າງໃກ້ຊິດຮ່ວມກັບລັດຖະບານລາວ ເພື່ອທີ່ຈະຈັດໃຫ້ມີກອງປະຊຸມ ໃນວາລະພິເພດຂອງອາຊຽນ ວ່າດ້ວຍການແກ້ໄຂຄວາມຂັດແຍ້ງທາງການເມືອງ ແລະສ້າງສັນຕິພາບໃນມຽນມາ
ເຈົ້າໜ້າທີ່ຂັ້ນສູງໃນກະຊວງສາທາລະນະສຸກ ເປີດເຜຍວ່າ ສະພາວະຂາດແຄນທາງດ້ານງົບປະມານຂອງລັດຖະບານລາວ ທີ່ສົມທົບດ້ວຍວິກິດການທາງເສດຖະກິດ ນັບແຕ່ປີ 2020 ເປັນຕົ້ນມາ ໄດ້ສົ່ງຜົນກະທົບຕໍ່ການຈັດຕັ້ງປະຕິບັດບັນດາເປົ້າໝາຍການພັດທະນາທາງສັງຄົມລາວ ໃນທຸກໆດ້ານ
ນັກຊ່ຽວຊານດ້ານການເງິນການທະນາຄານໃນອາຊຽນ ເປີດເຜີຍວ່າ ລັດຖະບານລາວ ມີພັນທະຈະຕ້ອງຊຳລະໜີ້ຕ່າງປະເທດໃນປີ 2024 ຄິດເປັນມູນຄ່າລວມ 1,500 ລ້ານໂດລາ ໂດຍເຊື່ອໝັ້ນວ່າ ລັດຖະບານລາວ ຍັງມີຄວາມສາມາດທີ່ຈະຊຳລະຄືນໄດ້ຢ່າງຄົບຖ້ວນ
ທີມເຍົາວະຊົນລາວ ຈາກສະໂມສອນ W.I.G Naga ສືບຕໍ່ສ້າງຊື່ສຽງໃຫ້ແກ່ປະເທດ ແລະ ທໍາໜ້າທີ່ເປັນທີມ ຕາງໜ້າໃຫ້ແກ່ທີມເຕະບານເຍົາວະຊົນຈາກຂົງເຂດເອເຊຍ ໄດ້ດີສົມຄວນ
ທ່ານເສດຖາ ທະວີສິນ ນາຍົກລັດຖະມົນຕີໄທ ຖະແຫລງວ່າ ການເຊື່ອມຕໍ່ທາງລົດໄຟ ລະຫວ່າງ ໄທກັບລາວແລະຈີນ ໃຫ້ໄດ້ຢ່າງສົມບູນໃຫ້ໄວທີ່ສຸດ ຖືເປັນແຜນການບຸລິມະສິດທີ່ລັດຖະບານໄທ ຈະດຳເນີນການຈັດຕັ້ງປະຕິບັດໃຫ້ໄດ້ຢ່າງເປັນຮູບປະທຳ
ເຈົ້າໜ້າທີ່ຄະນະກວດກາພັກ-ລັດ ເປີດເຜີຍວ່າ ການອະນຸຍາດໃຫ້ສໍາປະທານທີ່ດິນແກ່ເອກະຊົນລາວ ແລະ ຊາວຕ່າງຊາດ ທີ່ຂາດການປະສານງານກັນ ລະຫວ່າງ ຂັ້ນສູນກາງກັບທ້ອງຖິ່ນ ໄດ້ສ້າງບັນຫາຫຍຸ້ງຍາກໃຫ້ກັບການພັດທະນາທາງດ້ານເສດຖະກິດໃນລາວ ຫຼາຍຂຶ້ນນັບມື້
ດຣ. ຊະວະລິດ ວິທະຍານົນ ຜູ້ຊ່ຽວຊານດ້ານການປະມົງໃນແມ່ນ້ຳຂອງ ຢືນຢັນວ່າ ຊາວປະມົງພື້ນບ້ານໃນແມ່ນ້ຳຂອງ ຈັບປາບຶກບໍ່ໄດ້ເລີຍ ໃນຕະຫຼອດໄລຍະ 5-6 ປີມານີ້ ຊຶ່ງໃນດ້ານນຶ່ງ ກໍເປັນຍ້ອນຂໍ້ຕົກລົງລະຫວ່າງ ລາວ-ໄທ-ກຳປູເຈຍ ແລະຫວຽດນາມ ວ່າດ້ວຍການຫ້າມຈັບປາບຶກຕາມທຳມະຊາດໃນແມ່ນ້ຳຂອງ
ສະມາຊິກແກັ່ງອາຊະຍາກຳຈີນ ຈຳນວນຫຼາຍ ຍັງພາກັນຫລົບຊ່ອນຕົວຢູ່ໃນປະເທດລຸ່ມແມ່ນ້ຳຂອງ ໂດຍສະເພາະແມ່ນຢູ່ເຂດຊາຍແດນໃນແມ່ນ້ຳຂອງ ລະຫວ່າງ ມຽນມາ-ລາວ-ໄທ ຫຼືເຂດສາມຫຼ່ຽມຄຳນັ້ນ
Loan ພວກນີ້ໜິ ມັນກໍບໍ່ໜ້າຈະມີບັນຫາທີ່ແບບວ່າ ຄືເງິນຕ້ອງອອກໄປທັນທີເລີຍ ແຕ່ວ່າ ອັນນີ້ໜິ 60 ເປີເຊັນ ມັນເປັນເງິນທີ່ມາຈາກອົງການລະຫວ່າງປະເທດ ຊຶ່ງເອົາມາພັດທະນາ ມາສ້າງເຂື່ອນ ສ້າງທາງ ສ້າງຫຍັງກະໄດ້ ດັ່ງນັ້ນ ພວກນີ້ເງິນມັນບໍ່ໄດ້ອອກໄປໄດ້ໄວຂະໜາດນັ້ນ ແທ້ໆແລ້ວ ປີນີ້ໜິ ລາວຕ້ອງຊຳລະໜີ້ນີ້ ປະມານ 1.5 ຕື້ໂດລາ.
ຈາກເມື່ອກ່ອນເຄີຍເປັນຜູ້ນຶ່ງໃນແກັ່ງອັນຕະພານຢູ່ເມືອງຊອລທ໌ເລັກ, ລັດຢູທາ, ທ້າວແຊມສັນ ໄດ້ກາຍມາເປັນນັກຕີມວຍທີ່ກໍາລັງສ້າງຊື່ສຽງໃຫ້ແກ່ຄົນເຊື້ອສາຍ ລາວ ໃນເວທີສາກົນທີ່ໄດ້ກ້າວໄປຊີງແຊ້ມລະດັບໂລກ ໃນກິລາມວຍປະເພດ ຈູ ຈິດຊຸ ຫຼື Professional Grappling Federation World ຊຸດທີ 6
ແຕ່ຢ່າງໃດກໍຕາມ ລັດຖະບານລາວ ກໍໄດ້ດຳເນີນໃນຫຼາຍມາດຕາການ ເພື່ອຄວບຄຸມການນຳເຂົ້າສິນຄ້າຢູ່ທີ່ດ່ານຊາຍແດນໃນທົ່ວປະເທດ ໂດຍສະເພາະການຄວບຄຸມການນຳເຂົ້ານ້ຳມັນເຊື້ອໄຟນັ້ນ ໃນຂະນະດຽວກັນ ກໍໄດ້ມີການປັບຂຶ້ນອັດຕາພາສີມູນຄ່າເພີ້ມຈາກ 7 ເປີເຊັນ ເປັນ 10 ເປີເຊັນ ເພື່ອເຮັດໃຫ້ລັດຖະບານມີລາຍຮັບທີ່ໄດ້ຈາກການຈັດເກັບພາສີການຄ້າເພີ້ມຂຶ້ນ
ເຈົ້າໜ້າທີ່ໃນສະພາປະຊາຊົນຂັ້ນແຂວງຫຼວງພະບາງ ເປີດເຜີຍວ່າ ການອະນຸຍາດໃຫ້ສຳປະທານການຂຸດຄົ້ນແຮ່ທາດແກ່ຕ່າງຊາດ ໂດຍສະເພາະແມ່ນບັນດາບໍລິສັດຈີນ ທີ່ໄດ້ຮັບອະນຸຍາດສຳປະທານການຂຸດຄົ້ນແຮ່ທາດຫຼາຍທີ່ສຸດໃນລາວນັ້ນ ຖືເປັນໂຄງການທີ່ສ້າງຄວາມກັງວົນໃຈໃຫ້ແກ່ປະຊາຊົນລາວຫຼາຍທີ່ສຸດ
ໂຫລດຕື່ມອີກ
No live streaming currently available