ໂຄງການທີ່ວ່ານີ້ ຕັ້ງຢູ່ເຂດບ້ານໂພນສະຫວາດ ເມືອງລ້ອງຊານ ແຂວງໄຊສົມ ບູນ, ກວມເອົາເນື້ອທີ່ກ້ວາງກວ່າ 1,500 ເຮັກຕາ ແລະໄດ້ເລີ້ມການຜະລິດມາ ຕັ້ງແຕ່ທ້າຍປີ 2021
ສາເຫດທີ່ເຮັດໃຫ້ເປັນໄປບໍ່ໄດ້ກໍເພາະວ່າ ໃນຄວາມເປັນຈິງນັ້ນ ຄ່າເງິນກີບໄດ້ເລີ້ມຕົກຕໍ່າລົງນັບຕັ້ງແຕ່ປີ 2016 ເປັນຕົ້ນມາແລ້ວ
ລາວ ມີສັກກະຍະພາບສູງ ທີ່ຈະພັດທະນາໃຫ້ເປັນສູນກາງການຜະລິດພະລັງງານສະອາດໃນອາຊຽນ ແຕ່ວ່າຈະຕ້ອງເພິ່ງພາຈີນໃນທຸກດ້ານ ໂດຍສະເພາະແມ່ນການເພິ່ງພາທາງດ້ານເງິນທຶນ ເທັກນິກ ແລະບຸກຄະລາກອນນັ້ນ
ໃນຂະນະທີ່ບັນດາລັດຖະມົນຕີການຕ່າງປະເທດມາເຕົ້າໂຮມກັນ ຢູ່ທີ່ຫຼວງພະບາງ ສຳລັບກອງປະຊຸມເຈົ້າໜ້າທີ່ລະດັບສູງຄັ້ງທຳອິດຂອງປີນີ້ ໃນລະຫວ່າງທ້າຍອາທິດນີ້ ຊຶ່ງຫຼາຍໆຄົນແມ່ນມີຄວາມຮູ້ສຶກໃນແງ່ບໍ່ຄ່ອຍດີປານໃດ ທີ່ວ່າ ອາຊຽນຈະສາມາດຮັກສາຄວາມທ້າທາຍທີ່ໃຫຍ່ສຸດທັງຫຼາຍ ບໍ່ໃຫ້ເກີດເລື້ອງແລະຂະຫຍາຍອອກ ໄດ້ຫຼືບໍ່
ທັງນີ້ ໂດຍສິນຄ້າທີ່ລາວ ນຳເຂົ້າແລະຕ້ອງຊຳລະລາຄາດ້ວຍເງິນຕາຕ່າງປະເທດຄິດເປັນມູນຄ່າສູງສຸດ ປະກອບມີ 10 ລາຍການສິນຄ້າດ້ວຍກັນ ໂດຍສະເພາະນ້ຳມັນເຊື້ອໄຟນັ້ນ ຄິດເປັນສັດສ່ວນເຖິງ 20 ເປີເຊັນ ຂອງມູນຄ່າການນຳເຂົ້າສິນຄ້າທັງໝົດ
ນາຍຕຳຫຼວດໄທຢືນຢັນວ່າ ລາວກາຍເປັນບ່ອນຫຼົບຊ້ອນຕົວ ຂອງບັນດານັກຄ້າຢາເສບຕິດລາຍໃຫຍ່ໃນເອເຊຍ ຊຶ່ງຈະຕ້ອງໄດ້ຮັບການຮ່ວມມືຈາກທາງການລາວເທົ່ານັ້ນ ຈຶ່ງຈະສາມາດຈັບກຸມຕົວໄດ້
ນັກວິຊາການໄທເຊື່ອວ່າ ລັດຖະບານລາວຈະໃຊ້ໂອກາດຂອງການເປັນປະທານອາຊຽນ ເພື່ອດຶງເອົາຈີນເຂົ້າມາມີສ່ວນໃນການຮ່ວມມື ເພື່ອແກ້ໄຂບັນຫາຂັດແຍ້ງທາງການເມືອງ
ນັກອານຸລັກສິ່ງແວດລ້ອມເຫັນວ່າ ລັດຖະບານລາວຄວນສຸມໃສ່ພັດທະນາໂຄງການຜະລິດພະລັງງານ ທີ່ມາຈາກລົມແບບນີ້ ແທນໃຫ້ການສ້າງເຂື່ອນໄຟຟ້າ
ສາເຫດທີ່ຈັບໂຕນັກຄ້າຢາເຫຼົ່ານັ້ນບໍ່ໄດ້ເພາະວ່າ ພວກເຂົາເຈົ້າພາກັນໜີອອກໄປຢູ່ຕ່າງປະເທດທັງໝົດ ຈຶ່ງເປັນການຍາກທີ່ຈະຕິດຕາມຈັບກຸມໂຕມາດໍາເນີນຄະດີຢູ່ໃນລາວໄດ້
ລັດຖະບານລາວວາງເປົ້າໝາຍຈະຫຼຸດການສົ່ງຖ່ານຫິນ ໃຫ້ໄດ້ 30 ເປີເຊັນ ຂອງຜົນຜະລິດຖ່ານຫິນທັງໝົດໃນປີ 2030 ແຕ່ກໍ່ເປັນການຢາກທີ່ຈະປະຕິບັດໄດ້ຈິງ ຍ້ອນວ່າມີການທຸດຈະຣິດຢ່າງກວ້າງຂວາງ
ໂດຍອັດຕາເງິນເຟີ້ໃນລາວ ໄດ້ປັບຕົວລົດລົງຈາກລະດັບສູງສຸດ 41.26 ເປີເຊັນ ເມື່ອເດືອນກຸມພາ 2023 ລົງມາຢູ່ທີ່ລະດັບ 24.37 ເປີເຊັນເມື່ອເດືອນທັນວາ 2023 ແຕ່ວາ ກໍບໍ່ເຮັດໃຫ້ລະດັບຄ່າຄອງຊີບໃນລາວ ລົດລົງແຕ່ຢ່າງໃດ
ໂຫລດຕື່ມອີກ
No live streaming currently available