ເຈົ້າໜ້າທີ່ຂັ້ນສູງໃນສູນກາງພັກປະຊາຊົນປະຕິວັດລາວ ໄດ້ເປີດເຜີຍວ່, ກົມການເມືອງສູນກາງພັກໄດ້ອອກຄຳສັ່ງໃຫ້ບັນດາອົງການຈັດຕັ້ງພັກໃນທົ່ວປະເທດ ເພີ່ມທະວີຄວາມເຂັ້ມງວດໃນການຮັກສາຄວາມສະຫງົບຮຽບຮ້ອຍ
ປະຊາຊນລາວພາກັນລັກລອບປູກຝິ່ນເພີ້ມຂຶ້ນຫລາຍກວ່າ 29% ຍ້ອນວ່າພວກເຂາເຈ້າກຳລັງປະເຊີນກັບບັນຫາຄວາມທຸກຍາກທີ່ຮ້າຍແຮງຫລາຍຂຶ້ນ. ໂດຍທີ່ທາງການລາວ ບໍ່ໄດ້ໃຫ້ການຊ່ວຍເຫລືອແຕ່ຍ່າງໃດ.
ເຮືອດັ່ງກ່າວໄດ້ບັນທຸກ ເເຮງງານ ມຽນມາ ປະມານ 40 ຄົນອອກຈາກທ່າເຮືອຢູ່ເຂດເສດຖະກິດສາມຫຼ່ຽມ ຄຳ ໄປທ່າເຮືອເມືອງພົງ ໃນປະເທດມຽນມາ ກ່ອນຈະຖືກກະເເສນ້ຳເເຮງພັດ ໃຫ້ເຮືອປິ້ນ
ເມື່ອນັກທ່ອງທ່ຽວຕ່າງປະເທດເຂົ້າມາໃນລາວແລ້ວ ພວກເຂົາກະຕ້ອງປະສົບກັບຄວາມບໍ່ສະດວກໃນການເດີນທາງໃນລາວ ທັງນີ້ ກໍຍ້ອນວ່າ ເສັ້ນທາງສ່ວນໃຫຍ່ຢູ່ໃນສະພາບເປ່ເພຢ່າງໜັກໜ່ວງ
ທ່ານ ສະເຫຼີມໄຊ ກົມມະສິດ ກ່າວວ່າ 'ເປົ້າໝາຍຕໍ່ໜ້ານັ້ນ ແມ່ນພວກເຮາເອິ້ນວ່າ ແຜນແມ່ບົດກ່ຽວກັບການຈັດຕັ້ງປະຕິບັດວິໄສທັດການສ້າງປະຊາຄົມອາຊຽນປີ 2045'
ແຜນການກໍ່ສ້າງທາງດ່ວນ 3 ໂຄງການໃນລາວ ໄດ້ຖືກຍົກເລີກ. ເພາະບໍລິສັດເອກະຊົນລາວແລະຈີນທີ່ໄດ້ຮັບການອະນຸຍາດສໍາປະທານໂຄງການນັ້ນ. ຍັງບໍ່ທັນມີເງິນທຶນສໍາລັບດຳເນິນການກໍ່ສ້າງຕົວຈິງ. ຊົງຣິດ ໂພນເງິນ ມີລາຍງານກ່ຽວກັບເລື້ອງນີ້ຈາກບາງກອກ.
ເເຂວງທີ່ປະເຊີນບັນຫານ້ຳຖ້ວມຫຼັກໆໄດ້ເເກ່ເເຂວງໄຊຍະບູລີ, ເເຂວງ ຫຼວງນ້ຳທາ ເເລະ ເເຂວງອື່ນໆທີ່ຢູ່ພາກເໜືອເເມ່ນໄດ້ຮັບຜົນກະທົບຫຼາຍທີ່ສຸດ.
ການລົງທຶນຂອງຕ່າງປະເທດໃນລາວຍັງສືບຕໍ່ຫຼຸດລົງ. ເນື່ອງຈາກວ່ານັກລົງທຶນຕ່າງ ປະເທດບໍ່ມີຄວາມເຊື່ອໝັ້ນຕໍ່ສະຖຽນລະພາບຂອງເງິນກີບ. ເຊິງທະນາຄານແຫ່ງຊາດລາວບໍ່ສາມາດຄວບຄຸມອັດຕາແລກປ່ຽນໄດ້ເລຍ
ລັດຖະບານລາວ ຈະບໍ່ສາມາດ ບັນລຸເປົ້າໝາຍ ການສ້າງບ້ານ ແລະ ໂຮງຮຽນ ປອດຢາເສບຕິດ ຕາມແຜນການທີ່ວາງໄວ້ ໃນປີ 2025 ຍ້ອນວ່າການປາບປາມການຄ້າຢາເສບຕິດມີປະສິດທິພາບຕໍ່າ. ຊົງຣິດໂພນເງິນ ມີລາຍງານກ່ຽວກັບເລື້ອງນີ້ ຈາກບາງກອກ.
ແມ່ຍິງລາວ ຕົກເປັນເຫຍື່ອ ຂອງການຄ້າປະເວນີ ຫລາຍຂຶ້ນ. ຍ້ອນຄວາມທຸກຍາກເຮັດໃຫ້ເຂົາເຈົ້າຖືກຫລອກລວງໄດ້ງ່າຍຈາກກຸ່ມຄ້າມະນຸດຂ້າມຊາດທີ່ມີເຄືອຂ່າຍຢ່າງກວ້າງ ຂວາງຢູ່ໃນເຂດລຸ່ມແມ່ນໍ້າຂອງ. ຊົງຣິດ ໂພນເງິນ ມີລາຍງານກ່ຽວກັບເລື້ອງນີ້ ຈາກບາງກອກ.
ປະຊາຊົນລາວລຸ້ນໃໝ່ເຫັນໄດ້ວ່າສົນໃຈໃນລັດຖະບານທີ່ມີຫຼາຍພັກ ຊຶ່ງເຂົາເຈົ້າກໍໄດ້ປຽບທຽບໃຫ້ພວກເຮົາຟັງ.
ຊາວລາວຫລາຍກວ່າ 721,000 ຄົນເດິນທາງໄປຊອກຫາວຽກເຮັດງານທຳຢູ່ໃນໄທ ໃນ 7 ເດືອນຕົ້ນປີ 2024 ຂະນະທີ່ລັດຖະມົນຕີລາວ ຍອມຮັບວ່າມີແຮງງານລາວ 2 ແສນກວ່າຄົນ ໄປເຮັດວຽກຢູ່ໄທ ແບບຜິດກົດໝາຍ. ຊົງຣິດ ໂພນເງິນ ມີລາຍງານ ກ່ຽວກັບເລື້ອງນີ້ຈາກບາງກອກ
ໂຫລດຕື່ມອີກ
No live streaming currently available