ທັງນີ້ ໂດຍສິນຄ້າທີ່ລາວ ນຳເຂົ້າແລະຕ້ອງຊຳລະລາຄາດ້ວຍເງິນຕາຕ່າງປະເທດຄິດເປັນມູນຄ່າສູງສຸດ ປະກອບມີ 10 ລາຍການສິນຄ້າດ້ວຍກັນ ໂດຍສະເພາະນ້ຳມັນເຊື້ອໄຟນັ້ນ ຄິດເປັນສັດສ່ວນເຖິງ 20 ເປີເຊັນ ຂອງມູນຄ່າການນຳເຂົ້າສິນຄ້າທັງໝົດ
ນາຍຕຳຫຼວດໄທຢືນຢັນວ່າ ລາວກາຍເປັນບ່ອນຫຼົບຊ້ອນຕົວ ຂອງບັນດານັກຄ້າຢາເສບຕິດລາຍໃຫຍ່ໃນເອເຊຍ ຊຶ່ງຈະຕ້ອງໄດ້ຮັບການຮ່ວມມືຈາກທາງການລາວເທົ່ານັ້ນ ຈຶ່ງຈະສາມາດຈັບກຸມຕົວໄດ້
ນັກວິຊາການໄທເຊື່ອວ່າ ລັດຖະບານລາວຈະໃຊ້ໂອກາດຂອງການເປັນປະທານອາຊຽນ ເພື່ອດຶງເອົາຈີນເຂົ້າມາມີສ່ວນໃນການຮ່ວມມື ເພື່ອແກ້ໄຂບັນຫາຂັດແຍ້ງທາງການເມືອງ
ນັກອານຸລັກສິ່ງແວດລ້ອມເຫັນວ່າ ລັດຖະບານລາວຄວນສຸມໃສ່ພັດທະນາໂຄງການຜະລິດພະລັງງານ ທີ່ມາຈາກລົມແບບນີ້ ແທນໃຫ້ການສ້າງເຂື່ອນໄຟຟ້າ
ສາເຫດທີ່ຈັບໂຕນັກຄ້າຢາເຫຼົ່ານັ້ນບໍ່ໄດ້ເພາະວ່າ ພວກເຂົາເຈົ້າພາກັນໜີອອກໄປຢູ່ຕ່າງປະເທດທັງໝົດ ຈຶ່ງເປັນການຍາກທີ່ຈະຕິດຕາມຈັບກຸມໂຕມາດໍາເນີນຄະດີຢູ່ໃນລາວໄດ້
ລັດຖະບານລາວວາງເປົ້າໝາຍຈະຫຼຸດການສົ່ງຖ່ານຫິນ ໃຫ້ໄດ້ 30 ເປີເຊັນ ຂອງຜົນຜະລິດຖ່ານຫິນທັງໝົດໃນປີ 2030 ແຕ່ກໍ່ເປັນການຢາກທີ່ຈະປະຕິບັດໄດ້ຈິງ ຍ້ອນວ່າມີການທຸດຈະຣິດຢ່າງກວ້າງຂວາງ
ໂດຍອັດຕາເງິນເຟີ້ໃນລາວ ໄດ້ປັບຕົວລົດລົງຈາກລະດັບສູງສຸດ 41.26 ເປີເຊັນ ເມື່ອເດືອນກຸມພາ 2023 ລົງມາຢູ່ທີ່ລະດັບ 24.37 ເປີເຊັນເມື່ອເດືອນທັນວາ 2023 ແຕ່ວາ ກໍບໍ່ເຮັດໃຫ້ລະດັບຄ່າຄອງຊີບໃນລາວ ລົດລົງແຕ່ຢ່າງໃດ
ນາຍົກລັດຖະມົນຕີໄທ ຢືນຢັນວ່າຈະພັດທະນາໃຫ້ປະເທດໄທເປັນສູນກາງການເຊື່ອມຕໍ່ດ້ານພະລັງງານສະອາດຂອງອາຊຽນໃຫ້ໄດ້ໃນ 5 ປີ ຕໍ່ໜ້າ ໂດຍຈະຮັບຊື້ພະລັງງານສະອາດທັງໝົດທີ່ຜະລິດຈາກລາວ
ສປປ ລາວ ຈັດໃຫ້ການທ່ອງທ່ຽວເປັນຂະແໜງການທີ່ເປັນບູລິມະສິດເພື່ອນໍາ ເງິນຕາຕ່າງປະເທດເຂົ້າ ແລະຟື້ນຟູເສດຖະກິດທີ່ກໍາລັງຝືດເຄືອງຢູ່ນີ້
ສາເຫດທີ່ເຮັດໃຫ້ພວກເຂົາເຈົ້າຢຸດເຊົາຈາກການຮຽນເພີ້ມຂຶ້ນນັບມື້ ເພາະວ່າບັນຫາເສດຖະກິດຕົກຕໍ່າຢ່າງຮຸນແຮງ ເຮັດໃຫ້ບໍ່ມີທຶນສຶກສາຕໍ່
ຜູ້ກ່ຽວໄດ້ຖືກສົ່ງຕົວໄປໄທແລ້ວ ຕາມການຂໍຮ້ອງຂອງຕໍາຫລວດໄທ ທີ່ເວົ້າວ່າຜູ້ກ່ຽວຢູ່ໃນບັນຊີດໍາຂອງຕົນ ແລະມີບົດບາດສໍາຄັນໃນການຊື້ຢາເສບຕິດ ແລະປະສານງານກັບກຸ່ມຄ້າຢາເສບຕິດໃນເຂດສາມຫຼ່ຽມຄໍາມາຕັ້ງແຕ່ປີ 2006
ໂຫລດຕື່ມອີກ
No live streaming currently available