ທ່ານອາລຸນແກ້ວ ເຄີຍຮັບໜ້າທີ່ເປັນລັດຖະມົນຕີ ປະຈຳສຳນັກງານນາຍົກ ແລະ ເອກອັກຄະລັດຖະທູດຂອງລາວ ປະຈຳອົງການສະຫະປະຊາຊາດ
ລັດຖະບານລາວ ຄາດໝາຍວ່າ ຈະມີລາຍຮັບ ຈາກການອະນຸຍາດໃຫ້ສຳປະທານຂຸດຄົ້ນແຮ່ທາດ ຄິດເປັນມູນຄ່າ 2.8 ຕື້ໂດລາ ໃນປີ 2030 ແລະ ຄາດວ່າການຜະລິດແຮ່ທາດໃນລາວ ຈະມີມູນຄ່າເຖິງ 23.4 ຕື້ໂດລາ
ເຈົ້າໜ້າທີ່ກວດກາພັກ-ລັດ ຢືນຢັນວ່າ ການທຸຈະລິດໄດ້ເກີດຂຶ້ນ ໃນທຸກວົງການແລະທຸກລະດັບຊັ້ນພາຍໃນວົງການພັກແລະລັດ ໂດຍສະເພາະແມ່ນບັນດາໂຄງ ການພັດທະນາຕ່າງໆ ທີ່ລັດຖະບານລົງທຶນນັ້ນ
ຄວາມສາມາດໃນການຊື້ສິນຄ້າຂອງປະຊາຊົນລາວ ຍັງສືບຕໍ່ຫຼຸດລົງເກີນກວ່າ 200 ເປີເຊັນ ຍ້ອນວ່າການຜະລິດສິນຄ້າໃນປະເທດ ຍັງບໍ່ສາມາດຕອບສະໜອງໄດ້ຢ່າງພຽງພໍ ແລະ ຄ່າເງິນກີບຍັງສືບຕໍ່ປັ່ນປ່ວນ
ໃນການໄປເຮັດວຽກແບບນີ້ ພວກຄົນງານລາວ ແລະຄອບຄົວຂອງເຂົາເຈົ້າ ບໍ່ເຄີຍຄິດເລີຍວ່າ ມັນເປັນການເຮັດວຽກທີ່ຜິດກົດໝາຍ ແລະເປັນອັນຕະລາຍແຕ່ຢ່າງໃດເລີຍ ເຖິງແມ່ນວ່າ ຈະມີຂ່າວໃນບາງຄັ້ງຄາວກ່ຽວກັບການຄາດຕະກໍາ ໂດຍບໍ່ຮູ້ເຫດຜົນ ຫລືສືບສວນຫາຜູ້ກໍ່ເຫດໄດ້ ແລະການຈັບກຸມຫົວໜ້າກຸ່ມແກັ່ງທີ່ຕັ້ງຄອລເຊັນເຕີ ຢູ່ໃນວຽງຈັນ ແລະເຂດເສດຖະກິດພິເສດ
ນາຍົກລັດຖະມົນຕີໄທ ຖະແຫຼງຢືນຢັນວ່າ ທ່ານໄດ້ປະຕິ ເສດຕໍ່ການຮຽກຮ້ອງຂອງນາຍົກລັດຖະມົນຕີລາວເພາະການສົ່ງກະແສໄຟຟ້າດັ່ງກ່າວ ເປັນເລື້ອງຂອງຜົນປະໂຫຍດທາງທຸລະກິດ
ຊາວຂະມຸ ແມ່ນມາຈາກຕະກຸນຊົນເຜົ່າມອນ-ຂະແມ ຊຶ່ງເປັນຕະກຸນຊົນເຜົ່າດັ້ງເດີມຂອງປະເທດລາວ, ປັດຈຸບັນເຂົາເຈົ້າມີປະມານ 20 ພັນຄົນທີ່ອາໄສຢູ່ໃນ ສະຫະລັດ
ນັກທຸລະກິດໄທໃນລາວ ເປີດເຜີຍວ່າ ສາເຫດສໍາຄັນທີ່ເຮັດໃຫ້ຕົ້ນທຶນການຂົນສົ່ງສິນຄ້າຂອງລາວ ສູງກວ່າປະເທດເພື່ອນບ້ານກໍຄື ອັດຕາຄ່າທໍານຽມ ທີ່ສູງກວ່າອັດຕາມາດຕະຖານສາກົນນໍາ
ລັດຖະບານລາວອະນຸຍາດສຳປະທານທີ່ດິນໃຫ້ແກ່ບັນດານັກທຸລະກິດ ແລະ ຕ່າງຊາດ ຄິດເປັນສັດສ່ວນທີ່ເກີນກວ່າ 46 ເປີເຊັນ ຂອງພື້ນທີ່ທັງໝົດຂອງລາວ ໂດຍມີບັນດາທຸລະກິດຈີນຖືຄອງສຳປະທານຫຼາຍທີ່ສຸດ
ນັກທຸລະກິດບໍ່ຍອມຮັບ ອັດຕາແລກປ່ຽນ ທີ່ທະນາຄານແຫ່ງຊາດກຳນົດ ຈຶ່ງໄດ້ພາກັນແລກປ່ຽນເງິນນອກລະບົບທະນາຄານເປັນດ້ານຫຼັກ ເຖິງແມ່ນວ່າ ຮ້ານແລກປ່ຽນເງິນເອກະຊົນຈະຖືກສັ່ງປິດໄປໝົດແລ້ວກໍຕາມ ແຕ່ກໍຍັງມີການລັກລອບແລກປ່ຽນຢູ່ຫລັງຮ້ານເລື້ອຍມາ
ບັນດາບໍລິສັດຈີນພາກັນປະຖິ້ມສຳປະທານຂຸດຄົ້ນແຮ່ທາດແບບເລັ່ງດ່ວນໃນລາວ ເພາະລາຄາແຮ່ເຫຼັກໃນຕະຫຼາດຕົກຕໍ່າ ແລະ ຄ່າຂົນສົ່ງສູງ ຈຶ່ງຕ້ອງການໃຫ້ລັດຖະບານລາວຫຼຸດຄ່າສຳປະທານລົງອີກ
ໂຫລດຕື່ມອີກ
No live streaming currently available