ເຈົ້າໜ້າທີ່ກະຊວງການເງິນຢືນຢັນວ່າ ອັດຕາເງິນເຟີ້ທີ່ປັບໂຕຫຼຸດລົງໃນເດືອນພະຈິກປີ 2023 ທີ່ຜ່ານມາ ບໍ່ໄດ້ສົ່ງຜົນເຮັດໃຫ້ລະດັບຄ່າຄອງຊີບໃນລາວຫຼຸດລົງເລີຍ
ລັດຖະບານລາວ ເລື່ອນເປົ້າໝາຍການຢຸດບັນຫາຢາເສບຕິດໃນປະເທດ ໃຫ້ໄດ້ຢ່າງສິ້ນເຊີງ ຈາກປີ 2023 ໄປເປັນໃນປີ 2025 ເພາະການປະຕິບັດທີ່ຜ່ານມາຍັງບໍ່ສາມາດມ້າງຂະບວນການຄ້າຢາລາຍໃຫຍ່ໄດ້ເລີຍ
ໂດຍເງື່ອນໄຂ 5 ຂໍ້ໃນການແກ້ໄຂບັນຫາຂັດແຍ້ງໃນມຽນມາ ຊຶ່ງໄດ້ກຳນົດໃນກອງປະຊຸມຜູ້ນຳອາຊຽນໃນວາລະພິເສດທີ່ນະຄອນຫຼວງຈາກາຕ້າ ຂອງອິນໂດເນເຊຍ ເມື່ອວັນທີ 24 ເມສາ 2021 ຍັງສາມາດປະຕິ ບັດໄດ້ເລີຍຈົນເຖິງປັດຈຸບັນນີ້
ປະຊາຊົນລາວ ຄັດຄ້ານການອະນຸຍາດໃຫ້ສຳປະທານຂຸດຄົ້ນແຮ່ ໂປຕັສ ແກ່ບໍລິສັດຈີນ ຈຳນວນ 5 ໂຄງການ ໃນເຂດນະຄອນຫຼວງວຽງຈັນ ເພາະຢ້ານກົວວ່າ ຈະເກີດຜົນກະທົບຢ່າງກວ້າງຂວາງ
ລັດຖະບານລາວໄດ້ຮັບສະເລ່ຍພຽງ 30 ໂດລາເທົ່ານັ້ນຕໍ່ການຂຸດຄົ້ນແຮ່ຫາຍາກໃນປະລິມານ 1 ໂຕນ.
ເຈົ້າໜ້າທີ່ໃນຄະນະກວດກາພັກ-ລັດເປີດເຜີຍວ່າ ມີການກວດກາ ແລະພົບວ່າ ໄດ້ມີການທຸຈະລິດເພື່ອລັກເອົາເງິນຊົດເຊີຍໄປຈໍານວນນຶ່ງ.
ໂຄງການທາງລົດໄຟລາວ-ຈີນໄດ້ສົ່ງຜົນກະທົບຕໍ່ປະຊາຊົນ 8,139 ຄອບຄົວໃນເຂດ 13 ເມືອງຂອງແຂວງຫຼວງນ້ຳທາ, ອຸດົມໄຊ, ຫຼວງພະບາງ, ວຽງຈັນ ແລະ ນະຄອນຫຼວງວຽງຈັນ.
ທາງດ້ານຜູ້ປະສານງານໃນຄະນະກຳມະການແມ່ນ້ຳຂອງແຫ່ງຊາດໄທ ເປີດເຜີຍວ່າ ຄະນະຜູ້ແທນຂອງໄທ ໄດ້ສະເໜີໃຫ້ມີການສຶກສາວິໄຈເພື່ອການປ້ອງກັນຜົນກະທົບແບບຂ້າມພົມແດນ ໃນທຸກໂຄງການກໍ່ສ້າງເຂື່ອນເທິງແນວແມ່ນ້ຳຂອງ ທີ່ຈະນຳສະເໜີເຂົ້າສູ່ຂະບວນການປຶກສາຫາລືຮ່ວມກັນລະຫວ່າງປະເທດສະມາຊິກຂອງຄະນະກຳມາທິການແມ່ນ້ຳຂອງ
ລັດຖະບານລາວ ຈະນຳໃຊ້ໂອກາດ ໃນການເປັນປະທານຂອງອາຊຽນ ເພື່ອໂຄສະນາ ແລະ ສົ່ງເສີມປີການທ່ອງທ່ຽວ 2024 ໂດຍຈະດຶງດູດເອົາຊາວຕ່າງຊາດໃຫ້ໄດ້ເຖິງ 2.7 ລ້ານຄົນ ແລະ ສ້າງລາຍຮັບ 400 ລ້ານໂດລາ
ຮ້ານຄ້າຂາຍຍ່ອຍຫຍີ່ຫໍ້ອື່ນ ທີ່ເປັນສາຂາຂອງເຄືອຂ່າຍຮ້ານຄ້າຕ່າງປະເທດມາແຂ່ງຂັນກັນ ໃນຕະຫຼາດຂອງນະຄອນຫຼວງ ທີ່ມີປະຊາຊົນປະມານນຶ່ງລ້ານຄົນຢູ່ນີ້ ແນ່ນອນມັນສ້າງຄວາມກັງວົນໃຈ ດ້ານຜົນກະທົບຕໍ່ການດຳເນີນທຸລະກິດຂອງຮ້ານຂາຍຍ່ອຍ ໃນຊຸມຊົນຂົງເຂດນັ້ນ ພໍສົມຄວນ
ສະມາຊິກສະພາແຫ່ງຊາດເປີດເຜີຍວ່າ ລັດວິສາຫະກິດທັງ 178 ຫົວໜ່ວຍປະເຊີນກັບສະພາວະຂາດທຶນຢ່າງຫຼວງຫຼາຍ ອັນເກີດຈາກການສະແຫວງຫາຜົນປະໂຫຍດສ່ວນໂຕເປັນດ້ານຫຼັກ
ໂຫລດຕື່ມອີກ
No live streaming currently available