ໃນເກມກິລາເຕະບານຮອບຄັດເລືອກລະຫວ່າງ ເກົາຫຼີເໜືອ ເເລະ ຊີເຣຍນັ້ນຈະເຫັນໄດ້ວ່າ ທາງສະມາຄົມບານເຕະຊີເຣຍ (SFA) ພະຍາຍາມທີ່ຈະຖ່າຍທອດສົດຜ່ານຊ່ອງທາງຢູທູບ (YouTube) ເເຕ່ຫຼັງຈາກການຮ້ອງເພງຊາດທັງສອງຝ່າຍຈົບລົງ ເເລະ ການເເຂ່ງຂັນທີ່ຫາກໍເລີ່ມຖ່າຍທອດສົດຢູ່ນັ້ນ ກໍຖືກຕັດ ເເລະ ງົດການອອກອາກາດໄປ
ຜູ້ປະສານງານກຸ່ມເສຣີພາບແມ່ນ້ຳຂອງ ເປີດເຜີຍວ່າ ການສຶກສາ-ວິໄຈກ່ຽວກັບຜົນກະທົບທີ່ຈະເກີດຈາກໂຄງການກໍ່ສ້າງເຂື່ອນປາກແບ່ງເທິງແລວນ້ຳຂອງໃນລາວ ພົບວ່າ ການກັກເກັບນ້ຳຂອງໂຄງການເຂື່ອນປາກແບ່ງ ຈະສົ່ງຜົນກະທົບຕໍ່ບັນດາເກາະດອນ ແລະແກ່ງໃນເຂດແດນທາງນ້ຳໃນແລວນ້ຳຂອງ ລະຫວ່າງ ລາວກັບໄທ ຢ່າງຫລີກລ່ຽງບໍ່ໄດ້
ເສັ້ນທາງຂອງການເປັນນັກກິລາໂອລິມປິກຂອງນາງ ໃນເທື່ອນີ້ ເຕັມໄປດ້ວຍຄວາມຫຍຸ້ງຍາກລຳບາກຍ້ອນວ່າ ນາງຕ້ອງຕໍ່ສູ້ກັບພະຍາດໝາກໄຂ່ຫລັງສອງຊະນິດທີ່ປົວໄດ້ຍາກນັບແຕ່ເດືອນສິງຫາປີ 2023 ເປັນຕົ້ນມາ ຊຶ່ງເຮັດໃຫ້ນາງຕ້ອງຢຸດ ການຝຶກຊ້ອມກິລາເປັນເວລາ 6 ເດືອນ
ທ່ານບຸນເຫຼືອ ສິນໄຊວໍລະວົງ ຜູ້ວ່າການທະນາຄານແຫ່ງຊາດລາວ ໃຫ້ການຢືນຢັນວ່າ ປະລິມານເງິນຕາຕ່າງປະເທດທີ່ໝູນວຽນຢູ່ໃນລະບົບທະນາຄານການຄ້າໃນລາວ ໃນປັດຈຸບັນນີ້ ຄິດເປັນສັດສ່ວນຫຼາຍກວ່າ 70 ເປີເຊັນຂອງມູນຄ່າທັງໝົດນັ້ນ ຄືເງິນຕາທີ່ຝາກໂດຍບັນດາບໍລິສັດແລະນັກທຸລະກິດຂອງລາວ
ນາຍທະຫານໃນໜ່ວຍສະເພາະກິດ ເພື່ອການປາບປາມການຄ້າຢາເສບຕິດຂ້າມຊາດຢູ່ທີ່ເຂດຊາຍແດນໃນພາກເໜືອຂອງປະເທດ ເປີດເຜີຍວ່າ ປະເພດຂອງອາຊະຍາກຳທີ່ມີມູນຄ່າ ຄິດເປັນຕົວເງິນສູງທີ່ສຸດໃນເຂດພາກເໜືອຂອງໄທ ໃນປັດຈຸບັນກໍຄືການຄ້າຢາເສບຕິດ
ທ່ານບຸນເຫຼືອ ສິນໄຊວໍລະວົງ ຜູ້ວ່າການທະນາຄານແຫ່ງຊາດລາວ ໃຫ້ການຍອມຮັບວ່າ ລັດຖະບານລາວ ຈະບໍ່ສາມມາດແກ້ໄຂ ຫຼືຢຸດຢັ້ງບັນຫາວິກິດການທາງເສດຖະກິດ ແລະການເງິນໄດ້ຢ່າງເປັນຮູບປະທຳໃນປີ 2024 ນີ້ ທັງຍັງອາດຈະບໍ່ສາມາດເຮັດໃຫ້ເສດຖະກິດລາວ ມີການຂະຫຍາຍຕົວເພີ້ມຂຶ້ນໄດ້ຕາມເປົ້າໝາຍທີ່ວາງໄວ້ອີກດ້ວຍ
ການຫາປາໃນລຸ່ມເເມ່ນ້ຳຂອງກາຍເປັນເລື່ອງທີ່ຫຍຸ້ງຍາກຫຼາຍຂຶ້ນ
ເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ອາດສະພັງທອງ ສີພັນດອນ ໄດ້ໃຫ້ການຄາດໝາຍວ່າໃນຕະຫຼອດປີທ່ອງທ່ຽວລາວ 2024 ນີ້ຈະມີຊາວຕ່າງຊາດເດີນທາງມາທ່ອງທ່ຽວໃນນະຄອນຫຼວງວຽງຈັນ 5 ລ້ານກວ່າຄົນຢ່າງແນ່ນອນ
ນັກທຸລະກິດລາວ ເປີດເຜີຍວ່າ ສະພາການຄ້າແລະອຸດສາຫະກຳແຫ່ງຊາດລາວ ໄດ້ຮຽກຮ້ອງຕໍ່ກະຊວງອຸຸດສາຫະກຳ ແລະການຄ້າ ເພື່ອຂໍໃຫ້ດຳເນີນມາດຕະການຈຂຳກັດການນຳເຂົ້າສິນຄ້າກະສິກຳແລະສິນຄ້າສຳເລັດຮູບບາງຊະນິດຈາກຕ່າງປະເທດ ເຊັ່ນ ເຂົ້າ ຊີ້ນ ປາ ກາເຟ ແລະຊາ
ໂຫລດຕື່ມອີກ
No live streaming currently available