ການເດີນທາງໄປຮອດຈຸດເກີດເຫດຂອງໜ່ວຍດັບເພີງແມ່ນໃຊ້ເວລາປະມານ 15 ຫາ 20 ນາທີ
ທັງນີ້ ໂດຍເປົ້າໝາຍຂອງລັດຖະບານໄທ ດັ່ງກ່າວ ຖືເປັນເປົ້າໝາຍທີ່ສູງທີ່ສຸດ ເມື່ອທຽບໃສ່ປະເທດສະມາຊິກໃນອາຊຽນດ້ວຍກັນ ຊຶ່ງຕິດຕາມດ້ວຍມາເລເຊຍ ສິງກະໂປ ຫວຽດນາມ ອິດໂດເນເຊຍ ຟີລິບປິນ ກຳປູເຈຍ ມຽນມາ ລາວ ແລະບຣູໄນ ຕາມລຳດັບ
ຍອດຜະລິດຕະພັນລວມພາຍໃນ (GDP) ຂອງລາວ ໃນປີ 2024 ນີ້ ຄາດໝາຍວ່າ ຈະມີມູນຄ່າລວມຕ່ຳທີ່ສຸດ ແລະຈັດຢູ່ອັນດັບທີ 10 ໃນອາຊຽນ ຍ້ອນຜົນກະທົບຈາກອັດຕາເງິນເຟີ້ສູງ ແລະຄ່າເງິນກີບຕົກຕ່ຳລົງ
ຜູ້ປະສານງານເຄືອຂ່າຍອົງການອະນຸລັກຊັບພະຍາກອນທຳມະຊາດໃນລຸ່ມນ້ຳຂອງ ເປີດເຜີຍວ່າ ການລັກລອບເຜົາປ່າໄມ້ເພື່ອບຸກເບີກພື້ນທີ່ສຳລັບຮອງຮັບການປູກພຶດເສດຖະກິດຊະນິດຕ່າງໆໃນລາວ ເພື່ອເພີ້ມການສົ່ງອອກໄປຕ່າງປະເທດໃຫ້ຫຼາຍຂຶ້ນໄດ້ເຮັດໃຫ້ລາວ ສູນເສຍພື້ນທີ່ປ່າໄມ້ຢ່າງກວ້າງຂວາງ
ດຣ. ຈັນໂທ ສຸຣິໂຍ, ປະທານກິດຕິມະສັກຂອງວັດພຸດທາຣາມ ແລະເປັນ City council ໃນເມືອງ Murfreesboro ໃນລັດເທັນເນສຊີ ກ່າວວ່າ 'ການຢູ່ຮ່ວມກັນແບບຖືກຕ້ອງປອງດອງ ຄືການພົວພັນເຊິ່ງກັນ ແລະກັນ, ເຮົາຮູ້ເພິ່ນ ເພິ່ນຮູ້ເຮົາ'
ຮສ.ດຣ. ສົມພົບ ມານະຣັງສັນ ອະທິການບໍດີຂອງສະຖາບັນການຈັດການປັນຍາພິວັດ ໄດ້ໃຫ້ທັດສະນະວ່າ ການຕົກລົງວ່າດ້ວຍການນຳໃຊ້ເງິນຕາສະກຸນທ້ອງຖິ່ນ ເພື່ອການຊຳລະສະສາງລາຄາສິນຄ້າແລະບໍລິການຕ່າງໆ ລວມເຖິງການລົງທຶນລະຫວ່າງຈີນກັບອາຊຽນ
ເຈົ້າໜ້າທີ່ຂັ້ນສູງຂອງ EDL ເປີດເຜີຍວ່າ ໂຄງຂ່າຍສາຍສົ່ງກະແສໄຟຟ້າໃນທົ່ວປະເທດລາວ ຕົກຢູ່ພາຍໃຕ້ສະພາບຊຸດໂຊມຢ່າງໜັກໃນປັດຈຸບັນນີ້ ເພາະວ່າ ເປັນລະບົບສາຍສົ່ງກະແສໄຟຟ້າທີ່ໄດ້ນຳໃຊ້ນັບເປັນໄລຍະເວລາທີ່ຍາວນານກວ່າ 30 ປີມາແລ້ວ ຈຶ່ງບໍ່ສາມາດຮອງຮັບກັບກະແສໄຟຟ້າທີ່ຜະລິດຈາກເຂື່ອນຫຼືໂຮງງານຜະລິດໄຟຟ້າໃນປັດຈຸບັນໄດ້ຢ່າງເຕັມກຳລັງ
ໃນເກມກິລາເຕະບານຮອບຄັດເລືອກລະຫວ່າງ ເກົາຫຼີເໜືອ ເເລະ ຊີເຣຍນັ້ນຈະເຫັນໄດ້ວ່າ ທາງສະມາຄົມບານເຕະຊີເຣຍ (SFA) ພະຍາຍາມທີ່ຈະຖ່າຍທອດສົດຜ່ານຊ່ອງທາງຢູທູບ (YouTube) ເເຕ່ຫຼັງຈາກການຮ້ອງເພງຊາດທັງສອງຝ່າຍຈົບລົງ ເເລະ ການເເຂ່ງຂັນທີ່ຫາກໍເລີ່ມຖ່າຍທອດສົດຢູ່ນັ້ນ ກໍຖືກຕັດ ເເລະ ງົດການອອກອາກາດໄປ
ຜູ້ປະສານງານກຸ່ມເສຣີພາບແມ່ນ້ຳຂອງ ເປີດເຜີຍວ່າ ການສຶກສາ-ວິໄຈກ່ຽວກັບຜົນກະທົບທີ່ຈະເກີດຈາກໂຄງການກໍ່ສ້າງເຂື່ອນປາກແບ່ງເທິງແລວນ້ຳຂອງໃນລາວ ພົບວ່າ ການກັກເກັບນ້ຳຂອງໂຄງການເຂື່ອນປາກແບ່ງ ຈະສົ່ງຜົນກະທົບຕໍ່ບັນດາເກາະດອນ ແລະແກ່ງໃນເຂດແດນທາງນ້ຳໃນແລວນ້ຳຂອງ ລະຫວ່າງ ລາວກັບໄທ ຢ່າງຫລີກລ່ຽງບໍ່ໄດ້
ເສັ້ນທາງຂອງການເປັນນັກກິລາໂອລິມປິກຂອງນາງ ໃນເທື່ອນີ້ ເຕັມໄປດ້ວຍຄວາມຫຍຸ້ງຍາກລຳບາກຍ້ອນວ່າ ນາງຕ້ອງຕໍ່ສູ້ກັບພະຍາດໝາກໄຂ່ຫລັງສອງຊະນິດທີ່ປົວໄດ້ຍາກນັບແຕ່ເດືອນສິງຫາປີ 2023 ເປັນຕົ້ນມາ ຊຶ່ງເຮັດໃຫ້ນາງຕ້ອງຢຸດ ການຝຶກຊ້ອມກິລາເປັນເວລາ 6 ເດືອນ
ທ່ານບຸນເຫຼືອ ສິນໄຊວໍລະວົງ ຜູ້ວ່າການທະນາຄານແຫ່ງຊາດລາວ ໃຫ້ການຢືນຢັນວ່າ ປະລິມານເງິນຕາຕ່າງປະເທດທີ່ໝູນວຽນຢູ່ໃນລະບົບທະນາຄານການຄ້າໃນລາວ ໃນປັດຈຸບັນນີ້ ຄິດເປັນສັດສ່ວນຫຼາຍກວ່າ 70 ເປີເຊັນຂອງມູນຄ່າທັງໝົດນັ້ນ ຄືເງິນຕາທີ່ຝາກໂດຍບັນດາບໍລິສັດແລະນັກທຸລະກິດຂອງລາວ
ນາຍທະຫານໃນໜ່ວຍສະເພາະກິດ ເພື່ອການປາບປາມການຄ້າຢາເສບຕິດຂ້າມຊາດຢູ່ທີ່ເຂດຊາຍແດນໃນພາກເໜືອຂອງປະເທດ ເປີດເຜີຍວ່າ ປະເພດຂອງອາຊະຍາກຳທີ່ມີມູນຄ່າ ຄິດເປັນຕົວເງິນສູງທີ່ສຸດໃນເຂດພາກເໜືອຂອງໄທ ໃນປັດຈຸບັນກໍຄືການຄ້າຢາເສບຕິດ
ໂຫລດຕື່ມອີກ
No live streaming currently available