ຄວາມສາມາດໃນການຊື້ສິນຄ້າຂອງປະຊາຊົນລາວ ຍັງສືບຕໍ່ຫຼຸດລົງເກີນກວ່າ 200 ເປີເຊັນ ຍ້ອນວ່າການຜະລິດສິນຄ້າໃນປະເທດ ຍັງບໍ່ສາມາດຕອບສະໜອງໄດ້ຢ່າງພຽງພໍ ແລະ ຄ່າເງິນກີບຍັງສືບຕໍ່ປັ່ນປ່ວນ
ໃນການໄປເຮັດວຽກແບບນີ້ ພວກຄົນງານລາວ ແລະຄອບຄົວຂອງເຂົາເຈົ້າ ບໍ່ເຄີຍຄິດເລີຍວ່າ ມັນເປັນການເຮັດວຽກທີ່ຜິດກົດໝາຍ ແລະເປັນອັນຕະລາຍແຕ່ຢ່າງໃດເລີຍ ເຖິງແມ່ນວ່າ ຈະມີຂ່າວໃນບາງຄັ້ງຄາວກ່ຽວກັບການຄາດຕະກໍາ ໂດຍບໍ່ຮູ້ເຫດຜົນ ຫລືສືບສວນຫາຜູ້ກໍ່ເຫດໄດ້ ແລະການຈັບກຸມຫົວໜ້າກຸ່ມແກັ່ງທີ່ຕັ້ງຄອລເຊັນເຕີ ຢູ່ໃນວຽງຈັນ ແລະເຂດເສດຖະກິດພິເສດ
ນາຍົກລັດຖະມົນຕີໄທ ຖະແຫຼງຢືນຢັນວ່າ ທ່ານໄດ້ປະຕິ ເສດຕໍ່ການຮຽກຮ້ອງຂອງນາຍົກລັດຖະມົນຕີລາວເພາະການສົ່ງກະແສໄຟຟ້າດັ່ງກ່າວ ເປັນເລື້ອງຂອງຜົນປະໂຫຍດທາງທຸລະກິດ
ຊາວຂະມຸ ແມ່ນມາຈາກຕະກຸນຊົນເຜົ່າມອນ-ຂະແມ ຊຶ່ງເປັນຕະກຸນຊົນເຜົ່າດັ້ງເດີມຂອງປະເທດລາວ, ປັດຈຸບັນເຂົາເຈົ້າມີປະມານ 20 ພັນຄົນທີ່ອາໄສຢູ່ໃນ ສະຫະລັດ
ນັກທຸລະກິດໄທໃນລາວ ເປີດເຜີຍວ່າ ສາເຫດສໍາຄັນທີ່ເຮັດໃຫ້ຕົ້ນທຶນການຂົນສົ່ງສິນຄ້າຂອງລາວ ສູງກວ່າປະເທດເພື່ອນບ້ານກໍຄື ອັດຕາຄ່າທໍານຽມ ທີ່ສູງກວ່າອັດຕາມາດຕະຖານສາກົນນໍາ
ລັດຖະບານລາວອະນຸຍາດສຳປະທານທີ່ດິນໃຫ້ແກ່ບັນດານັກທຸລະກິດ ແລະ ຕ່າງຊາດ ຄິດເປັນສັດສ່ວນທີ່ເກີນກວ່າ 46 ເປີເຊັນ ຂອງພື້ນທີ່ທັງໝົດຂອງລາວ ໂດຍມີບັນດາທຸລະກິດຈີນຖືຄອງສຳປະທານຫຼາຍທີ່ສຸດ
ນັກທຸລະກິດບໍ່ຍອມຮັບ ອັດຕາແລກປ່ຽນ ທີ່ທະນາຄານແຫ່ງຊາດກຳນົດ ຈຶ່ງໄດ້ພາກັນແລກປ່ຽນເງິນນອກລະບົບທະນາຄານເປັນດ້ານຫຼັກ ເຖິງແມ່ນວ່າ ຮ້ານແລກປ່ຽນເງິນເອກະຊົນຈະຖືກສັ່ງປິດໄປໝົດແລ້ວກໍຕາມ ແຕ່ກໍຍັງມີການລັກລອບແລກປ່ຽນຢູ່ຫລັງຮ້ານເລື້ອຍມາ
ບັນດາບໍລິສັດຈີນພາກັນປະຖິ້ມສຳປະທານຂຸດຄົ້ນແຮ່ທາດແບບເລັ່ງດ່ວນໃນລາວ ເພາະລາຄາແຮ່ເຫຼັກໃນຕະຫຼາດຕົກຕໍ່າ ແລະ ຄ່າຂົນສົ່ງສູງ ຈຶ່ງຕ້ອງການໃຫ້ລັດຖະບານລາວຫຼຸດຄ່າສຳປະທານລົງອີກ
ໃນລາຍງານດ້ານການເງິນຂອງລາວທີ່ຫາກໍ່ພິມເຜີຍແຜ່ອອກມາເມື່ອມໍ່ໆມານີ້ ໂດຍທະນາຄານໂລກເວົ້າວ່າ ໃນປີ 2023 ຜ່ານມາ ເງິນກີບຍັງສືບຕໍ່ອ່ອນຄ່າລົງ ຊຶ່ງຫລຸດລົງປະມານ 29 ເປີເຊັນ ເມື່ອທຽບກັບເງິນບາດຂອງໄທ ແລະ 21 ເປີເຊັນ ເມື່ອທຽບກັບເງິນໂດລາ
ບັນດາປະຊາຊົນຈະຖືກຕັດສິດຄອບຄອງທີ່ດິນ ເພາະເປັນທີ່ດິນທີ່ພວກເຂົາເຈົ້າອາໄສຢູ່ໃນເຂດປ່າສະຫງວນ ແຕ່ນັກທຸລະກິດ ຈີນ ຊໍ້າພັດຍັງໄດ້ຮັບອະນຸຍາດ ສໍາປະທານທີ່ດິນໃນລາວເພີ້ມຂຶ້ນ
ດຣ. ແອນດຣູ ແວລສ໌-ແດັງ ກ່າວວ່າ: 'ຂ້າພະເຈົ້າຄິດວ່າ ຍັງມີໂອກາດສໍາລັບການພົວພັນຂອງລາວກັບສະຫະລັດໃນເລື່ອງນີ້ ເພາະວ່າສະຫະລັດເປັນຄູ່ຮ່ວມມືຂອງອາຊຽນ'
ເຈົ້າໜ້າທີ່ກະຊວງການເງິນຢືນຢັນວ່າ ອັດຕາເງິນເຟີ້ທີ່ປັບໂຕຫຼຸດລົງໃນເດືອນພະຈິກປີ 2023 ທີ່ຜ່ານມາ ບໍ່ໄດ້ສົ່ງຜົນເຮັດໃຫ້ລະດັບຄ່າຄອງຊີບໃນລາວຫຼຸດລົງເລີຍ
ໂຫລດຕື່ມອີກ
No live streaming currently available