ສປປ ລາວ ຈັດໃຫ້ການທ່ອງທ່ຽວເປັນຂະແໜງການທີ່ເປັນບູລິມະສິດເພື່ອນໍາ ເງິນຕາຕ່າງປະເທດເຂົ້າ ແລະຟື້ນຟູເສດຖະກິດທີ່ກໍາລັງຝືດເຄືອງຢູ່ນີ້
ສາເຫດທີ່ເຮັດໃຫ້ພວກເຂົາເຈົ້າຢຸດເຊົາຈາກການຮຽນເພີ້ມຂຶ້ນນັບມື້ ເພາະວ່າບັນຫາເສດຖະກິດຕົກຕໍ່າຢ່າງຮຸນແຮງ ເຮັດໃຫ້ບໍ່ມີທຶນສຶກສາຕໍ່
ຜູ້ກ່ຽວໄດ້ຖືກສົ່ງຕົວໄປໄທແລ້ວ ຕາມການຂໍຮ້ອງຂອງຕໍາຫລວດໄທ ທີ່ເວົ້າວ່າຜູ້ກ່ຽວຢູ່ໃນບັນຊີດໍາຂອງຕົນ ແລະມີບົດບາດສໍາຄັນໃນການຊື້ຢາເສບຕິດ ແລະປະສານງານກັບກຸ່ມຄ້າຢາເສບຕິດໃນເຂດສາມຫຼ່ຽມຄໍາມາຕັ້ງແຕ່ປີ 2006
ຜົນກະທົບສາມດ້ານລວມມີ: ຜົນກະທົບຕໍ່ລະບົບນິເວດທໍາມະຊາດ, ຜົນກະທົບດ້ານສະບຽງອາຫານ ແລະຜົນກະທົບທາງດ້ານເສດຖະກິດ
ທ່ານອາລຸນແກ້ວ ເຄີຍຮັບໜ້າທີ່ເປັນລັດຖະມົນຕີ ປະຈຳສຳນັກງານນາຍົກ ແລະ ເອກອັກຄະລັດຖະທູດຂອງລາວ ປະຈຳອົງການສະຫະປະຊາຊາດ
ລັດຖະບານລາວ ຄາດໝາຍວ່າ ຈະມີລາຍຮັບ ຈາກການອະນຸຍາດໃຫ້ສຳປະທານຂຸດຄົ້ນແຮ່ທາດ ຄິດເປັນມູນຄ່າ 2.8 ຕື້ໂດລາ ໃນປີ 2030 ແລະ ຄາດວ່າການຜະລິດແຮ່ທາດໃນລາວ ຈະມີມູນຄ່າເຖິງ 23.4 ຕື້ໂດລາ
ເຈົ້າໜ້າທີ່ກວດກາພັກ-ລັດ ຢືນຢັນວ່າ ການທຸຈະລິດໄດ້ເກີດຂຶ້ນ ໃນທຸກວົງການແລະທຸກລະດັບຊັ້ນພາຍໃນວົງການພັກແລະລັດ ໂດຍສະເພາະແມ່ນບັນດາໂຄງ ການພັດທະນາຕ່າງໆ ທີ່ລັດຖະບານລົງທຶນນັ້ນ
ຄວາມສາມາດໃນການຊື້ສິນຄ້າຂອງປະຊາຊົນລາວ ຍັງສືບຕໍ່ຫຼຸດລົງເກີນກວ່າ 200 ເປີເຊັນ ຍ້ອນວ່າການຜະລິດສິນຄ້າໃນປະເທດ ຍັງບໍ່ສາມາດຕອບສະໜອງໄດ້ຢ່າງພຽງພໍ ແລະ ຄ່າເງິນກີບຍັງສືບຕໍ່ປັ່ນປ່ວນ
ໃນການໄປເຮັດວຽກແບບນີ້ ພວກຄົນງານລາວ ແລະຄອບຄົວຂອງເຂົາເຈົ້າ ບໍ່ເຄີຍຄິດເລີຍວ່າ ມັນເປັນການເຮັດວຽກທີ່ຜິດກົດໝາຍ ແລະເປັນອັນຕະລາຍແຕ່ຢ່າງໃດເລີຍ ເຖິງແມ່ນວ່າ ຈະມີຂ່າວໃນບາງຄັ້ງຄາວກ່ຽວກັບການຄາດຕະກໍາ ໂດຍບໍ່ຮູ້ເຫດຜົນ ຫລືສືບສວນຫາຜູ້ກໍ່ເຫດໄດ້ ແລະການຈັບກຸມຫົວໜ້າກຸ່ມແກັ່ງທີ່ຕັ້ງຄອລເຊັນເຕີ ຢູ່ໃນວຽງຈັນ ແລະເຂດເສດຖະກິດພິເສດ
ນາຍົກລັດຖະມົນຕີໄທ ຖະແຫຼງຢືນຢັນວ່າ ທ່ານໄດ້ປະຕິ ເສດຕໍ່ການຮຽກຮ້ອງຂອງນາຍົກລັດຖະມົນຕີລາວເພາະການສົ່ງກະແສໄຟຟ້າດັ່ງກ່າວ ເປັນເລື້ອງຂອງຜົນປະໂຫຍດທາງທຸລະກິດ
ຊາວຂະມຸ ແມ່ນມາຈາກຕະກຸນຊົນເຜົ່າມອນ-ຂະແມ ຊຶ່ງເປັນຕະກຸນຊົນເຜົ່າດັ້ງເດີມຂອງປະເທດລາວ, ປັດຈຸບັນເຂົາເຈົ້າມີປະມານ 20 ພັນຄົນທີ່ອາໄສຢູ່ໃນ ສະຫະລັດ
ໂຫລດຕື່ມອີກ
No live streaming currently available