ພາກທຸລະກິດເອກະຊົນໃນລາວ ຈະປັບຂຶ້ນອັດຕາຄ່າຈ້າງຂັ້ນຕ່ຳ ເພື່ອຈະແກ້ໄຂບັນຫາຂາດແຄນແຮງງານຢ່າງໜັກໃນປັດຈຸບັນນີ້ ເພາະແຮງງານລາວ ສ່ວນໃຫຍ່ພາກັນເດີນທາງໄປເຮັດວຽກຢູ່ປະເທດໄທ
ທຸລະກິດໃນພາກບໍລິການແລະທ່ອງທ່ຽວໃນລາວ ກຳລັງປະເຊີນກັບການຂາດແຄນແຮງງານຢ່າງຮຸນແຮງຍ້ອນແຮງງານລາວ ສ່ວນໃຫຍ່ພາກັນເດີນທາງໄປເຮັດວຽກຢູ່ໄທ ທີ່ໄດ້ຮັບຄ່າຈ້າງສູງກວ່າ
ເຖິງແມ່ນການແຂ່ງຂັນເຕະບານສາກົນ TAR U11 ປີ 2024 ຢູ່ທີ່ນະຄອນບາເຊໂລນາຂອງປະເທດສະເປນ ໄດ້ຈົບລົງແລ້ວ ແຕ່ທ້າວອານຸສັກ ວິໄລກຸນ ຫລື ບຽວເກດ ແລະອ້າຍຂອງລາວ, ທ້າວເອກະລາດ ຈາກສະໂມສອນ W.I.G Naga ກໍຍັງສືບຕໍ່ສ້າງຊື່ສຽງໃຫ້ແກ່ປະເທດລາວ
ເສດຖະກິດມະຫາພາກຂອງລາວ ຕ້ອງໄດ້ຮັບການປະຕິຮູບໂຄງສ້າງເພື່ອທີ່ຈະຫລຸດຈາກວິກິດການໃຫ້ໄດ້ໄວທີ່ສຸດ ໂດຍສະເພາະການຫລຸດຜ່ອນໃນການເພິ່ງພາທາງເສດຖະກິດ ແລະການເງິນຈາກຈີນ ພຽງແຕ່ດ້ານດຽວນັ້ນ
ອົງການພັດທະນາສາກົນປະເທດສະຫະລັດອາເມຣິກາ ຫຼຶ USAID ໄດ້ມອບມຸ້ງເຄືອບຢາ ຈໍານວນ 30,000 ດາງ ແລະ ຢາຕ້ານພະຍາດມາລາເລຍ 150,000 ເມັດ ລວມມູນຄ່າ 75,000 ໂດລາສະຫະລັດ ກະຊວງສາທາລະນະສຸກ
ການແບ່ງປັນ ແລະໃຫ້ການສະໜັບສະໜູນຄົນອື່ນ ບໍ່ໄດ້ສະແດງອອກເຖິງຄວາມອຸດົມຮັ່ງມີທາງດ້ານວັນຖຸ ສະເໝີໄປ ເພາະຄົນເຮົາສາມາດຊ່ວຍເຫຼືອຄົນອື່ນໄດ້ໃນຫຼາຍຮູບແບບ ເຊັ່ນດ້ານແຮງງານ ແລະຄວາມຮູ້. ພວກເຮົາມີບົດສຳພາດຍານາງ ຫຼ້າຊ້ອຍ ເຄທີ ຊິງເກີລຕັນ ຊາວອາເມຣິກັນເຊື້ອສາຍລາວ ທີ່ປະສົບຜົນສຳເລັດໃນວຽກງານ ແລະຍັງປະກອບສ່ວນຊ່ວຍເຫຼືອສັງຄົມ.
ເດັກນ້ອຍໃນລາວ ຕ້ອງປະເຊີນກັບພາວະຂາດແຄນສານອາຫານທີ່ຈຳເປັນຕໍ່ການຈະເລີນເຕີບໂຕຢ່າງຮຸນແຮງ ຍ້ອນວິກິດການເສດຖະກິດທີ່ເຮັດໃຫ້ລັດຖະບານລາວ ໃຫ້ການຊ່ວຍເຫຼືອໄດ້ພຽງ 1,000 ກີບ/ຄົນ ເທົ່ານັ້ນ
ລັດຖະບານລາວ ໄດ້ມອບໝາຍໃຫ້ກະຊວງປ້ອງກັນຄວາມສະຫງົບ ເປັນພາກສ່ວນຮັບຜິດຊອບໃນການຮັກສາຄວາມປອດໄພ ແລະກວດກາທຸກການເຄື່ອນໄຫວໃນທົ່ວປະເທດລາວ ໃນໂອກາດທີ່ລັດຖະບານລາວ ເປັນປະທານວຽນຂອງອາຊຽນໃນປີ 2024 ນີ້
ລັດຖະບານລາວ ອາດຈະຕ້ອງຂໍກູ້ຢືມເງິນຈາກກອງທິນການເງິນສາກົນ (IMF) ສຳລັບນຳໃຊ້ໃນການຟື້ນຟູ ຈາກສະພາວະວິກິດການທາງເສດຖະກິດ ແລະການເງິນຂອງຊາດໃຫ້ໄດ້ຢ່າງເປັນຮູບປະທຳ ໃນໄວໆນີ້
ທ່ານກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ຖະແຫລງວ່າ ລັດຖະບານລາວ ໄດ້ວາງແຜນການທີ່ຈະລົດຈຳນວນລັດຖະກອນລົງຈາກອັດຕາສະເລ່ຍ 2.4 ເປີເຊັນຂອງຈຳນວນປະຊາກອນລາວ ໃນປັດຈຸບັນ ໃຫ້ຢູ່ທີ່ 2.2 ເປີເຊັນຂອງຈຳນວນປະຊາກອນລາວ ໃນປີ 2025
ນັກທຸລະກິດລາວ ເປີດເຜີຍວ່າ ການອຸນຸຍາດໃຫ້ສຳປະທານທີ່ດິນເພື່ອການຜະລິດທາງດ້ານກະສິກຳໃນລາວ ໃນໄລຍະທີ່ຜ່ານມາ ສ່ວນຫຼາຍເປັນການອະນຸມັດໂຄງການລົງທຶນທີ່ບໍ່ມີຄຸນນະພາບ ທັງຍັງບໍ່ໄດ້ຄຳນຶງເຖິງຜົນປະໂຫຍດທີ່ຊາວກະສິກອນລາວ ຫຼືບັນດາຫົວໜ່ວຍການຜະລິດດ້ານກະກິກຳໃນລາວ ຈະໄດ້ຮັບຈາກບັນດາໂຄງການລົງທຶນດັ່ງກ່າວອີກດ້ວຍ
ລັດຖະບານສະຫະລັດ ໄດ້ມອບຄອມ ພິວເຕີຈຳນວນ 50 ໜ່ວຍ, ມູນຄ່າຫຼາຍກວ່າ 145,000 ໂດລາ ໃຫ້ກະ ຊວງການຕ່າງປະເທດ ເພື່ອຊຸກຍູ້ສົ່ງເສີມການເປັນປະທານອາຊຽນຂອງ ສປປ ລາວ, ໃນພິທີທີ່ຖືກຈັດຂຶ້ນເມື່ອວັນທີ 6 ພຶດສະພາ ທີ່ຜ່ານມາ
ໂຫລດຕື່ມອີກ
No live streaming currently available