ນັກຊ່ຽວຊານດ້ານການເງິນຂອງທະນາຄານພັດທະນາເອເຊຍ ADB ໃຫ້ທັດສະນະວ່າການທີ່ລັດຖະບານລາວເກັບລາຍຮັບໃນແຜນການປະຈຳປີ 2022 ໄດ້ມູນຄ່າລວມ 33,500 ກວ່າຕື້ກີບຊຶ່ງຄິດເປັນ 15.8 ເປີເຊັນຂອງມູນຄ່າຜະລິດຕະພັນລວມພາຍໃນ (GDP) ໃນຕະຫຼອດປີ 2022
ສະຫະລັດອາເມຣິກາ ສືບຕໍ່ ການໃຫ້ສະໜັບສະໜູນແກ່ ສປປ ລາວ ໃນການຕໍ່ສູ້ກັບພະຍາດໄຂ້ຍູງຫຼືມາເລເຣຍ. ເມື່ອວັນທີ 5 ມັງກອນ 2023 ທ່ານ ດຣ. ເຄວິນ ສະມິດ ຮັກສາການຜູ້ຕາງໜ້າອົງການພັດທະນາສາກົນ ສະຫະລັດ ອາ ເມຣິກາ ຫຼື USAID ໄດ້ມອບມຸ້ງເຄືອບຢາຍາວນານ ຈໍານວນ 70,000 ດາງ ມູນຄ່າ 133,000 ໂດລາ
ສ່ວນທ່ານສະຫຼອງໄຊ ຊະຍຸຕຣະພົງ ຮອງປະທານສະພາທຸລະກິດໄທ-ລາວ ເປີດເຜີຍວ່າ ການຂາດແຄນເງິນຕາໄດ້ເຮັດໃຫ້ຄ່າເງິນກີບຕົກຕ່ຳລົງຢ່າງຮຸນແຮງ ນັບແຕ່ເດືອນເມສາ 2022 ເປັນຕົ້ນມາ ທັງຍັງເຮັດໃຫ້ຫົວໜ່ວຍທຸລະກິດ ໄດ້ພາກັນຢຸດກິດຈະການເພີ້ມຂຶ້ນນັບມື້
ໂດຍສະເພາະກົດໝາຍການຄວບຄຸມຄ່າຈ້າງຂັ້ນຕໍ່າ, ການຈ້າງງານຂອງຜູ້ຈ້າງພາຍໃນ ແລະຕ່າງປະເທດ
ນາຍົກລັດຖະມົນຕີຄົນໃໝ່ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະທຸ້ມເທຢ່າງສຸດກຳລັງ ໃນການນຳພາເພື່ອບໍລິຫານ ໃນຄະນະລັດຖະບານລາວ ໂດຍຄໍານຶງເຖິງຜົນປະໂຫຍດຂອງຊາດ ແລະ ປະຊາຊົນລາວເປັນສຳຄັນ
ເນື່ອງຈາກລັດຖະບານລາວ ໄດ້ຮັບຜົນຕອບແທນບໍ່ຄຸ້ມຄ່າຈາກການໃຫ້ສໍາປະທານຂຸດຄົ້ນແຮ່ທາດຫາຍາກ ຢູ່ໃນ 2 ພື້ນທີ່ຂອງແຂວງຊຽງຂວາງ
ທ່ານພັນ ຄໍາ ວິພາວັນ, ອາຍຸ 72 ປີນັ້ນ ກໍໄດ້ຂຶ້ນກ່າວຕໍ່ສະພາວ່າ ໃນວັນທີ 15 ທັນວາ ຜ່ານມາທ່ານໄດ້ຍື່ນໜັງສື ເຖິງປະທານປະເທດ ທອງລຸນ ສີສຸລິດ ເພື່ອຂໍອອກກິນເບ້ຍບໍານານ
ນາງປ່າເຢັງຊາ ລໍ ເກີດຢູ່ບ້ານລອງຊັນ ແຂວງໄຊສົມບູນ ແລະເຕີບໃຫຍ່ ແລະຮັບການສຶກສາ ແຕ່ປະຖົມຈົນຮອດມັດທະຍົມປາຍຢູ່ແຂວງຊຽງຂວາງ
ທັງນີ້ ກົມໃຫຍ່ພະລາທິການ ກອງທັບປະຊາຊົນລາວ ໄດ້ລົງນາມໃນບັນທຶກຄວາມເຂົ້າໃຈ (MOU) ຮ່ວມກັບບໍລິສັດຮ່ວມທຶນກະສິກຳຄົບວົງຈອນຈຳກັດ ແລະບໍລິສັດຮຸ້ຍຝູ ເທັກໂນໂລຈີ-ຊີວະພາບ ຈຳກັດຈາກຈີນ ເມື່ອບໍ່ນານມານີ້
ຮ້ານແລກປ່ຽນເງິນຕາຕົວແທນ ຈະຕ້ອງປະຕິບັດຕາມລະບຽບການແລກປ່ຽນເງິນຕາ ທີ່ອອກໂດຍທະນາຄານແຫ່ງຊາດຢ່າງເຂັ້ມງວດ ກໍຄືອັດຕາແລກປ່ຽນລະຫວ່າງເງິນໂດລາສະຫະລັດ ກັບເງິນກີບ ຈະແຕກຕ່າງກັບອັດຕາ ທີ່ທະນາຄານແຫ່ງຊາດກຳໜົດໄດ້ບໍ່ເກີນ 3 ເປີເຊັນ
ສະຖານເອກອັກຄະລັດຖະທູດສະຫະລັດປະຈຳລາວ ແລະ ກະຊວງສຶກສາທິການ ແລະກິລາ ໃນວັນທີ 28 ທັນວາ 2022 ວານນີ້ໄດ້ເຊັນສັນຍາຮ່ວມມື ໂຄງການຄູສອນພາສາອັງກິດໃນໄລຍະ 3 ປີ ຄື ແຕ່ 2022 ຫາ 2025
ທ່ານ ຈຸຣິນ ລັກສະນະວິສິດ ຢືນຢັນວ່າກະຊວງການຄ້າຂອງໄທ ໄດ້ອະນຸຍາດໃຫ້ສາມາດນຳເຂົ້າມັນຕົ້ນຈາກລາວໄດ້ໃນປະລິມານທີ່ຕ້ອງການຕົວຈິງຂອງພາຍໃນປະເທດ ທັງນີ້ ໂດຍໄດ້ເປີດດ່ານຊາຍແດນໃນ 24 ແຂວງເພື່ອຮອງຮັບການນຳເຂົ້າດັ່ງກ່າວ ຢ່າງເປັນທາງການແລ້ວ
ໂຫລດຕື່ມອີກ
No live streaming currently available