ລັດຖະບານກໍຍັງບໍ່ທັນໄດ້ມີການຈັດສັນດ້ານງົບປະມານ ເພື່ອກະກຽມຄວາມພ້ອມໃນຫຼາຍດ້ານເພື່ອ ຕ້ອນຮັບນັກທ່ອງທ່ຽວເທື່ອ ຊຶ່ງອາດຈະເຮັດໃຫ້ການດຶງດູດນັກທ່ອງທ່ຽວ ບໍ່ໄດ້ຕາມຄາດໝາຍ
ເຈົ້າໜ້າທີ່ກວດກາ ພັກ-ລັດ ຢືນຢັນວ່າ ການທຸຈະລິດໄດ້ເກີດຂຶ້ນ ໃນທຸກວົງການ ແລະທຸກລະດັບຊັ້ນພາຍໃນວົງການ ພັກ-ລັດ ໂດຍສະເພາະແມ່ນບັນດາໂຄງການພັດທະນາຕ່າງໆ ທີ່ລັດຖະບານລົງທຶນ
ຄວາມຂັດແຍ້ງໃນມຽນມາທີ່ເພີ້ມຄວາມຮ້າຍແຮງຂຶ້ນນີ້ຍັງມີການພົວພັນກັນກັບການທີ່ຕີມໍຕາເວັນອອກ ຫຼື ຕີມໍເລສເຕ ຈະເຂົ້າເປັນສະມາຊິກຂອງອາຊຽນອີກ.
ນັກທຸລະກິດໃນພາກບໍລິການແລະທ່ອງທ່ຽວ ໃຫ້ທັດສະນະວ່າ ລາວຈະບໍ່ສາມາດບັນລຸເປົ້າໝາຍໄດ້ເລີຍ ຖ້າຫາກວ່າບໍ່ມີງົບປະມານສໍາລັບນໍາໃຊ້ໃນການພັດທະນາປັບປຸງສິ່ງ ອໍານວຍຄວາມສະດວກຕ່າງໆ
ໃນໄລຍະຜ່ານມາ ລັດຖະບານ ລາວ ໄດ້ແກ້ໄຂບັນຫາເງິນເຟີ້ດ້ວຍການອອກພັນທະບັດເປັນສະກຸນເງິນກີບເຖິງ 5 ຄັ້ງໃນ 9 ເດືອນຕົ້ນປີ 2023
ຍິ່ງໄປກວ່ານັ້ນ ຍັງປາກົດດ້ວຍວ່າໃນ 13 ບໍລິສັດຈີນທີ່ໄດ້ຮັບອະນຸຍາດສໍາປະທານຂຸດຄົ້ນ ແລະການຊື້ຂາຍເງິນ Crypto ໃນລາວນັບແຕ່ປີ 2021 ໄດ້ຢຸດດໍາເນີນການຕັ້ງແຕ່ຕົ້ນປີ 2023
ແຕ່ວ່າບາງຄົນກໍເຫັນວ່າ ຄວາມບໍ່ສະດວກຂອງເສັ້ນທາງທີ່ກ່າວມາຂ້າງເທິງນັ້ນ ມີບ່ອນສະດວກຢູ່ພຽງປະມານ 1 ສ່ວນ 4 ຂອງໄລຍະທາງເທົ່ານັ້ນ ສ່ວນທີ່ເຫລືອ ແມ່ນມີຄວາມສະດວກຢູ່
ຂະແໜງ ພະລັງງານຊຶ່ງມີໜີ້ທີ່ຕ້ອງຈ່າຍເພີ້ມຂຶ້ນຈາກ 400 ລ້ານໂດລາໃນປີ 2020 ມາເປັນ 800 ລ້ານໂດລາໃນປີ 2023 ໄດ້ເຮັດໃຫ້ລາວມີຄວາມກົດດັນຈາກໜີ້ ສິນຫຼາຍກວ່າໂຄງການທາງລົດໄຟລາວ-ຈີນອີກ
ນັກຊ່ຽວຊານດ້ານເສດຖະສາດໃນທະນາຄານພັດທະນາແຫ່ງເອເຊຍເປີດເຜີຍວ່າ ADB ໄດ້ປັບຫຼຸດຄາດໝາຍການເຕີບໃຫຍ່ທາງເສດຖະກິດຂອງ ສປປ ລາວ ໃນປີ 2023 ລົງຈາກອັດຕາສະເລ່ຍ 4 ເປີເຊັນ ມາຢູ່ທີ່ອັດຕາສະເລ່ຍ 3.7 ເປີເຊັນ
ການຕອບສະໜອງນ້ຳໃຫ້ແກ່ພື້ນທີ່ປູກເຂົ້ານາແຊງໃນປີນີ້ຈະສາມາດປະຕິບັດໄດ້ບໍ່ເຖິງ 10,000 ເຮັກຕາ
ມີລາຍງານວ່າ ທາງການຕຳຫຼວດແຂວງຫຼວງນ້ຳທາ ສາມາດສະກັດຈັບ ແລະຢຶດສານເຄມີດັ່ງກ່າວໄດ້ຫຼາຍກວ່າ 93 ໂຕນ ໃນຂະນະທີ່ກຳລັງລັກລອບຂົນສົ່ງ ຂ້າມນ້ຳຂອງຈາກລາວ ໄປມຽນມາ ໂດຍສານໂຊດຽມໄຊຍາໄນຕ໌ 1 ໂຕນນັ້ນ ສາມາດຜະລິດຢາບ້າໄດ້ 22 ລ້ານເມັດ ສ່ວນໄຮໂດຣຄລໍຣິກ 1 ໂຕນເປັນສ່ວນປະສົມໃນການຜະລິດຢາໄອສ໌ໄດ້ເກີນກວ່າ 2.6 ໂຕນ
ໂຫລດຕື່ມອີກ
No live streaming currently available