ນັບຈາກປີ 2014 ເປັນຕົ້ນມາລັດຖະບານ ໂດຍກະຊວງການເງິນໄດ້ສະເໜີຂາຍພັນທະບັດເພື່ອລະດົມເງິນທຶນຈາກຕະຫຼາດຫຼັກຊັບແຫ່ງປະເທດ ໄທ ແລ້ວຈຳນວນເຖິງ 26 ຄັ້ງ.
ທ່ານເກດແກ້ວ ສີຫາລາດ, ສະມາຊິກສະພາແຫ່ງຊາດ ປະຈໍານະຄອນຫຼວງ ວຽງຈັນ ເຂດ 1 ກ່າວວ່າ ສະພາບການນີ້ ຍັງສົ່ງຜົນເຮັດໃຫ້ຄຸນນະພາບການສຶກສາຕໍ່າ ແລະຂາດຄວາມສົມດູນໃນຕະຫລາດແຮງງານ ລະຫວ່າງຂະແໜງການຕ່າງໆ ເພາະມີບາງຂະແໜງວິຊາຮຽນ ກໍມີນັກຮຽນຫລຸດລົງຢ່າງໜ້າເປັນຫ່ວງອີກດ້ວຍ
ລັດຖະມົນຕີໄທ ຢືນຢັນວ່າ ແຮງງານບໍ່ມີຝີມືຈາກກຳປູເຈຍ, ລາວ, ພະມ້າ, ຫວຽດນາມ ຈະບໍ່ມີສິດ ໄດ້ຮັບການປັບຂຶ້ນຄ່າຈ້າງຂັ້ນຕໍ່າ ໃນເດືອນມັງກອນ 2024. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.
ການອະນຸຍາດໃຫ້ບໍລິສັດເອກະຊົນຈີນລົງທຶນພັດທະນາໃນພື້ນທີ່ໆຕໍ່ເນື່ອງກັບເຂດມໍລະດົກໂລກທົ່ງໄຫຫີນດັ່ງກ່າວນີ້ຈະເຮັດໃຫ້ນັກທ່ອງທ່ຽວຈີນເດີນທາງເຂົ້າມາແຂວງຊຽງຂວາງບໍ່ຕ່ຳກວ່າ 3 ແສນຄົນໃນແຕ່ລະປີ
ທ່ານເສດຖາ ທະວີສິນ ນາຍົກລັດຖະມົນຕີໄທ ຖະແຫລງໃນໂອກາດທີ່ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 30 ຕຸລາ 2023 ວ່າ ລັດຖະບານໄທ ຍັງຈະສືບຕໍ່ການເປັນຫຸ້ນສ່ວນຍຸດທະສາດເພື່ອການຈະເລີນເຕີມໂຕແລະການພັດທະນາຢ່າງຍືນຍົງຮ່ວມກັບລັດຖະບານລາວ ໂດຍບໍ່ຢຸດຢັ້ງ
ການບໍລິການໂດຍທາງລົດໄຟ ໄດ້ເປັນການໃຫ້ທາງເລືອກອັນນຶ່ງ ໃຫ້ແກ່ຜູ້ທີ່ຕ້ອງການເດີນທາງ ເຂົ້າ-ອອກລາວ ໂດຍຜ່ານດ່ານກວດຊາຍແດນລະຫວ່າງສອງປະເທດຢູ່ຈັງຫວັດໜອງຄາຍ ແລະ ນະຄອນຫລວງວຽງຈັນ ໂດຍບໍ່ໃຊ້ລົດສ່ວນຕົວ ຫລືລົດເມ ແລະມີລາຄາຍ່ອມເຍົາ ຊຶ່ງກໍຄືຜູ້ລະ 20 ຫາ 30 ບາດ ຫລືປະມານ 80 ເຊັນເທົ່ານັ້ນ
ໜີ້ສິນມາຈາກໂຄງການທີ່ວ່ານີ້ ກວມເອົາມູນຄ່າໃຫຍ່ທີ່ສຸດໃນໜີ້ສິນແບບເຊື່ອງ ຊ້ອນຂອງລາວທີ່ມີຕໍ່ຈີນ ດັ່ງທີ່ ດຣ. ແບຣດດລີ ພາກສ໌ (Bradley Parks), ນັກຊ່ຽວຊານຜູ້ນຶ່ງໃນທິມນັກຄົ້ນຄວ້າ ກ່ຽວກັບສະພາບໜີ້ສິນ ແລະ ໂຄງການ BRI ຂອງຈີນຈາກ AidData ໂອ້ລົມກັບພວກເຮົາຜ່ານທາງອີເມລ
ກຸ່ມບໍລິສັດຈີນ ຄວບຄຸມທຸລະກິດພາກພະລັງງານໃນລາວ ໄດ້ເປັນສ່ວນໃຫຍ່ແລ້ວ ໂດຍສະເພາະແມ່ນການຄວບຄຸມວິສາຫະກິດ ສາຍສົ່ງໄຟຟ້າແຫ່ງຊາດລາວ ຊຶ່ງຈີນມີສິດ ເກັບເອົາຜົນປະໂຫຍດ ໄດ້ເຖິງ 40 ປີນັ້ນ. ຊົງຣິດ ໂພນເງິນ ມີລາຍງານກ່ຽວກັບເລື້ອງນີ້ ຈາກບາງກອກ.
ສື່ສັງຄົມອອນໄລນທີ່ຕ້ອງການຈະໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຕໍ່ສາທາລະນະໃນລາວ ກໍຈະຕ້ອງລົງທະບຽນຕາມກົດໝາຍສື່ມວນຊົນ.
ສາສະດາຈານດ້ານພູມສາດ ມະຫາວິທະຍາໄລ ວິສຄອນຊິນ ແມດີສັນ ໃຫ້ການຢືນຢັນວ່າ ໂຄງການເຂື່ອນເທິງແລວແມ່ນ້ຳຂອງໃນຈີນ ແລະໂຄງການເຂື່ອນໄຟຟ້າຕ່າງໆໃນລາວ ໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ ຂອງປະຊາຊົນໃນເຂດຕອນ ລຸ່ມຂອງແມ່ນ້ຳຂອງຮຸນແຮງຂຶ້ນນັບມື້
ບ່ອນທີ່ເປັນເປົ້າໝາຍຂອງການຊອກຫາເຫຍື່ອການຄ້າມະນຸດແມ່ນຢູ່ສອງເຂດ ໃຫຍ່ໆ ຄືສະຖານທີ່ບັນເທິງເຊັ່ນຮ້ານກິນດື່ມຕ່າງໆ ທີ່ມັກຈ້າງຍິງສາວມາຮັບໃຊ້ ຫລືບໍລິການແຂກຢູ່ຕາມຕົວເມືອງໃຫຍ່ແລະເຂດຊົນນະບົດທີ່ມີຊົນເຜົ່າກຸ່ມນ້ອຍທີ່ທຸກຈົນ ອາໄສຢູ່ເປັນຈໍານວນຫລວງຫລາຍ
ທາງການໄທສືບຕໍ່ຄັດຄ້ານ ເພາະເຫັນວ່າການສຶກສາເພື່ອປ້ອງກັນຜົນກະທົບຕໍ່ສັງຄົມ ແລະສິ່ງແວດລ້ອມ ຍັງບໍ່ໄດ້ມາດຕະຖານສາກົນ
ໂຫລດຕື່ມອີກ
No live streaming currently available