ນອກຈາກການພົບປະທານກັບປະເທດສີ ຈິ້ນຜິງແລ້ວ ທ່ານທອງລຸນຍັງໄດ້ພົບປະກັບນາຍົກລັດຖະມົນຕີຫຼີ ເກີ້ຈຽງ (Li Kegiang) ແລະປະທານສະພາປະຊາຊົນແຫ່ງຊາດ ທ່ານ ຫລີ ຊ້ານຊູ (Li Zhanshu)
ໂດຍການສຶກສາວິໄຈ ໃນຄັ້ງນີ້ ພົບວ່າ ຜົນກະທົບທີ່ເກີດຂຶ້ນຢ່າງຊັດເຈນ ກໍຄືການປ່ຽນແປງຂອງລະບົບນິເວດ ໂດຍເຫັນໄດ້ຈາກການຕາຍຂອງໄຄນ້ຳ ຊາວປະມົງຈັບປາໄດ້ໜ້ອຍລົງກວ່າ 50 ເປີເຊັນ ຊຶ່ງສົ່ງຜົນກະທົບໂດຍກົງຕໍ່ຄວາມໝັ້ນຄົງທາງດ້ານອາຫານຂອງປະຊາຊົນ
ລາວ ແລະຫວຽດນາມຮ່ວມກັນຈັດທຳແຜນທີ່ເຂດຊາຍແດນລະຫວ່າງສອງປະເທດສະບັບໃໝ່ ໂດຍໃຊ້ມາດຕາສ່ວນ 1 ຕໍ່ 100,000 ແນ່ໃສ່ເຮັດໃຫ້ເຂດຊາຍແດນມີຄວາມຊັດເຈນ ເພື່ອກຳຈັດຂໍ້ຂັດແຍ້ງລະຫວ່າງກັນ
ການຂຸດຄົ້ນຊັບພະຍາກອນທໍາມະຊາດເຊັ່ນ ນໍ້າ, ບໍ່ແຮ່ ແລະຕັດໄມ້ນັ້ນ ບໍ່ໄດ້ສ້າງວຽກເຮັດງານທໍາໃຫ້ແຮງງານລາວຫລາຍປານໃດ ຈຶ່ງເຮັດຄົນລາວຫລັ່ງໄຫລໄປ ຊອກເຮັດວຽກຢູ່ຕ່າງປະເທດ
ລັດຖະມົນຕີກະຊວງແຮງງານໄທຖະແຫຼງວ່າ ໃນປັດຈຸບັນນາຍຈ້າງໄທສາມາດທີ່ຈະຈ້າງແຮງງານຈາກລາວ ມຽນມາ ກໍາປູເຈຍ ແລະຫວຽດນາມ ໂດຍຜ່ານ MOU
ການກໍ່ສ້າງຂົວຂ້າມແມ່ນ້ຳຂອງແຫ່ງທີ 5 ລະຫວ່າງລາວໄທ ທີ່ເຊື່ອມຕໍ່ລະຫວ່າງປາກຊັນ-ບຶງການຄືສ່ວນປະກອບນຶ່ງຂອງການເປັນຫຸ້ນສ່ວນຍຸດທະສາດລາວ-ໄທເພື່ອການພັດທະນາຢ່າງຍືນຍົງ
ການກໍ່ສ້າງທາງລົດໄຟຄວາມໄວສູງໄລຍະທີ 2 ໃນໄທທີ່ເຊື່ອມຕໍ່ຈາກນະຄອນຣາຊະສີມາ (ໂຄຣາດ) ຫາໜອງຄາຍນັ້ນ ໄດ້ດຳເນີນການສຳເລັດແລ້ວ ຊຶ່ງຈະນຳສະເໜີເພື່ອຂໍການອະນຸມັດຈາກຄະນະລັດຖະບານໄທພາຍໃນທ້າຍປີ 2022 ນີ້.
ສ່ວນທ່ານບົວຄົງ ນາມມະວັງ ເຈົ້າແຂວງບໍ່ແກ້ວ ໄດ້ຍອມຮັບວ່າ ບັນຫາອາຊະຍາກຳ ໄດ້ເພີ້ມສູງຂຶ້ນຢ່າງຕໍ່ເນື່ອງ ທັງບັນຫາຢາເສບຕິດ ການຄ້າເຖື່ອນ-ໜີພາສີ-ການຄ້າປະເວນີ ແລະການເຂົ້າເມືອງຜິດກົດໝາຍ ຈຶ່ງເຮັດໃຫ້ຕ້ອງເພີ້ມມາດຕະການກວດກາຢ່າງເຂັ້ມງວດຢູ່ເຂດ 39 ບ້ານເປົ້າໝາຍ
ເຊິ່ງເຫັນໄດ້ວ່າ ເຂດຊາຍແດນໃນລຸ່ມແມ່ນໍ້າຂອງລະຫວ່າງ ມຽນມາ-ລາວ-ໄທ ແມ່ນເປັນເຂດທີ່ມີການຜະລິດຢາເສບຕິດຫຼາຍທີ່ສຸດ
ໃນຕົວຈິງແລ້ວ ການປູກກ້ວຍເພື່ອສົ່ງອອກໄປຈີນນີ້ ແມ່ນສາມາດເຮັດໄດ້ ແຕ່ນັກລົງທຶນຈີນເທົ່ານັ້ນ ສ່ວນກ້ວຍທີ່ປູກໂດຍນັກລົງທຶນລາວນັ້ນ ພວກພໍ່ຄ້າ ຈີນມັກຈະບໍ່ຮັບຊື້ ຫລືຖ້າຊື້ກໍແມ່ນຖືກກົດດັນໃນດ້ານລາຄາ
ທາງການໄທ ຄາດວ່າຈະໃຫ້ການຕ້ອນຮັບນັກທ່ອງທ່ຽວຕ່າງຊາດຫລາຍກວ່າ 10 ລ້ານຄົນ ໃນປີ 2022 ສ່ວນທາງການລາວກໍຄາດວ່າຈະມີຄົນໄທ ແລະຊາວຕ່າງຊາດ ທີ່ເດີນທາງມາລາວບໍ່ເຖິງ 1 ລ້ານຄົນ ໃນປີນີ້
ລັດຖະບານສະຫະລັດອາເມຣິກາ ມອບອຸປະກອນກວດຈັບ ແລະພາຫະນະລາດຕະເວນ ໃຫ້ແກ່ກົມພາສີ ສປປ ລາວ ໃນພິທີມອບຮັບ ໂດຍ ທ່ານ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ແລະ ທ່ານພູຄຳ ວັນນະວົງໄຊ ຫົວໜ້າກົມພາສີ.
ໂຫລດຕື່ມອີກ
No live streaming currently available