ລາຍງານຂອງອົງການຢູແນັສໂກ ຮຽກຮ້ອງຢ່າງແຂງຂັນຕໍ່ເຈົ້າໜ້າທີ່ລາວ ໃຫ້ຢຸດເຊົາການສ້າງເຂື່ອນຢູ່ສະຖານທີ່ແຫ່ງນີ້ອີກ ໂດຍສະເພາະເຂື່ອນໄຊຍະບູລີ ທີ່ໄດ້ສາງສຳເລັດໄປແລ້ວ ໃສ່ແມ່ນ້ຳຂອງ ທີ່ຢູ່ທາງໃຕ້ຂອງຫຼວງພະບາງ
ນັກທຸລະກິດລາວເປີດເຜີຍວ່າ ໄດ້ດໍາເນີນການ ສຶກສາ-ສໍາຫຼວດ ແລະອອກແບບກໍ່ສ້າງສໍາເລັດແລ້ວນັບແຕ່ກາງປີ 2023 ເປັນຕົ້ນມາ ຫາກແຕ່ກໍຍັງບໍ່ມີທີທ່າທີ່ແນ່ນອນວ່າຈະເລີ້ມລົງມືກໍ່ສ້າງຕົວຈິງເມື່ອໃດແທ້
ເຍົາວະຊົນລາວຍັງຄົງພາກັນຢຸດເຊົາຈາກການຮຽນເພີ້ມຂຶ້ນນັບມື້ ເພາະວ່າບັນຫາເສດຖະກິດຕົກຕໍ່າຢ່າງຮຸນແຮງ ເຮັດໃຫ້ຜູ້ປົກຄອງບໍ່ມີທຶນສະໜັບສະ ໜູນການສຶກສາ ຈຶ່ງຕ້ອງອອກມາຫາວຽກເຮັດງານທຳ
ບັນຫາການຂາດແຄນນ້ຳສະອາດ ແລະ ໂພຊະນາການດັ່ງກ່າວນີ້ກໍຍັງໄດ້ສົ່ງຜົນກະທົບເຮັດໃຫ້ອັດຕາການເສຍຊີວິດຂອງເດັກນ້ອຍລາວທີ່ອາຍຸຕ່ຳກວ່າ 1 ປີນັ້ນຍັງສູງເຖິງ 45 ຄົນຕໍ່ 1,000 ຄົນ
ທ່ານນາງ ມິດເຊວ ເອົາລໍ ໄດ້ເນັ້ນໃຫ້ເຫັນການຮ່ວມມືທີ່ຂະຫຍາຍຕົວລະຫວ່າງ ສປປລາວ ແລ ສະຫະລັດອາເມຣິກາ. ທ່ານ ເອົາລໍ ໄດ້ກ່າວວ່າ ຈຸດປະສົງຂອງ ກອງປະຊຸມ ແມ່ນເນັ້ນເພື່ອສົ່ງເສີມການຄ້າ ແລະ ການລົງທຶນຂອງເອກະຊົນ
ສ່ວນເຈົ້າໜ້າທີ່ໃນກະຊວງຄົມມະນາຄົມຂອງໄທ ເປີດເຜີຍວ່າ ການກໍ່ສ້າງທາງລົດໄຟຄວາມໄວສູງໄລຍະທີ 1 ຈາກບາງກອກ-ໂຄຣາດ ມີຄວາມຄືບໜ້າແລ້ວ 30 ເປີເຊັນຂອງແຜນການ ສ່ວນໄລຍະທີ 2 ຈາກໂຄຣາດ-ໜອງຄາຍ ກໍຈະເລີ້ມການກໍ່ສ້າງໃນປີ 2024 ເພື່ອໃຫ້ແລ້ວສຳເລັດທັງ 2 ໄລຍະ ແລະເຊືີ່ອມຕໍ່ກັບທາງລົດໄຟລາວ-ຈີນ ໃຫ້ໄດ້ຢ່າງຄົບວົງຈອນໃນປີ 2028
ທາງການລາວ ໄດ້ອະນຸຍາດສຳປະທານທີ່ດິນໃຫ້ກັບບັນດານັກລົງທຶນຈີນ ໃນແຂວງຈຳປາສັກ ຫຼາຍຂຶ້ນ, ສ່ວນການສວຍໃຊ້ອຳນາດເພື່ອຜົນປະໂຫຍດຂອງພະນັກງານພັກ-ລັດ ກໍ່ຍັງເກີດຂຶ້ນຢ່າງກວ້າງຂວາງ. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ ຈາກບາງກອກ
ນັບຈາກປີ 2014 ເປັນຕົ້ນມາລັດຖະບານ ໂດຍກະຊວງການເງິນໄດ້ສະເໜີຂາຍພັນທະບັດເພື່ອລະດົມເງິນທຶນຈາກຕະຫຼາດຫຼັກຊັບແຫ່ງປະເທດ ໄທ ແລ້ວຈຳນວນເຖິງ 26 ຄັ້ງ.
ທ່ານເກດແກ້ວ ສີຫາລາດ, ສະມາຊິກສະພາແຫ່ງຊາດ ປະຈໍານະຄອນຫຼວງ ວຽງຈັນ ເຂດ 1 ກ່າວວ່າ ສະພາບການນີ້ ຍັງສົ່ງຜົນເຮັດໃຫ້ຄຸນນະພາບການສຶກສາຕໍ່າ ແລະຂາດຄວາມສົມດູນໃນຕະຫລາດແຮງງານ ລະຫວ່າງຂະແໜງການຕ່າງໆ ເພາະມີບາງຂະແໜງວິຊາຮຽນ ກໍມີນັກຮຽນຫລຸດລົງຢ່າງໜ້າເປັນຫ່ວງອີກດ້ວຍ
ລັດຖະມົນຕີໄທ ຢືນຢັນວ່າ ແຮງງານບໍ່ມີຝີມືຈາກກຳປູເຈຍ, ລາວ, ພະມ້າ, ຫວຽດນາມ ຈະບໍ່ມີສິດ ໄດ້ຮັບການປັບຂຶ້ນຄ່າຈ້າງຂັ້ນຕໍ່າ ໃນເດືອນມັງກອນ 2024. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.
ການອະນຸຍາດໃຫ້ບໍລິສັດເອກະຊົນຈີນລົງທຶນພັດທະນາໃນພື້ນທີ່ໆຕໍ່ເນື່ອງກັບເຂດມໍລະດົກໂລກທົ່ງໄຫຫີນດັ່ງກ່າວນີ້ຈະເຮັດໃຫ້ນັກທ່ອງທ່ຽວຈີນເດີນທາງເຂົ້າມາແຂວງຊຽງຂວາງບໍ່ຕ່ຳກວ່າ 3 ແສນຄົນໃນແຕ່ລະປີ
ທ່ານເສດຖາ ທະວີສິນ ນາຍົກລັດຖະມົນຕີໄທ ຖະແຫລງໃນໂອກາດທີ່ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 30 ຕຸລາ 2023 ວ່າ ລັດຖະບານໄທ ຍັງຈະສືບຕໍ່ການເປັນຫຸ້ນສ່ວນຍຸດທະສາດເພື່ອການຈະເລີນເຕີມໂຕແລະການພັດທະນາຢ່າງຍືນຍົງຮ່ວມກັບລັດຖະບານລາວ ໂດຍບໍ່ຢຸດຢັ້ງ
ໂຫລດຕື່ມອີກ
No live streaming currently available