ແຮງງານຈາກກຳປູເຈຍ ລາວ ແລະມຽນມາ ຫລາຍກວ່າຫ້າແສນຄົນ ລັກລອບເດີນທາງເຂົ້າໄປເຮັດວຽກໃນໄທໂດຍຜິດກົດໝາຍ ໃນໄຕມາດທີ 1 ປີ 2023 ເພາະຄ່າທຳນຽມການຈັດຫາງານແພງເກີນໄປ
ລັດຖະບານລາວໄດ້ວາງເປົ້າໝາຍການຜະລິດໃນພາກອຸດສາຫະກຳໄວ້ ທີ່ມູນຄ່າລວມ 14,0209.09 ຕື້ກີບ ໃນປີ 2023 ຊຶ່ງເພີ້ມຂຶ້ນເກີນກວ່າ 7 ເປີເຊັນ ທຽບໃສ່ປີ 2022
ແກັ່ງອາຊະຍາກອນ ຈີນ ໄດ້ຮັບການສະໜັບສະໜູນຢູ່ເບື້ອງຫຼັງໂດຍບັນດານັກການເມືອງ ຫຼືຜູ້ມີອຳນາດ ແລະ ອິດທິພົນທາງການເມືອງຂອງປະເທດໃນເຂດລຸ່ມນ້ຳຂອງ
ໃນປັດຈຸບັນນີ້ ກໍຄືພາກບໍລິການແລະທ່ອງທ່ຽວຂອງລາວ ຕ້ອງປະເຊີນກັບບັນຫາຂາດແຄນທາງດ້ານບຸກຄະລາກອນຢ່າງໜັກໜ່ວງ ກໍຄືເຖິງຂະໜາດທີ່ບໍ່ສາມາດຮອງຮັບກັບຈຳນວນນັກທ່ອງທ່ຽວຊາວຈີນ ທີ່ເດີນທາງມາລາວ ໃນປັດຈຸບັນ
ການພັດທະນາ ຄືການຊ່ວຍເສີມສ້າງສິ່ງທີ່ມີຢູ່ໃຫ້ດີຂຶ້ນ, ຍົກລະດັບຄຸນນະພາບ ແລະມາດຕະຖານແບບດັ້ງເດີມໃຫ້ດີຂຶ້ນ, ເຊິ່ງບາງຄັ້ງ ການພັດທະນາ ກໍອາດຈະສົ່ງຜົນເສຍ ຕໍ່ສິ່ງແວດລ້ອມອ້ອມໂຕເຮົາເຊັ່ນກັນ
ອົງການສະຫະປະຊາຊາດ ໃຫ້ການຊ່ວຍເຫຼືອລາວ ໃນການສຳຫຼວດ-ເກັບກໍາຂໍ້ມູນກ່ຽວກັບສິດທິ ແລະ ສະພາບຊີວິດການເປັນຢູ່ຂອງແມ່ຍິງ ແລະ ເດັກນ້ອຍໃນທົ່ວປະເທດ ໃນປີ 2023 ນີ້
ແຂວງຜົ້ງສາລີ ຕັ້ງຢູ່ເໜືອສຸດຂອງປະເທດລາວ ທີ່ມີຊາຍແດນຕິດກັບ ຈີນ ເມື່ອກ່ອນຖືວ່າເປັນບ່ອນຫ່າງໄກສອກຫລີກ, ແຕ່ດຽວນີ້ກຳລັງກາຍມາເປັນທີ່ນິຍົມ ແລະ ເປັນບ່ອນດຶງດູດເອົາພວກນັກທ່ອງທ່ຽວຈາກຕ່າງປະເທດ ເຊິ່ງເຂົາເຈົ້າພາກັນ ເດີນທາງໄປຊົມທຳມະຊາດ, ພູຜາ ແລະ ສາຍນໍ້າ
ສະພາບການນີ້ໄດ້ຜັກດັນໃຫ້ແຮງງານລາວທີ່ຫວ່າງງານເປັນຈໍານວນຫຼາຍແສນຄົນຕ້ອງຊອກຫາທາງທີ່ຈະໄປເຮັດວຽກຢູ່ຕ່າງປະເທດ ຊຶ່ງໃນນັ້ນ ກໍລວມມີເກົາຫລີໃຕ້ ແຕ່ວ່າກ່ອນຈະໄດ້ໄປນັ້ນ ກໍຕ້ອງໄດ້ຈ່າຍຄ່າເດີນທາງ ແລະຄ່າທໍານຽມ ອື່ນໆທີ່ສູງ ໃຫ້ແກ່ບໍລິສັດຈັດຫາງາ
ລາວຍັງຕ້ອງປະເຊີນກັບບັນຫາຢ່າງຕໍ່ເນື່ອງ ເພາະວ່າການດໍາເນີນມາດຕະການຂອງລັດຖະບານລາວຍັງມີປະສິດທິພາບຕໍ່າໃນທຸກໆດ້ານເຊັ່ນ ບໍ່ສາມາດຄວບຄຸມລາຄາສິນຄ້າ, ບໍ່ສາມາດຄວບຄຸມການແລກປ່ຽນເງິນຕາ ແລະບໍ່ສາມາດສົ່ງເສີມການຜະລິດສິນຄ້າເພື່ອຕອບສະໜອງການຊົມໃຊ້ພາຍໃນ
ທັງທ່ານຈອນ ແລະຍານາງ ບຸນທອງ ຕ່າງກໍກ່າວວ່າ “ມີໂອກາດສູງທີ່ທີມນັກລອຍນ້ຳທີມຊາດຂອງລາວ ຊຸດນີ້ ອາດຈະສາມາດເຂົ້າຮອບສຸດທ້າຍເພື່ອຊີງເອົາຫຼຽນໃດຫຼຽນນຶ່ງມາໃຫ້ປະເທດລາວ”
ລາວເປັນປະເທດທີີ່ມີການເຜົາປ່າໄມ້ເພື່ອເຮັດໄຮ່ເລື່ອນລອຍຫລາຍທີີ່ສຸດໃນລຸ່ມແມ່ນໍ້າຂອງຕອນເທິງ ໂດຍການວິເຄາະຈາກພາບຖ່າຍດາວທຽມ ພົບວ່າລາວສູນເສຍປ່າໄມ້ໄປກວ່າ 8 ແສນເຮັກຄາໃນ 5 ປີຜ່ານມາ
ໂຫລດຕື່ມອີກ
No live streaming currently available