ການຂາດດຸນການຄ້າຕ່າງປະເທດຢ່າງຕໍ່ເນື່ອງ ກໍແມ່ນສາເຫດສຳຄັນທີ່ເຮັດໃຫ້ລັດຖະບານລາວ ບໍ່ສາມາດແກ້ໄຂບັນຫາເງິນເຟີ້ທີ່ສູງໄດ້ ເຊັ່ນດຽວກັນກັບດັດຊະນີລາຄາການບໍລິໂພກທີ່ສືບຕໍ່ເພີ່ມຂຶ້ນນັບມື້
ໃນປີ 2023, ໃນທົ່ວປະເທດລາວມີຄອບຄົວທີ່ພົ້ນທຸກທັ້ງໝົດ 1,260,083 ຄອບຄົວ ກວມເອົາ 83.13 ເປີເຊັນ, ແລະ ຍັງມີ 208,231 ຄອບຄົວ ທີ່ຍັງບໍ່ທັນພົ້ນຈາກຄວາມທຸກຍາກ ກວມເອົາ 16.87 ເປີເຊັນ
ລະເບີດບໍ່ທັນແຕກຫຼາຍກວ່າ 80 ລ້ານໜ່ວຍຍັງຕົກຄ້າງຢູ່ໃນ 9 ແຂວງຂອງລາວ, ແຕ່ຍັງມີການຂາດແຄນທຶນຮອນຢ່າງຫຼວງຫຼາຍ ຈຶ່ງເຮັດໃຫ້ການເກັບກູ້ລະເບີດຍັງດຳເນີນໄປໄດ້ຢ່າງຊັກຊ້າ
ທ່ານ ແອນໂທນີ ບລິງເຄັນ ໄດ້ ເວົ້າວ່າ “ທຸກໆມື້, ການຮ່ວມ ມືຂອງພວກເຮົາແມ່ນກຳລັງຊ່ວຍເຫຼືອຊີວິດຂອງ ພວກເຮົາທີ່ປະກອບມີ 1 ພັນລ້ານຄົນໃຫ້ດີຂຶ້ນກວ່າເກົ່າ
ລັດຖະບານລາວຈະດຶງດູດເອົາເງິນຕາຕ່າງປະເທດເຂົ້າໃນລະບົບທະນາຄານພາຍໃນປະເທດໃຫ້ໄດ້ບໍ່ຫລູດ 70% ຂອງມູນຄ່າການສົ່ງອອກທັງໝົດ ແຕ່ນັກທຸລະກິດສ່ວນຫຼາຍຍັງຖືຄອງເງິນຕາຕ່າງປະເທດສ່ວນໃຫຍ່ໄວ້ກັບຕົນເອງ
ໃນຄຳປາໄສເປີິດກອງປະຊຸມ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ສປປ ລາວ, ໃນຖານະ ເປັນປະທານກອງປະຊຸມ ໄດ້ກ່າວຄຳປາໄສເປີດພິທີທີ່ ເນັ້ນ ກ່ຽວກັບ ການເສີມຂະຫຍາຍການຮ່ວມມື ດ້ານການຄ້າຂອງອາຊຽນ ກັບ ຈີນ
ໃນກອງປະຊຸມນີ້, ບັນດາທ່ານຜູ້ນຳໄດ້ປຶກສາຫາລືກັນເພື່ອຜັນຂະຫຍາຍການ ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃຫ້ເປັນຮູບປະທຳ
ຫຼັງຈາກຄຳປາໄສຂອງທ່ານ ສອນໄຊ, ທ່ານກໍໄດ້ເຊີນ ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ກໍໄດ້ຂຶ້ນກ່າວຄໍາປາໄສເພື່ອເປີດ ກອງປະ ຊຸມສຸດຍອດອາຊຽນ
ກອງປະຊຸມດັ່ງກ່າວໄດ້ຫາລື ກ່ຽວກັບ ການພົວພັນຮ່ວມມືລະຫວ່າງ ອາຊຽນ ກັບຄູ່ຮ່ວມມືພາຍນອກ
ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ອອກປະກາດແຈ້ງການເລກທີ 3534 ລົງວັນທີ 27 ກັນຍາ 2024 ເພື່ອກຳນົດໃຫ້ຜູ້ໃຊ້ແຮງງານ ຫຼື ຜູ້ປະກອບການຂອງຫົວໜ່ວຍທຸລະກິດເອກະຊົນໃນທົ່ວປະເທດ ຈະຕ້ອງຈ່າຍເງິນອຸດໜູນຄ່າຄອງຊີບໃຫ້ກັບຜູ້ອອກແຮງງານ ໃນອັດຕາບໍ່ຕໍ່າກວ່າ 900,000 ກີບຕໍ່ຄົນຕໍ່ເດືອນ
ເມື່ອບໍ່ດົນມານີ້ຫຼາຍປະເທດເຂດໃນເອເຊຍຕາເວັນອອກສຽງໃຕ້ ກໍໄດ້ປະເຊີນ ກັບພາຍຸເຮີຣິເຄນ ຢາກິ, ລວມມີລາວ, ມຽນມາ, ໄທ, ຫວຍດນາມ ແລະ ຟີລິບປິນ ແລະ ອື່ນໆ
ໃນຄຳປາໄສເປີດກອງປະຊຸມນັ້ນ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ກ່າວຢໍ້າ ເຖິງສິ່ງທ້າທາຍທີ່ພາກພື້ນ ເອເຊຍຕາເວັນອອກສຽງໃຕ້ກຳລັງປະເຊີນ
ໂຫລດຕື່ມອີກ
No live streaming currently available