ຮອງນາຍົກລັດຖະມົນຕີ-ລັດຖະມົນຕີວ່າການຕ່າງປະເທດຂອງໄທ ໄດ້ໃຫ້ການຢືນຢັນວ່າ ອາຊະຍາກຳທາງ ອິນເຕີເນັດ ແລະການຄ້າມະນຸດຂ້າມຊາດ ມີທ່າອ່ຽງທີ່ຈະເພີ້ມລະດັບຂອງຄວາມຮຸນແຮງຫຼາຍຂຶ້ນອີກ ຖ້າຫາກວ່າ ບໍ່ມີການຮ່ວມມືລະຫວ່າງປະເທດ ເພື່ອດຳເນີນມາດຕະການປາບປາມຢ່າງຈິງຈັງ
ນັກຊ່ຽວຊານຂອງໄທ ໄດ້ໃຫ້ການຢືນຢັນວ່າ “ເມື່ອຕົ້ນປີນີ້ເອງ ກໍຄືເປັນຄົນຈີນ ຊຶ່ງຖືກຫລອກເຂົ້າໄປເຮັດວຽກ call center ແລ້ວກະຖືກຂາຍຕໍ່ຈາກເຂດສາມຫຼ່ຽມທອງຄຳຫັ້ນ ໄປທີ່ຝັ່ງແມ່ສອດ ສຸດທ້າຍກະໜີອອກມາເນາະ ອັນນີ້ ທາງໂຄງການວິໄຈຂອງຂ້ອຍ ໄດ້ເຂົ້າໄປສຳພາດເຫຍື່ອໂດຍກົງ"
ມີການລັກລອບເຜົາປ່າໄມ້ ເພື່ອບຸກເບີກພື້ນທີ່ສຳລັບຮອງຮັບການປູກພືດເສດຖະກິດຊະນິດຕ່າງໆໃນລາວ ເພື່ອເພີ້ມການສົ່ງອອກໄປຕ່າງປະເທດໃຫ້ຫຼາຍຂຶ້ນ ໄດ້ເຮັດໃຫ້ລາວ ສູນເສຍພື້ນທີ່ປ່າໄມ້ໄປຄິດເປັນເປັນພື້ນທີ່ກວ້າງກວ່າ 476,960 ເຮັກຕາໃນປີ 2023
ໂດຍການຊ່ວຍເຫຼືອດັ່ງກ່າວ ເປັນໄປຕາມມະຕິຕົກລົງຈາກກອງປະຊຸມລັດຖະມົນຕີວ່າການຕ່າງປະເທດຂອງອາຊຽນ ທີ່ນະຄອນຫຼວງພະບາງ ໃນຊ່ວງວັນທີ 28-29 ມັງກອນ 2024 ຜ່ານມາ ຊຶ່ງໄດ້ໃຫ້ຄວາມສຳຄັນເປັນພິເສດໃນການຮ່ວມມືກັນເພື່ອແກ້ໄຂບັນຫາຂັດແຍ້ງທາງການເມືອງໃນມຽນມາ ດ້ວຍການຈັດຕັ້ງປະຕິບັດຕາມສັນທາມະຕິ 5 ຂໍ້
ທາງການລາວ ຍັງໄດ້ຈັດທຳຮ່າງກົດໝາຍວ່າດ້ວຍການອະນຸຍາດໃຫ້ຄົນເຊື້ອຊາດລາວ ທີ່ຢູ່ຕ່າງປະເທດໃຫ້ສາມາດກັບຄືນມາຢູ່ລາວໄດ້ຢ່າງຖາວອນດ້ວຍ ຊຶ່ງຄາດວ່າ ຈະບັນຈຸເຂົ້າສູ່ວາລະກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດລາວ ເພື່ອລົງມະຕິຮັບຮອງ ແລະສະເໜີຕໍ່ປະທານປະເທດ ເພື່ອລົງນາມອະນຸມັດຢ່າງເປັນທາງການພາຍໃນປີ 2024 ນີ້
ບັນຫາໄພເງິນເພີ້ ແລະເສດຖະກິດຝືດເຄືອງທີ່ຮ້າຍແຮງຂຶ້ນ ຂະນະທີ່ມີຂີດຈໍາກັດໃນດ້ານງົບປະມານການສຶກສາ ແລະໂອກາດທີ່ຈະໄດ້ວຽກເຮັດງານທໍາ ເປັນສາເຫດເຮັດໃຫ້ນັກຮຽນ, ນັກສຶກສາມີຄວາມທໍ້ແທ້ໃຈ ແລະອອກໂຮງຮຽນກ່ອນຈົບເພື່ອໄປຊອກຫາອອກແຮງງານຢູ່ຕ່າງປະເທດ ຫລືອອກມາເຮັດວຽກງານ ກະສິກໍາເພື່ອຫາລ້ຽງຊີບຕົນເອງ ຫລືຊ່ວຍພໍ່ແມ່ນັ້ນ ເປັນຈໍານວນຫລາຍ
ນັກຊ່ຽວຊານດ້ານການພັດທະນາລະບົບ Digital ໃນລາວເປີດເຜີຍວ່າ ການພັດທະນາລະບົບ Digital ເພື່ອໃຫ້ການບໍລິການແກ່ປະຊາຊົນນັ້ນ ໄດ້ດໍາເນີນໄປຢ່າງຊັກຊ້າຫຼາຍ ເມື່ອທຽບກັບຕ່າງປະເທດ
ນັກສຶກສາລາວຜູ້ທີ່ສະໝັກເອົາທຶນຕ່າງປະເທດ ໂດຍສະເພາະທຶນຮັງກາຣີ ຫຼື ທຶນລັດຖະບານຮັງກາຣີ ຜູ້ມີຄວາມໃຝ່ຝັນຢາກຈະຮຽນຕໍ່ຕ່າງປະເທດຕ້ອງຝັນດັບສະຫຼາຍຍ້ອນການໃຊ້ເສັ້ນສາຍ ເເລະ ເງິນໃນການວ່າຈ້າງຄົນວົງໃນ ຫຼື ພະນັກງານລັດ ໃນກະຊວງສຶກສາທິການເເລະກິລາ ເພື່ອໃຫ້ລັດຖະບານລາວ ສະເໜີລາຍຊື່
ໃນປັດຈຸບັນ ມີປະຊາຊົນລາວ ຫຼາຍກວ່າ 628,000 ຄອບຄົວທີ່ຄອບຄອງທີ່ດິນທີ່ຢູ່ໃນເຂດປ່າສະຫງວນແຫ່ງຊາດໃນເຂດ 32 ເມືອງ 610 ບ້ານ ແລະ 2,177 ບ້ານທີ່ຕັ້ງຢູ່ໃນເຂດທີ່ມີລະເບີດບໍ່ທັນແຕກ (UXO) ທີ່ຕົກຄ້າງຢ່າງຫຼວງຫຼາຍ ອັນເຮັດໃຫ້ບໍ່ສາມາດອອກໃບຕາດິນໃຫ້ກັບປະຊາຊົນລາວ ໄດ້ເລີຍ
UNESCO ໄດ້ບັນຈຸເອົາເຂດອຸທະຍານຫິນໜາມໜໍ່ຂອງ ສປປ ລາວ ເຂົ້າເປັນວາລະນຶ່ງໃນກອງປະຊຸມສະໄໝທີ 46 ຂອງຄະນະກຳມາທິການມໍລະດົກໂລກ ໃນຊ່ວງວັນທີ 21-31 ກໍລະກົດ 2024 ທີ່ນະຄອນ ນິິວເດລີ ປະເທດອິນເດຍ
ຊາວກະສິກອນລາວ ຢືນຢັນວ່າ ສາເຫດສຳຄັນທີ່ເຮັດໃຫ້ລາວ ຍັງຕ້ອງປະເຊີນກັບວິກິດການທາງເສດຖະກິດຢ່າງໜັກໜ່ວງ ກໍຄືການຂາດດຸນການຄ້າຕ່າງປະເທດຢ່າງຕໍ່ເນື່ອງ ຊຶ່ງເຮັດໃຫ້ລາວຕ້ອງປະເຊີນກັບບັນຫາຂາດແຄນເງິນຕາຕ່າງປະເທດຢ່າງຮຸນແຮງ ສ່ວນການຜະລິດສິນຄ້າໃນລາວ ກໍຍັງມີຄຸນນະພາບຕ່ຳ ແຕ່ກັບມີຕົ້ນທຶນການຜະລິດສູງ
ຂະນະການບຸກລຸກຂອງຣັດເຊຍເຂົ້າໄປຢູເຄຣນຍ່າງເຂົ້າປີທີ 3 ນີ້ ໄດ້ເຮັດໃຫ້ພວກຊາວອົບພະຍົບຢູເຄຣນຢູ່ຫລາຍແຫ່ງ ແລະຫລາຍທະວີບ ລວມທັງຄົນຢູເຄຣນເຊື້ອສາຍລາວຜູ້ນຶ່ງ ມີຄວາມເປັນຫ່ວງບ້ານເຮືອນ ແລະກໍຢາກກັບຄືນໄປປະເທດຂອງຕົນຫລາຍ
ໂຫລດຕື່ມອີກ
No live streaming currently available