ນັກທຸລະກິດໃນສະພາການຄ້າແລະອຸດສາຫະກຳແຫ່ງຊາດລາວ ເປີດເຜີຍວ່າ ການລ້ຽງງົວໃນລະບົບຟາມທີ່ໄດ້ມາດຕະຖານຕາມຕ້ອງການຂອງຕະຫຼາດຈີນ ພາຍໃຕ້ໂຄຕາທີ່ຈະນຳເຂົ້າງົວຈາກລາວ 500,000 ໂຕຕໍ່ປີ ນັບແຕ່ປີ 2019 ເປັນຕົ້ນມາຈົນເຖິງປັດຈຸບັນ ກໍຍັງບໍ່ສາມາດປະຕິບັດຕົວຈິງໄດ້ເລີຍ
ປະຊາຊົນລາວ ທຸກຍາກເພີ້ມຂຶ້ນນັບມື້ ເນື່ອງຈາກວ່າລາຍໄດ້ບໍ່ພຽງພໍສຳລັບການໃຊ້ຈ່າຍໃນຊີວິດປະຈຳວັນ ທີ່ເປັນຜົນກະທົບໂດຍກົງຈາກສິນຄ້າລາຄາແພງຂຶ້ນ ແລະ ຄ່າເງິນກີບຕົກຕໍ່າລົງຢ່າງຮຸນແຮງ
ອີກດ້ານນຶ່ງ ກໍເປັນເພາະມີການຂຶ້ນລາຄານໍ້າມັນໃນຕະຫຼາດຕ່າງປະເທດ ແລະ ຜູ້ສະໜອງນໍ້າມັນຢູ່ຕ່າງປະເທດ ຊຶ່ງກໍຄືໄທ ແລະຫວຽດນາມ ກໍໄດ້ວາງເງື່ອນໄຂທາງການເງິນຕໍ່ລາວເພີ້ມຂຶ້ນ ກ່ອນຈະຊື້ນໍ້າມັນໄດ້
ຜູ້ປະສານງານເຄືອຂ່າຍອະນຸລັກສິ່ງແວດລ້ອມທໍາມະຊາດໃນລຸ່ມແມ່ນໍ້າຂອງ ຢືນຢັນວ່າ 'ສະພາບເສັ້ນທາງເປ່ເພໜັກຫຼາຍ ໄລຍະປັດຈຸບັນນີ້ ກະແມ່ນພາຫະນະຂົນສົ່ງນິມີຈໍານວນໜາແໜ້ນຂຶ້ນກວ່າແຕ່ກ່ອນຫຼາຍເທົ່າ'
ອີງຕາມຂໍ້ມູນການສຳຫຼວດ ໂດຍອົງການເຮໂລ, ເນື້ອທີ່ດິນທີ່ໄດ້ຖືກເກັບກູ້ລະ ເບີດທີ່ຍັງບໍ່ທັນແຕກອອກໄປໝົດ ແລະປອດໄພຢູ່ໃນລາວ ນັບຕັ້ງແຕ່ປີ 2012 ແມ່ນມີຢູ່ 33,000 ເຮັກຕາ ເທົ່າກັບ 81,500 ເອເກີ ຫຼືເທົ່າກັບສະໜາມກິລາອາເມຣິກັນຟຸດບອລ 61,000 ສະໜາມ
ບັນດາທຸລະກິດຕ່າງໆ ທີ່ຢູ່ໃນແຂວງອຸດົມໄຊນັ້ນ ໄດ້ຕົກຢູ່ພາຍໃຕ້ການຄອບຄອງຂອງບັນດານັກທຸລະກິດຈີນ ເປັນສ່ວນໃຫຍ່ແລ້ວ ໃນປັດຈຸບັນນີ້ ດັ່ງທີ່ນັກທຸລະກິດລາວ ໄດ້ໃຫ້ການຢືນຢັນວ່າ “ດ້ານອຸດສາຫະກຳກໍໄດ້ມີຫຼາຍດ້ານ ເຊັ່ນໂຮງງານຊີມັງກະໄດ້ເລີ້ມຜະລິດແລ້ວ ໂຮງງານອຸດສາຫະກຳປຸງແຕ່ງແປ້ງມັນຕົ້ນ ໂຮງງານຂ້າສັດທັນສະໄໝກະໄດ້ເລີ້ມຜະລິດ"
ກອງປະຊຸມລັດຖະມົນຕີການຕ່າງປະເທດ ຂອງອາຊຽນ ຕົກລົງໃຫ້ສູນປະສານງານ ເພື່ອໃຫ້ ການຊ່ວຍເຫຼືອດ້ານມະນຸດສະທຳແກ່ຊາວພະມ້າ ທີ່ໜີໄພສົງຄາມຈາກພະມ້າ ເຂົ້າໄປທີ່ເຂດຊາຍແດນຂອງໄທ
ແຕ່ຢ່າງໃດກໍຕາມ ເນື່ອງຈາກວ່າ ຄ່າບໍລິການຂອງລະບົບ 5G ນີ້ ແມ່ນສູງກວ່າລະບົບທີ່ມີຄວາມໄວທີ່ຕໍ່າກວ່າເຊັ່ນລະບົບ 4G ແລະ 3G ທີ່ປະຊາຊົນໃຊ້ຢ່າງແຜ່ຫຼາຍນັັ້ນ ແລະມັນຮຽກຮ້ອງໃຫ້ມີໂທລະສັບມືຖືຂ້ອນຂ້າງອອກມາໃໝ່ ທີ່ສາມາດຮອງຮັບລະບົບ 5G
ເຊິ່ງໃນປັດຈຸ ບັນນີ້ ທົ່ວປະເທດມີແມ່ພັນງົວມາດຕະຖານພຽງແຕ່ 20,000 ໂຕເທົ່ານັ້ນ ໃນຂະນະທີ່ການຕອບສະໜອງໃຫ້ໄດ້ຕາມໂຄຕ້າຂອງຈີນ ຈະຕ້ອງມີແມ່ພັນງົວຫຼາຍກວ່າ 62,000 ໂຕ
ນັບແຕ່ລັດຖະບານທະຫານມຽນມາ ເຮັດລັດຖະປະຫານໂຄ່ນລົ້ມລັດຖະບານທີ່ ຖືກເລືອກຕັ້ງໃນຕົ້ນປີ 2021 ມາ, ອາຊຽນບໍ່ຍອມຮັບຮູ້ອຳນາດການປົກຄອງ ທະຫານມຽນມາແລະໃນເດືອນເມສາຂອງປີດຽວກັນນັ້ນ
ຊາວກະສິກອນລາວຢືນຢັນວ່າ ສາເຫດສໍາຄັນທີ່ເຮັດໃຫ້ລາວຕ້ອງປະເຊີນກັບວິກິດການທາງເສດຖະກິດຢ່າງໜັກໜ່ວງກໍຄື ການຂາດດຸນການຄ້າຕ່າງປະເທດຢ່າງຕໍ່ເນື່ອງ
ໂຫລດຕື່ມອີກ
No live streaming currently available