ສໍາລັບຢູ່ພາຍໃນປະເທດນັ້ນ ຊາວໜຸ່ມທີ່ດ້ອຍໂອກາດມັກຈະຖືກຊັກຊວນໃຫ້ໄປເຮັດວຽກທີ່ຜິດກົດໝາຍໃນຫຼາຍແບບ ເຊັ່ນຖືກບັງຄັບໃຫ້ຂາຍປະເວນີ ແລະຕອບແຊັດເພື່ອຫລອກລວງເອົາເງິນຄົນ
ບັນຫາສໍາຄັນທີ່ປະຊາຊົນລາວໄດ້ສະແດງການຮຽກຮ້ອງເພື່ອຂໍໃຫ້ດໍາເນີນການແກ້ໄຂ ແລະປັບປຸງຢ່າງຮີບດ່ວນທີ່ສຸດກໍຄື ການຕັດສິນຄະດີຕ່າງໆໂດຍບັນດາຜູ້ພິພາກສາ ແລະການປະຕິບັດໜ້າທີ່ ຂອງບັນດາພະນັກງານສານທຸກຂັ້ນໃນທົ່ວປະເທດ ໃຫ້ມີຄວາມໂປ່ງໃສ
ສປປ ລາວ ກໍາລັງປະເຊີນກັບບັນຫາດ້ານເສດຖະກິດຢ່າງໜັກແບບບໍ່ເຄີຍມີມາກ່ອນ
ສາເຫດທີ່ເຮັດໃຫ້ມີການຫຼຸກການຊ່ວຍເຫຼືອ ເນື່ອງຈາກພົບວ່າ ໄດ້ນໍາໃຊ້ເງິນການຊ່ວຍເຫຼືອຢ່າງບໍ່ໂປ່ງໃສ ແລະມີການລັກເອົາເງິນຊ່ວຍເຫຼືອໄປເປັນຜົນປະໂຫຍດສ່ວນໂຕ ຂອງບັນດາພະນັກງານ ພັກ-ລັດຖະບານ ເກີດຂຶ້ນກວ້າງ ຂວາງ
ອີກບັນຫານຶ່ງທີ່ໄດ້ເກີດຂຶ້ນຢ່າງກວ້າງຂວາງຢູ່ເຂດຊາຍແດນລາວກັບປະເທດເພື່ອນບ້ານກໍຄືການລັກລອບນຳເຂົ້າຍານພາຫະນະຕ່າງໆຈາກປະເທດເພື່ອນບ້ານເຂົ້າມາໃນລາວ
ນັກທຸລະກິດໃນສະພາການຄ້າແລະອຸດສາຫະກຳແຫ່ງຊາດລາວ ເປີດເຜີຍວ່າ ການລ້ຽງງົວໃນລະບົບຟາມທີ່ໄດ້ມາດຕະຖານຕາມຕ້ອງການຂອງຕະຫຼາດຈີນ ພາຍໃຕ້ໂຄຕາທີ່ຈະນຳເຂົ້າງົວຈາກລາວ 500,000 ໂຕຕໍ່ປີ ນັບແຕ່ປີ 2019 ເປັນຕົ້ນມາຈົນເຖິງປັດຈຸບັນ ກໍຍັງບໍ່ສາມາດປະຕິບັດຕົວຈິງໄດ້ເລີຍ
ປະຊາຊົນລາວ ທຸກຍາກເພີ້ມຂຶ້ນນັບມື້ ເນື່ອງຈາກວ່າລາຍໄດ້ບໍ່ພຽງພໍສຳລັບການໃຊ້ຈ່າຍໃນຊີວິດປະຈຳວັນ ທີ່ເປັນຜົນກະທົບໂດຍກົງຈາກສິນຄ້າລາຄາແພງຂຶ້ນ ແລະ ຄ່າເງິນກີບຕົກຕໍ່າລົງຢ່າງຮຸນແຮງ
ອີກດ້ານນຶ່ງ ກໍເປັນເພາະມີການຂຶ້ນລາຄານໍ້າມັນໃນຕະຫຼາດຕ່າງປະເທດ ແລະ ຜູ້ສະໜອງນໍ້າມັນຢູ່ຕ່າງປະເທດ ຊຶ່ງກໍຄືໄທ ແລະຫວຽດນາມ ກໍໄດ້ວາງເງື່ອນໄຂທາງການເງິນຕໍ່ລາວເພີ້ມຂຶ້ນ ກ່ອນຈະຊື້ນໍ້າມັນໄດ້
ຜູ້ປະສານງານເຄືອຂ່າຍອະນຸລັກສິ່ງແວດລ້ອມທໍາມະຊາດໃນລຸ່ມແມ່ນໍ້າຂອງ ຢືນຢັນວ່າ 'ສະພາບເສັ້ນທາງເປ່ເພໜັກຫຼາຍ ໄລຍະປັດຈຸບັນນີ້ ກະແມ່ນພາຫະນະຂົນສົ່ງນິມີຈໍານວນໜາແໜ້ນຂຶ້ນກວ່າແຕ່ກ່ອນຫຼາຍເທົ່າ'
ອີງຕາມຂໍ້ມູນການສຳຫຼວດ ໂດຍອົງການເຮໂລ, ເນື້ອທີ່ດິນທີ່ໄດ້ຖືກເກັບກູ້ລະ ເບີດທີ່ຍັງບໍ່ທັນແຕກອອກໄປໝົດ ແລະປອດໄພຢູ່ໃນລາວ ນັບຕັ້ງແຕ່ປີ 2012 ແມ່ນມີຢູ່ 33,000 ເຮັກຕາ ເທົ່າກັບ 81,500 ເອເກີ ຫຼືເທົ່າກັບສະໜາມກິລາອາເມຣິກັນຟຸດບອລ 61,000 ສະໜາມ
ບັນດາທຸລະກິດຕ່າງໆ ທີ່ຢູ່ໃນແຂວງອຸດົມໄຊນັ້ນ ໄດ້ຕົກຢູ່ພາຍໃຕ້ການຄອບຄອງຂອງບັນດານັກທຸລະກິດຈີນ ເປັນສ່ວນໃຫຍ່ແລ້ວ ໃນປັດຈຸບັນນີ້ ດັ່ງທີ່ນັກທຸລະກິດລາວ ໄດ້ໃຫ້ການຢືນຢັນວ່າ “ດ້ານອຸດສາຫະກຳກໍໄດ້ມີຫຼາຍດ້ານ ເຊັ່ນໂຮງງານຊີມັງກະໄດ້ເລີ້ມຜະລິດແລ້ວ ໂຮງງານອຸດສາຫະກຳປຸງແຕ່ງແປ້ງມັນຕົ້ນ ໂຮງງານຂ້າສັດທັນສະໄໝກະໄດ້ເລີ້ມຜະລິດ"
ໂຫລດຕື່ມອີກ
No live streaming currently available