ສ່ວນສາເຫດຫຼັກທີ່ເຮັດໃຫ້ການເກັບລາຍຮັບຂອງລັດຖະບານລາວບໍ່ບັນລຸຕາມເປົ້າໝາຍທີ່ວາງໄວ້. ແມ່ນການສໍ້ລາດບັງຫຼວງຂອງພະນັກງານລັດທີ່ກ່ຽວຂ້ອງກັບການເກັບລາຍຮັບຈາກພາສີອາກອນ ແລະຄ່າສໍາປະທານຕ່າງໆ ລວມທັງລາຍຮັບຄ່າເຊົ່າທີ່ດິນ ແລະຊັບສິນຂອງລັດດ້ວຍ
ເສດຖະກິດລາວຕ້ອງການການປະຕິຮູບໂຄງສ້າງ ເພື່ອຫຼຸດພົ້ນອອກຈາກວິກິດການໂດຍໄວເທົ່າທີ່ຈະໄວໄດ້ ດ້ວຍການຫຼຸດລະດັບການເພິ່ງພາດ້ານເສດຖະກິດ, ການຄ້າ ແລະ ການລົງທຶນຈາກຈີນພຽງປະເທດດຽວ.
ໂຄງການທີ່ສຳຄັນທີ່ສຸດ ທີ່ບໍ່ສາມາດເບິ່ງຂ້າມໄດ້, ແມ່ນການຈັດຕັ້ງສູນຂໍ້ມູນແຫ່ງຊາດ ເຊິ່ງເປັນອົງ ປະກອບສຳຄັນໃນການຜັນຕົນເອງເຂົ້າສູ່ໂລກຍຸກດິຈິຕອລ.
ຄາດວ່າໜີ້ສິນສາທາລະນະຂອງລັດຖະບານລາວ ຈະເພີ່ມຂຶ້ນເປັນຫຼາຍກວ່າ 129% ຂອງຍອດຜະລິດຕະພັນພາຍໃນ (GDP) ໃນປີ 2024.
ເເຂວງບໍ່ເເກ້ວເປັນໜຶ່ງໃນເເຂວງທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດເຊິ່ງປະຊາຊົນບໍ່ສາມາດອົບພະຍົບໄດ້ທັນເວລາ.
ເຈົ້າໜ້າທີ່ຂັ້ນສູງໃນສູນກາງພັກປະຊາຊົນປະຕິວັດລາວ ໄດ້ເປີດເຜີຍວ່, ກົມການເມືອງສູນກາງພັກໄດ້ອອກຄຳສັ່ງໃຫ້ບັນດາອົງການຈັດຕັ້ງພັກໃນທົ່ວປະເທດ ເພີ່ມທະວີຄວາມເຂັ້ມງວດໃນການຮັກສາຄວາມສະຫງົບຮຽບຮ້ອຍ
ປະຊາຊນລາວພາກັນລັກລອບປູກຝິ່ນເພີ້ມຂຶ້ນຫລາຍກວ່າ 29% ຍ້ອນວ່າພວກເຂາເຈ້າກຳລັງປະເຊີນກັບບັນຫາຄວາມທຸກຍາກທີ່ຮ້າຍແຮງຫລາຍຂຶ້ນ. ໂດຍທີ່ທາງການລາວ ບໍ່ໄດ້ໃຫ້ການຊ່ວຍເຫລືອແຕ່ຍ່າງໃດ.
ເຮືອດັ່ງກ່າວໄດ້ບັນທຸກ ເເຮງງານ ມຽນມາ ປະມານ 40 ຄົນອອກຈາກທ່າເຮືອຢູ່ເຂດເສດຖະກິດສາມຫຼ່ຽມ ຄຳ ໄປທ່າເຮືອເມືອງພົງ ໃນປະເທດມຽນມາ ກ່ອນຈະຖືກກະເເສນ້ຳເເຮງພັດ ໃຫ້ເຮືອປິ້ນ
ເມື່ອນັກທ່ອງທ່ຽວຕ່າງປະເທດເຂົ້າມາໃນລາວແລ້ວ ພວກເຂົາກະຕ້ອງປະສົບກັບຄວາມບໍ່ສະດວກໃນການເດີນທາງໃນລາວ ທັງນີ້ ກໍຍ້ອນວ່າ ເສັ້ນທາງສ່ວນໃຫຍ່ຢູ່ໃນສະພາບເປ່ເພຢ່າງໜັກໜ່ວງ
ທ່ານ ສະເຫຼີມໄຊ ກົມມະສິດ ກ່າວວ່າ 'ເປົ້າໝາຍຕໍ່ໜ້ານັ້ນ ແມ່ນພວກເຮາເອິ້ນວ່າ ແຜນແມ່ບົດກ່ຽວກັບການຈັດຕັ້ງປະຕິບັດວິໄສທັດການສ້າງປະຊາຄົມອາຊຽນປີ 2045'
ແຜນການກໍ່ສ້າງທາງດ່ວນ 3 ໂຄງການໃນລາວ ໄດ້ຖືກຍົກເລີກ. ເພາະບໍລິສັດເອກະຊົນລາວແລະຈີນທີ່ໄດ້ຮັບການອະນຸຍາດສໍາປະທານໂຄງການນັ້ນ. ຍັງບໍ່ທັນມີເງິນທຶນສໍາລັບດຳເນິນການກໍ່ສ້າງຕົວຈິງ. ຊົງຣິດ ໂພນເງິນ ມີລາຍງານກ່ຽວກັບເລື້ອງນີ້ຈາກບາງກອກ.
ເເຂວງທີ່ປະເຊີນບັນຫານ້ຳຖ້ວມຫຼັກໆໄດ້ເເກ່ເເຂວງໄຊຍະບູລີ, ເເຂວງ ຫຼວງນ້ຳທາ ເເລະ ເເຂວງອື່ນໆທີ່ຢູ່ພາກເໜືອເເມ່ນໄດ້ຮັບຜົນກະທົບຫຼາຍທີ່ສຸດ.
ໂຫລດຕື່ມອີກ
No live streaming currently available