ອຸປະກອນຕ່າງໆທີ່ເອົາມາໃຊ້ ບໍ່ແມ່ນແຕ່ຄຸນຄ່າຈາກການຜະລິດຂອງຜູ້ພິການເທົ່ານັ້ນ ແຕ່ມັນຍັງເປັນການນໍາໃຊ້ວັດຖຸທີ່ຮັກສາສິ່ງແວດລ້ອມ
ຜູ້ຊ່ຽວຊານດ້ານສິ່ງແວດລ້ອມທຳມະຊາດຢືນຢັນວ່າລາວ ໄດ້ຮັບຜົນປະໂຫຍດພຽງສ່ວນໜ້ອຍເທົ່ານັ້ນ ຈາກການສົ່ງອອກໄຟຟ້າຂອງເຂື່ອນຕ່າງໆ ຂະນະທີ່ປະຊາຊົນລາວຖືກຜົນກະທົບເພີ້ມຂຶ້ນນັບມື້
ດຣ. ສາລີ ສະຖາພອນ ໄດ້ຮັບໃຊ້ຢູ່ໃນກະຊວງສາທາລະນະສຸກ ແຂວງຈຳປາສັກ ແລະໄດ້ຖືກສັບປ່ຽນມາຫລາຍໜ້າທີ່ເຊັ່ນວ່າ ເປັນນາຍແພດປົວແຂ້ວ ຫົວໜ້າຫ້ອງການບໍລິຫານ . ທ່ານບໍ່ມີໂອກາດໄດ້ປະຕິບັດໜ້າທີ່ການແພດແບບໂຕຈິງເພາະບໍ່ມີອຸບປະກອນເຄື່ອງມືປິ່ນປົວ
ນັບແຕ່ວັນທີ 24 ກຸມພາປີກາຍ ຈົນຮອດວັນທີ 7 ກຸມພາຜ່ານມາ ມີອົບພະຍົບຫລົບໜີສົງຄາມຜ່ານຊາຍແດນປະເທດໃກ້ຄຽງ ຢູ່ 18 ລ້ານ 3 ແສນກວ່າຄົນ ແລະໄດ້ຂ້າມຊາຍແດນກັບຄືນໄປຢູເຄຣນແລ້ວ 10 ລ້ານ 1 ແສນກວ່າຄົນ
ລາວຍັງມີທ່າອ່ຽງຈະເພີ້ມການນໍາເຂົ້າສິນຄ້າຂຶ້ນອີກ ຈຶ່ງເຮັດໃຫ້ລາວຍັງຈະຕ້ອງປະເຊີນກັບການຂາດດຸນການຄ້າຕໍ່ໄທໃນປີ 2023 ນີ້
ໃນປັດຈຸບັນນີ້ ຍັງມີບໍລິສັດຈີນຈຳນວນ 357 ລາຍ ລໍຖ້າການອະນຸຍາດສຳປະທານ ເພື່ອຂຸດຄົ້ນແຮ່ທາດຫາຍາກ ຫລື Rare Earth ແລະແຮ່ເຫລັກ ຢູ່.
ທາງການໄທ-ລາວ-ມຽນມາ ເສີມຂະຫຍາຍການຮ່ວມມື ເພື່ອສະກັດກັ້ນສານເຄມີຕັ້ງຕົ້ນ ທີ່ໃຊ້ໃນການຜະລິດຢາເສບຕິດ ຢູ່ເຂດສາມຫລ່ຽມຄຳ ໃນແມ່ນ້ຳຂອງ ໂດຍສະເພາະ ແມ່ນສານເຄມີໃຊ້ໃນການ ຜະລິດຢາບ້າ-ຢາໄອສ໌ນັ້ນ
ທ່ານບລີເວີນິສ ຈາກອົງການ Vision Beyond Borders ກ່າວວ່າ ທັງຜູ້ສອນສາສະໜາ ແລະ 15 ຄອບຄົວ ແມ່ນຢູ່ທີ່ບ້ານໃໝ່ ແຂວງຫຼວງນ້ຳທາ
ດຣ. ອັດ ພິສານວານິດ ຜູ້ອຳນວຍການສູນສຶກສາການຄ້າລະຫວ່າງປະເທດ ແຫ່ງມະຫາວິທະຍາໄລຫໍການຄ້າໄທ ໃຫ້ທັດສະນະວ່າ ບັນຫາການຂາດດຸນການຄ້າຕ່າງປະເທດຍັງຖືເປັນປັດໄຈສຳຄັນທີ່ສຸດ ທີ່ຈະເຮັດໃຫ້ເງິນກີບລາວ ອ່ອນຄ່າລົງອີກ
ຕຳຫຼວດລາວໄດ້ຈັບອາຊະຍາກອນ ຈີນ ທີ່ກະທຳຜິດໃນລາວ ແລະ ໄດ້ສົ່ງຕົວໄປໃຫ້ຕຳຫຼວດຈີນກວ່າ 1,600 ຄົນທີ່ສໍ້ໂກງຊາວຈີນ 2,500 ກວ່າກໍລະນີ
ການຊັບຊ້ອນຄະນະລັດຖະບານຄືນໃໝ່ຄັ້ງນີ້ ມີບາງຄົນ ເຊັ່ນນັກທຸລະກິດ ທ່ານນຶ່ງໃນນະຄອນຫລວງວຽງຈັນ ເຫັນວ່າ ມັນຄົງຈະເປັນໄປຕາມຈຸດປະສົງ ຂອງທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີຄົນໃໝ່
ເມື່ອມໍ່ໆມານີ້ ລັດຖະບານໄດ້ມີຄຳສັ່ງໃຫ້ປິດຮ້ານແລກປ່ຽນເງິນຕາ 113 ແຫ່ງ ຊຶ່ງຖືວ່າເປັນການປິດຮ້ານແລກປ່ຽນເງິນເກືອບທັງໝົດ ແລະໃຫ້ມີການແລກປ່ຽນເງິນໄດ້ແຕ່ຢູ່ທະນາຄານເທົ່ານັ້ນ
ໂຫລດຕື່ມອີກ
No live streaming currently available