ໃນປັດຈຸບັນຍັງຈະຕ້ອງສືບຕໍ່ດຳເນີນການຈຳນວນທີ່ເຫຼືອ 8,241 ຄັນໃຫ້ຄົບຖ້ວນ
ແກັ່ງອາຊະຍາກຳຈີນ ມີເຄືອຂ່າຍທີ່ກວ້າງຂວາງ ແລະຄວບຄຸມໃນທົ່ວເຂດລຸ່ມນ້ຳຂອງ ຈຶ່ງສາມາດຈະຫລົບໜີການຈັບກຸມຈາກປະເທດນຶ່ງ ໄປອີກປະເທດນຶ່ງໄດ້ຕະຫຼອດເວລາ
ລັດຖະບານລາວ ໄດ້ປະເຊີນກັບການມີໜີ້ສິນສາທາລະນະ ເພີ້ມຂຶ້ນຢ່າງຕໍ່ເນື່ອງ ແລະມີລັກສະນະທີ່ກ້າວກະໂດດ ນັບແຕ່ປີ 2010 ເປັນຕົ້ນມາ
ນາງວິໄລລັກ ຫລວງປະເສີດ ຊາວນະຄອນຫລວງວຽງຈັນ ໄດ້ໃຫ້ຂໍ້ສັງເກດວ່າ ນັບແຕ່ການລະບາດຂອງໂຄວິດ-19 ເກືອບບໍ່ມີນັກທ່ອງທ່ຽວຊາວຈີນພາກັນເດີນທາງເຂົ້າມາປະເທດລາວເລີຍ
ເຈົ້າໜ້າທີ່ທ່ານນຶ່ງ ໃນທະນາຄານແຫ່ງຊາດລາວອະທິບາຍວ່າ “ລະບົບທະນະຄານແມ່ນ ປິດປິດ ມັນກະຍັງມີສາຂາທະນະຄານຢູ່ຄືເກົ່າຫັ້ນລະ ຕ່າງແຕ່ວ່າຄຸ້ມຄອງບໍ່ໃຫ້ເຂົາແລກນອກລະບົບ ບໍ່ໃຫ້ເຣດສູງຊື່ໆ ແລກຢູ່ແຕ່ວ່າໃຫ້ມີອັດຕາມັນສໍ່າກັນນະ”
ການທົບທວນມີຂຶ້ນ ເນື່ອງຈາກໄດ້ຮັບຜົນຕອບແທນ ທີ່ບໍ່ຄຸ້ມຄ່າ ຫຼື 30 ໂດລາ ຕໍ່ 1 ໂຕນເທົ່ານັ້ນ
ນັກທຸລະກິດໄທໃນລາວໃຫ້ທັດສະນະວ່າ ສະກຸນເງິນຢວນຂອງຈີນໄດ້ເລີ້ມມີອິດທິພົນຕໍ່ເສດຖະກິດການຄ້າ ແລະການລົງທຶນໃນລາວເພີ້ມຂຶ້ນຢ່າງຕໍ່ເນື່ອງ ໂດຍເປັນຜົນຈາກການຄ້າລະຫວ່າງລາວກັບຈີນທີ່ເພີ້ມຂຶ້ນ ແລະການລົງທຶນຂອງຈີນໃນລາວກໍເພີ້ມຂຶ້ນນັບມື້
ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມມີໜ່ວຍວັດ ແທກທີ່ດິນຢ່າງຈຳກັດ ແລະ ຍັງບໍ່ທັນມີເທັກໂນໂລຈີການສື່ສານທີ່ທັນສະໄໝເພື່ອໃຊ້ໃນການວັດແທກ.
ຜູ້ປະກອບສວນກາເຟທ່ານນຶ່ງກ່າວວ່າ ທີ່ຜ່ານມາ ຊາວສວນກາເຟຢູ່ລາວໄດ້ຮັບການຊ່ວຍເຫຼື ທາງດ້ານເຕັກນິກ ແລະວິຊາການ ຈາກຊ່ຽວຊານ ເພື່ອເຮັດໃຫ້ລະດັບ ແລະຄຸນນະພາບຂອງກາເຟທຽບເທົ່າສາກົນ
ຕຳຫຼວດໄທກ່າວວ່າ ນັກທຸລະກິດຈີນ ທີ່ລົງທຶນພັດທະນາເຂດເສດຖະກິດພິເສດ ໃນເຂດລຸ່ມແມ່ນ້ຳຂອງ ມີສ່ວນກ່ຽວຂ້ອງກັບແກັ່ງອາຊະຍາກຳຂ້າມຊາດໂດຍສະເພາະແມ່ນຢູ່ໃນລາວ, ມຽນມາ ແລະກຳປູເຈຍນັ້ນ
ເພາະວ່າໂຄງການຕັ້ງຢູ່ເຂດຮອຍເລື່ອນແຜ່ນດິນໄຫວທີ່ຍັງມີພະລັງຄວາມຮ້ອນ ທີ່ສາມາດຈະເຮັດໃຫ້ເກີດແຜ່ນດິນໄຫວໄດ້ທຸກຍາມ
ນາງປ່າເຢັງ ຊາ ລໍ ເປັນນາງງາມຜູ້ທຳອິດຈາກລາວ ທີ່ໄດ້ຖືກຄັດເລືອກເຂົ້າໄປປະກວດໃນຮອບ 16 ຄົນ ສຸດທ້າຍ ໃນຈຳນວນນາງງາມທັງໝົດທີ່ມາຈາກ 80 ກວ່າ ປະເທດໃນເວທີປະກວດນາງງາມຈັກກະວານ ປີ 2022
ໂຫລດຕື່ມອີກ
No live streaming currently available