ທັງນີ້ ລັດຖະບານລາວ ໄດ້ວາງເປົ້າໝາຍຂອງວາລະແຫ່ງຊາດທາງດ້ານເສດຖະ ກິດ-ການເງິນ ໄວ້ 4 ດ້ານ ຄືການລົດພາລະໜີ້ສາທາລະນະຂອງລັດຖະບານໃຫ້ຢູ່ທີ່ລະດັບ 64.2 ເປີເຊັນ ຂອງຍອດຜະລິດຕະພັນລວມ (GDP) ໃນປີ 2023
ນາຍົກລັດຖະມົນຕີໄທຢືນຢັນວ່າ ຈະໃຫ້ການຊ່ວຍເຫລືອເພື່ອພັດທະນາການທ່ອງທ່ຽວໃນລາວ ໂດຍແນໃສ່ການເຊື່ອມໂຍງການທ່ອງທ່ຽວ ລະຫວ່າງພາກເໜືອຂອງ 2 ປະເທດໃຫ້ເປັນເຂດທ່ອງທ່ຽວອັນດຽວກັນ.
ເຖິງຢ່າງໃດກໍຕາມ ສໍາລັບບໍລິສັດຂົນສົ່ງທີ່ໃຫຍ່ ແລະມີທຶນຫລາຍ ເຊິ່ງເປັນບໍລິສັດຂອງລາວ ແລະຕ່າງປະເທດ ແມ່ນໄດ້ຮັບອະນຸຍາດໃຫ້ເປັນຜູ້ລົງທຶນພັດທະນາໂຄງການ Lao Logistic Link ທີ່ເຊື່ອມຕໍ່ ລາວ-ຈີນ-ໄທ-ຫວຽດນາມ
ລາວ ແລະ ໄທຕົກລົງເຊື່ອມຕໍ່ລະບົບ Logistic ເຂົ້າກັນ ຊຶ່ງແນໃສ່ການພັດທະນາໃຫ້ເປັນ ສູນກາງ ການຂົນສົ່ງສິນຄ້າ ແລະໂດຍສານທາງລົດໄຟກັບຈີນ ແລະອາຊຽນໃຫ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ທ່ານບຸນຄົງ ລ້າຈຽມພອນ ເຈົ້າແຂວງໆອຸດົມໄຊ ຖະແຫລງວ່າ ອຳນາດການ ປົກຄອງແຂວງອຸດົມໄຊ ຈະເລີ້ມລົງ ມື ຈັດຕັ້ງປະຕິບັດແຜນການພັດທະນາ ແຂວງອຸດົມໄຊ ໃຫ້ກ້າວໄປເປັນສູນກາງການເຊື່ອມຕໍ່ ລະບົບ Logistic ຢ່າງ ຄົບວົງຈອນ ໂດຍແນໃສ່ການພັດທະນາແຂວງອຸດົມໄຊ
ເຈົ້າແຂວງແຂວງໄຊສົມບູນຖະແຫຼງຢືນຢັນວ່າ ໃນປັດຈຸບັນອໍານາດການປົກຄອງແຂວງໄຊສົມບູນ ສາມາດຮັບປະກັນຄວາມສະຫງົບຮຽບຮ້ອຍໄດ້ຢ່າງຄົບຖ້ວນຕາມເປົ້າໝາຍຂອງລັດຖະບານ
ກະຊວງປ້ອງກັນຄວາມສະຫງົບ ໄດ້ຂຶ້ນບັນຊີລາຍຊື່ຂອງນັກຄ້າຢາເສບຕິດທີ່ເປັນເປົ້າໝາຍໃນການຕິດຕາມຈັບກຸມ 2,299 ຄົນ ໃນນີ້ກໍມີເຖິງ 1,996 ຄົນເປັນເຄືອຂ່າຍຂະບວນການຄ້າຢາເສບິດຂ້າມຊາດ
ທະນາຄານພັດທະນາເອເຊຍ (ADB) ໄດ້ປັບຫຼຸດອັດຕາການຂະຫຍາຍຕົວ ທາງເສດຖະກິດຂອງລາວ ໃນປີ 2022 ລົງມາຢູ່ລະດັບ 3.4 ເປີເຊັນ ເມື່ອເດືອນກໍລະກົດ 2022 ທີ່ຜ່ານມາ ທັງຍັງໄດ້ຄາດໝາຍອັດຕາເງິນເຟີ້ໃນລາວ ໄວ້ທີ່ລະດັບ 5.8 ເປີເຊັນ
ເມື່ອມໍ່ໆມານີ້ ມະຫາວິທະຍາໄລທົ່ວໂລກ ທີ່ພົບບັນຫາສັບສົນໄດ້ປິດໂຄງການທີ່ດໍາເນີນການໂດຍສະຖາບັນຂົງຈື້ ດັ່ງໃນອອສເຕຣເລຍ ທີ່ການສືບສວນຍັງດຳເນີນໄປເພື່ອເບິ່ງວ່າ ຂໍ້ຕົກລົງລະຫວ່າງມະຫາວິທະຍາໄລ ແລະສະຖາບັນ ໄດ້ຝ່າຝືນກົດໝາຍຕ້ານການແຊກແຊງຂອງຕ່າງປະເທດ
ສະພາການຄ້າ ແລະອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ) ແລະອົງການພັດ ທະນາສາກົນຂອງສະຫະລັດອາເມຣິກາ ຫຼື USAID ໄດ້ຈັດກອງປະຊຸມພົບປະນັກທຸລະກິດລາວ ແລະ ສະຫະລັດ ໃນຫົວຂໍ້: “ກາລະໂອກາດທາງການຄ້າ ແລະການລົງທຶນ ໃນ ສປປ ລາວ"
ຫົວໜ້າຕຳຫລວດລົດໄຟລາວຍອມຮັບວ່າ ມີກຸ່ມແກັ່ງຂະບວນການເກງກຳໄລຈາກການຊື້ຂາຍປີ້ໂດຍສານ ລົດ ໄຟລາວ-ຈີນໃນລາວ ສວນພາກສ່ວນກ່ຽວຂ້ອງ ກໍບໍ່ມີປະສິດທິພາບ ໃນການແກ້ໄຂບັນຫາທີ່ຜ່ານມາ
ການລົງທຶນຂອງ ຈີນ ໃນລາວຍັງຄົງເພີ້ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະໃນຊ່ວງ 6 ເດືອນຕົ້ນປີ 2022 ບັນດາບໍລິສັດຈີນ ໄດ້ລົງທຶນໃນລາວເຖິງ 112 ໂຄງການ ເຊິ່ງສ່ວນໃຫຍ່ເປັນການລົງທຶນຂຸດຄົ້ນແຮ່ທາດ
ໂຫລດຕື່ມອີກ
No live streaming currently available