ກະຊວງຊັບພະຍາກອນ ແລະສິ່ງແວດລ້ອມທຳມະຊາດສາມາດອອກໃບຕາດິນໃຫ້ປະຊາຊົນລາວໄດ້ພຽງ 36,000 ກວ່າຕອນ ເທົ່ານັ້ນ ໃນ ປີ 2022 ຄິດເປັນພຽງ 12 ເປີເຊັນ ຂອງແຜນການປີ ທີ່ວາງເປົ້າໝາຍການອອກໃບຕາດິນໃຫ້ໄດ້ເຖິງ 3 ແສນຕອນຕໍ່ປີ
ເຈົ້າໜ້າທີ່ຂັ້ນສູງໃນກະຊວງຄົມມະນາຄົມຂອງໄທ ເປີດເຜີຍວ່າ ການສຶກສາຄວາມເປັນໄປໄດ້ ແລະການອອກແບບກໍ່ສ້າງຂົວຂ້າມແມ່ນ້ຳຂອງແຫ່ງໃໝ່ທີ່ຄູ່ຂະໜານກັບຂົວແຫ່ງທີ 1 ທີ່ເຊື່ອມຕໍ່ນະຄອນວຽງຈັນ ກັບຈັງຫວັດໜອງຄາຍ
ນັກຊ່ຽວຊານດ້ານການພົວພັນລະຫວ່າງປະເທດໃນລຸ່ມນ້ຳຂອງໃນທັດສະນະວ່າການທີ່ລັດຖະບານ ຈີນ ໄດ້ສົ່ງເສີມໃຫ້ພາກເອກະຊົນ ຈີນ ເຂົ້າມາລົງທຶນໃນເຂດລຸ່ມແມ່ນ້ຳຂອງຫຼາຍຂຶ້ນ
ຈໍານວນນັກທ່ອງທ່ຽວເຂົ້າມາລາວ ໃນແຕ່ລະເດືອນ ມີຈໍານວນເພີ້ມຂຶ້ນ ນັບແຕ່ເດືອນກໍລະກົດປີ 2022 ເປັນຕົ້ນມາ ຊຶ່ງກໍຄື ໃນເດືອນນັ້ນມີນັກທ່ອງທ່ຽວເພີ້ມຂຶ້ນ 25.56 ເປີເຊັນ, ຈາກນັ້ນ ກໍເພີ້ມຂຶ້ນເລື້ອຍໆ ຈົນຮອດເດືອນມິຖຸນາຜ່ານມາ ກໍເພີ້ມຂຶ້ນ 28.64 ເປີເຊັນ, ອີງຕາມອົງການທ່ອງທ່ຽວຂອງລາວ
ຈີນເປັນປະເທດທີ່ມີບົດບາດທາງດ້ານເສດຖະກິດ ແລະການເມືອງຢູ່ໃນຂົງເຂດນີ້ ຊຶ່ງນຳເອົາຄວາມຫວັງສູງມາໃຫ້ບັນດາປະເທດໃນເຂດລຸ່ມແມ່ນ້ຳຂອງ ແຕ່ຂະນະດຽວກັນ ມັນກໍໄດ້ເຮັດໃຫ້ມີຄວາມຮູ້ສຶກເປັນຫ່ວງ ຍ້ອນວ່າການສ້າງເຂື່ອນຂອງຈີນຢູ່ຕອນເທີງຂອງແມ່ນ້ຳສາຍນີ້
ປະຊາຊົນລາວຕ້ອງກາຍເປັນສ່ວນນຶ່ງ ຂອງການລັກລອບຕັດໄມ້ ເພື່ອການຄ້າຜິດກົດໝາຍ ຍ້ອນວ່າບໍ່ມີທີ່ດິນທຳກິນ ແລະຍາກຈົນຢ່າງຍິງ ຈຶ່ງຕ້ອງຕົກເປັນເຄຶື່ອງມືຂອງຂະບວນການຄ້າໄມ້ເຖື່ອນຂ້າມຊາດ
ທັງນີ້ໂຄງການທາງລົດໄຟລາວຈີນ ໄດ້ສົ່ງຜົນກະທົບຕໍ່ປະຊາຊົນລາວ 6,853 ຄອບຄົວໃນເຂດ 13 ເມືອງຂອງແຂວງຫລວງນໍ້າທາ, ອຸດົມໄຊ, ຫລວງພະບາງ, ວຽງຈັນ ແລະນະຄອນຫລວງວຽງຈັນ
ພ້ອມກັນນີ້ ນັກທຸລະກິດໄທ ຍັງໄດ້ຂົນສົ່ງສິນຄ້າຜ່ານແດນລາວ ໄປຈີນ ໂດຍນຳໃຊ້ລົດໄຟລາວ-ຈີນ ໃນໄລຍະ 4 ເດືອນຕົ້ນປີ 2023 ນີ້ ມີມູນຄ່າລວມ 104,744 ລ້ານບາດ ເພີ້ມຂຶ້ນເຖິງ 179.27 ເປີເຊັນ ທຽບໃສ່ໄລຍະດຽວກັນໃນປີ 2022
ການທີ່ລາວຍັງຕ້ອງປະເຊີນກັບບັນຫາຄ່າເງິນກີບຕົກຕໍ່າລົງຢ່າງຕໍ່ເນື່ອງ ເພາະວ່າການດໍາເນີນມາດຕະການເພື່ອແກ້ໄຂບັນຫາຂອງລັດຖະບານລາວບໍ່ມີປະສິດທິພາບ
ແຮງງານກໍາປູເຈຍ, ລາວ ແລະມຽນມາ ສາມາດຜ່ອນຜັນໃຫ້ສາມາດເຮັດວຽກໃນໄທຕໍ່ໄປໄດ້ເຖິງວັນທີ 31 ກໍລະກົດ 2023 ນັ້ນ ຈະຕ້ອງເດີນທາງກັບຄືນປະເທດທີ່ເປັນພູມລໍາເນົາໃນທັນທີເມື່ອຄົບກໍານົດ
ເນື່ອງຈາກວ່າ ເງິນກີບລາວ ອ່ອນຄ່າລົງນັບມື້ ຈຶ່ງເຮັດໃຫ້ຜູ້ອອກແຮງງານລາວ ທີ່ມີລາຍໄດ້ໜ້ອຍ ກໍຍິ່ງບໍ່ສາມາດຫາລ້ຽງຊີບໄດ້ ດັ່ງທີ່ນາງນົກ ຜູ້ທີ່ບໍ່ຍອມກັບຄືນໄປຫາເຮັດວຽກຢູ່ລາວ ແຮງງານລາວ ຄົນນຶ່ງຕ້ອງໄດ້ໄປຫາວຽກເຮັດຢູ່ປະເທດເພື່ອນບ້ານ
ໃນນີ້ແບ່ງ 20 ພື້ນທີ່ ທີ່ຈະພັດທະນາໃຫ້ເປັນຕົວເມືອງໃໝ່ ໃນເຂດຊົນນະບົດ ແລະ 25 ພື້ນທີ່ ທີ່ຈະພັດທະນາໃຫ້ເປັນເຂດທີ່ຢູ່ອາໄສຢ່າງຖາວອນ ຊຶ່ງໄດ້ຮັບການຊ່ອຍເຫຼືອ ແລະກູ້ຢືມຈາກທະນາຄານໂລກໃນມູນຄ່າລວມ 33 ລ້ານໂດລາ ສຳລັບການຈັດຕັ້ງປະຕິບັດໃນຊ່ວງປີ 2023 ຫາ 2025
ໂຫລດຕື່ມອີກ
No live streaming currently available