ພ້ອມກັນນີ້ ນັກທຸລະກິດໄທ ຍັງໄດ້ຂົນສົ່ງສິນຄ້າຜ່ານແດນລາວ ໄປຈີນ ໂດຍນຳໃຊ້ລົດໄຟລາວ-ຈີນ ໃນໄລຍະ 4 ເດືອນຕົ້ນປີ 2023 ນີ້ ມີມູນຄ່າລວມ 104,744 ລ້ານບາດ ເພີ້ມຂຶ້ນເຖິງ 179.27 ເປີເຊັນ ທຽບໃສ່ໄລຍະດຽວກັນໃນປີ 2022
ການທີ່ລາວຍັງຕ້ອງປະເຊີນກັບບັນຫາຄ່າເງິນກີບຕົກຕໍ່າລົງຢ່າງຕໍ່ເນື່ອງ ເພາະວ່າການດໍາເນີນມາດຕະການເພື່ອແກ້ໄຂບັນຫາຂອງລັດຖະບານລາວບໍ່ມີປະສິດທິພາບ
ແຮງງານກໍາປູເຈຍ, ລາວ ແລະມຽນມາ ສາມາດຜ່ອນຜັນໃຫ້ສາມາດເຮັດວຽກໃນໄທຕໍ່ໄປໄດ້ເຖິງວັນທີ 31 ກໍລະກົດ 2023 ນັ້ນ ຈະຕ້ອງເດີນທາງກັບຄືນປະເທດທີ່ເປັນພູມລໍາເນົາໃນທັນທີເມື່ອຄົບກໍານົດ
ເນື່ອງຈາກວ່າ ເງິນກີບລາວ ອ່ອນຄ່າລົງນັບມື້ ຈຶ່ງເຮັດໃຫ້ຜູ້ອອກແຮງງານລາວ ທີ່ມີລາຍໄດ້ໜ້ອຍ ກໍຍິ່ງບໍ່ສາມາດຫາລ້ຽງຊີບໄດ້ ດັ່ງທີ່ນາງນົກ ຜູ້ທີ່ບໍ່ຍອມກັບຄືນໄປຫາເຮັດວຽກຢູ່ລາວ ແຮງງານລາວ ຄົນນຶ່ງຕ້ອງໄດ້ໄປຫາວຽກເຮັດຢູ່ປະເທດເພື່ອນບ້ານ
ໃນນີ້ແບ່ງ 20 ພື້ນທີ່ ທີ່ຈະພັດທະນາໃຫ້ເປັນຕົວເມືອງໃໝ່ ໃນເຂດຊົນນະບົດ ແລະ 25 ພື້ນທີ່ ທີ່ຈະພັດທະນາໃຫ້ເປັນເຂດທີ່ຢູ່ອາໄສຢ່າງຖາວອນ ຊຶ່ງໄດ້ຮັບການຊ່ອຍເຫຼືອ ແລະກູ້ຢືມຈາກທະນາຄານໂລກໃນມູນຄ່າລວມ 33 ລ້ານໂດລາ ສຳລັບການຈັດຕັ້ງປະຕິບັດໃນຊ່ວງປີ 2023 ຫາ 2025
ໃນສະພາບເສດຖະກິດທີ່ກຳລັງຊຸດໂຊມນີ້ ຍັງໄດ້ກໍ່ໃຫ້ເກີດການຂີ້ລັກງັດແງະຢູ່ ຕາມບ້ານຂອງປະຊາຊົນ. ຊາວບ້ານຄົນນຶ່ງໄດ້ກ່າວວ່າມີຄົນມາເລາະລັກເຄື່ອງ ທຸກມື້, ມີຫຍັງເອົາໄປໄດ້ກໍລັກໄປ
ນອກຈາກບັນຫາຂາດແຄນທາງດ້ານໂພສະນາການແລ້ວ ອັດຕາການເສຍຊີວິດຂອງເດັກນ້ອຍລາວທີ່ອາຍຸຕໍ່າກວ່າ 1 ປີ ກໍຍັງສູງເຖິງ 45 ຄົນຕໍ່ 1,000 ຄົນອີກດ້ວຍ.
ທັງນີ້ ໂດຍສັດປ່າໃນລາວ ທີ່ຕົກເປັນເປົ້າໝາຍຂອງຂະບວນການຄ້າສັດປ່າຂ້າມຊາດ ຄື ເສືອ ໝີ ກະທິງ ໂອງ-ມັ່ງ ລິງ ຊ້າງ ຟານ ແຂ້ ແລນ ກະຮອກ ແລະໝູປ່າ ດ້ວຍເຫດນີ້ ທາງການລາວ ຈຶ່ງໄດ້ຈັດທຳແລະຂຶ້ນບັນຊີສັດປ່າໄວ້ໃນ 3 ບັນຊີ
ຜູ້ປະສານງານເຄືອຂ່າຍພາກປະຊາສັງຄົມໄທ ແລະ ແມ່ນໍ້າ ເພື່ອຊີວິດເປີດເຜີຍວ່າ ອົງການເພື່ອການພັດທະນາສາກົນຂອງ ລັດຖະບານສະຫະລັດ ອາເມຣິກາ ຫຼື USAID ໄດ້ຕົກລົງໃຫ້ ການສະໜັບສະໜູນເງິນທຶນ ຄິດເປັນມູນຄ່າ 10.6 ລ້ານໂດລາ ສຳລັບໂຄງການປົກປ້ອງແມ່ນໍ້າຂອງ ຫຼື Mekong Safeguards ຢູ່ໃນເຂດພາກເໜືອຂອງປະເທດໄທ
ຜູ້ປະສານງານໃນເຄືອຂ່າຍປະຊາຊົນໄທ ໄດ້ສໍາເລັດການສຶກສາວິໄຈ ແລະລວບລວມຂໍ້ມູນກ່ຽວກັບຜົນກະທົບຈາກການສ້າງເຂື່ອນໄຟຟ້າເທິງແນວແມ່ນໍ້າຂອງ ເຊິ່ງຈະໄດ້ນໍາສະເໜີຕໍ່ຄະນະລັດຖະບານຊຸດໃໝ່ຂອງໄທໃນໄຕມາດທີ 3 ຂອງປີ 2023 ນີ້
ການເປັນຮຸ້ນສ່ວນຍຸດທະສາດ ແລະຄູ່ຮ່ວມຊະຕາກຳ ໃນການພັດທະນາຢ່າງຮອບດ້ານ ລະຫວ່າງລາວກັບຈີນ ໂດຍທີ່ລັດຖະບານຂອງທັງ 2 ປະເທດໄດ້ຈັດຕັ້ງປະຕິບັດແຜນແມ່ບົດ ການຮ່ວມມືລະຫວ່າງກັນ ນັບແຕ່ປີ 2016 ເປັນຕົ້ນມາ
ທັງນີ້ອັດຕາຄ່າຈ້າງແຮງງານລາວໃນປັດຈຸບັນຖືເປັນອັດຕາຄ່າຈ້າງທີ່ຕ່ຳທີ່ສຸດໃນອາຊຽນດ້ວຍກັນ ໂດຍສິງກະໂປເປັນປະເທດທີ່ມີອັດຕາຄ່າຈ້າງສູງສຸດ
ໂຫລດຕື່ມອີກ
No live streaming currently available