ສະຖານະການທີ່ກ່າວມານີ້ ສົ່ງຜົນກະທົບຕໍ່ປະຊາຊົນຊາວກະສິກອນຫຼາຍກວ່າໝູ່ຜູ້ທີ່ເປັນຊາວໄຮ່ຊາວນາ ຢູ່ເຂດຊົນນະບົດ ເນື່ອງຈາກວ່າ ລາຄານ້ຳມັນແພງຂຶ້ນ ພ້ອມທັງປຸຍສຳລັບສິ່ງປູກຝັງກໍແພງຂຶ້ນເຊັ່ນກັນ
ປັດຈຸບັນນີ້ເປັນທີ່ສັງເກດໄດ້ວ່າ ພວກເດັກນ້ອຍທີ່ບັນດາພໍ່ແມ່ຜູ້ປົກຄອງມີຄວາມສາມາດດ້ານການເງິນ ແມ່ນພາກັນສົ່ງພວກລູກໆໄປເຂົ້າໂຮງຮຽນເອກກະຊົນ ທີ່ມີນາຍຄູມາຈາກຕ່າງປະເທດ ສິດສອນພາສາອັງກິດ. ພວກເດັກນ້ອຍເຫລົ່ານີ້ ສາມາດປາກພາສາອັງກິດໄດ້ດີ ແລະມີສຳນຽງຕ່າງປະເທດຢ່າງບໍ່ໜ້າເຊື່ອ.
ການລະບາດໄວຮັສໂຄວິດ-19 ຍັງໄດ້ສົ່ງຜົນກະທົບເຮັດໃຫ້ການພັດທະນາຊັບພະຍາກອນມະນຸດ ແລະ ຄຸນນະພາບທາງດ້ານການສຶກສາໃນລາວ ໃຫ້ໄດ້ມາດຕະຖານຂອງອາຊຽນພາຍໃນປີ 2025 ຈະຕ້ອງຊັກຊ້າຕໍ່ໄປອີກ 3 ປີ ເປັນຢ່າງນ້ອຍ
ຄວາມມຸ້ງຫວັງອັນສູງຂອງລາວ ຢາກເປັນໝໍ້ໄຟແຫ່ງເອເຊຍນັ້ນ ໄດ້ມີສ່ວນເຮັດ ໃຫ້ລາວ ເປັນໜີ້ຕ່າງປະເທດເພີ້ມຂຶ້ນ. ໜີ້ສາທາລະນະຂອງລາວເພີ້ມຂຶ້ນຢ່າງ ໄວວາ ນັບແຕ່ປີ 2019 ເປັນຕົ້ນມາ
ສາເຫດສໍາຄັນທີ່ເຮັດໃຫ້ເກີດບັນຫາດັ່ງກ່າວກໍຄື ການອະນຸຍາດໃຫ້ສໍາປະທານທີ່ບໍ່ມີການປະສານງານກັນລະຫວ່າງພະນັກງານລັດທີ່ຮັບຜິດຊອບໃນແຕ່ລະຂັ້ນ ແລະຍັງມີການປະເມີນຄ່າສໍາປະທານທີ່ຕໍ່າກວ່າຄວາມເປັນຈິງ
ສັງຄົມລາວປະເຊີນກັບບັນຫາອາດຊະຍາກຳທີ່ຮຸນແຮງຂຶ້ນນັບມື້ ໂດຍສະເພາະແມ່ນອາດຊະຍາກຳທີ່ມີສ່ວນກ່ຽວຂ້ອງກັບແກ້ງຄ້າຢາເສບຕິດນັ້ນ ກໍຄືບັນຫາ ອາດຊະຍາກຳທີ່ເກີດຂຶ້ນ່ຢາງກວ້າງຂວາງທີ່ສຸດ
ສະຫະລັດອາເມຣິກາ ໂດຍຜ່ານອົງການ USAID ໄດ້ມອບອຸປະກອນລະບົບຄວາມເຢັນເພື່ອເກັບຮັກສາວັກຊີນ (cold chain) ແລະອຸປະກອນໄອທີໃຫ້ແກ່ກະຊວງສາທາລະນະສຸກ ສປປ ລາວ ຊື່ງເປັນຂີດໝາຍອັນສຳຄັນໃນການຮ່ວມມືລະຫວ່າງທັງສອງປະເທດ ໃນວຽກງານສັກວັກຊີນ ກັນພະຍາດ ໂຄວິດ-19 ແລະດ້ານສາທາລະນະສຸກ
ສະມັດຕະພາບປີນີ້ຖືວ່າຫຼຸດບໍ່ໄດ້ຕາມແຜນ ກະຖືວ່າເນື່ອທີ່ລະແມ່ນລື່ນແຜນ.
ທາງດ້ານສະຫະພັນກຳມະບານລາວ ລາຍງານວ່າ ໃນປັດຈຸບັນແຮງການລາວ ທີ່ວ່າງງານມີຈຳນວນ 64,000 ກວ່າຄົນ ຈາກກຳລັງແຮງງານທີ່ຢູ່ໃນພາກການຜະລິດຕ່າງໆ ຈຳນວນທັງໝົດ 2.4 ລ້ານກວ່າຄົນ ໃນທົ່ວປະເທດ
ການຜະລິດກະສິກຳຂອງລາວ ຍັງບໍ່ສາມາດທີ່ຈະແຂ່ງຂັ້ນດ້ານປະລິມານໃນຕະຫຼາດສາກົນໄດ້ຢູ່ແລ້ວ ແຕ່ວ່າກໍ່ມີພຽງການພັດທະນາ ເພື່ອຍົກລະດັບການຜະລິດສິນຄ້າ ໃຫ້ມີຄຸນນະພາບສູງເທົ່ານັ້ນ ຈຶ່ງຈະເຮັດໃຫ້ສິນຄ້າກະສິກຳລາວ ສາມາດຈະແຂ່ງຂັນໃນຕະຫຼາດສາກົນໄດ້ຢ່າງແທ້ຈິງ
ແຕ່ຢ່າງໃດກໍຕາມ ຍັງມີແມ່ຄ້າຂະໜາດນ້ອຍບາງຄົນຄິດວ່າ ການທີ່ມີຮ້ານຄ້າ ທີ່ເປັນຂອງສາຂາຕ່າງປະເທດມາຕັ້ງຢູ່ລາວ ບໍ່ໜ້າຈະເຮັດໃຫ້ມີຄວາມເປັນຫ່ວງ ອັນໃດຫລາຍດັ່ງທີ່ແມ່ຄ້າຮ້ານຂາຍເຄື່ອງຍ່ອຍຢູ່ຕາມບ້ານຫົວຂົວ, ເມືອງໄຊເສດຖາ
ໂຫລດຕື່ມອີກ
No live streaming currently available