ເພາະສິນຄ້າສ່ວນໃຫຍ່ນໍາເຂົ້າຈາກຕ່າງປະເທດ ໃນຂະນະທີ່ອັດຕາເງິນເຟີ້ເພີ້ມສູງຂຶ້ນເກືອບເຖິງ 10 ເປີເຊັນ.
ເຂດທີ່ມີການລັກລອບຂຸດຄົ້ນວັດຖຸບູຮານຫຼາຍທີ່ສຸດໃນລາວ ຄືແຂວງຫຼວງພະບາງ ບໍ່ແກ້ວ ຊຽງຂວາງ ວຽງຈັນ ຄຳມ່ວນ ສະຫວັນນະເຂດ ແລະຈຳປາສັກ ໂດຍສະເພາະແມ່ນທີ່ແຂວງຫຼວງພະບາງນັ້ນ ຖືເປັນເຂດທີ່ມີການລັກເອົາພະພຸດທະຮູບເກົ່າແກ່ສົ່ງອອກໄປຕ່າງປະເທດຫຼາຍທີ່ສຸດ.
ການຊ່ວຍເຫລືອຂອງສະຫະລັດໃນການຂຸດຄົ້ນລະເບີດບໍ່ທັນແຕກ ຫລື UXO ແກ່ລາວທີ່ເລີ້ມຕົ້ນຂຶ້ນ ແຕ່ປີ 1976 ເປັນຕົ້ນມານັ້ນນັບມື້ນັບເພີ້ມຂຶ້ນ, ໂດຍສະເພາະແມ່ນໃນ 3 ປີຜ່ານມານີ້ ອີງຕາມທ່ານຄຳພັນ ອັ່ນລາວັນ, ອະດີດເອກອັກຄະລັດຖະທູດ ສປປ ລາວ ປະຈຳສະຫະລັດ
ການຊ່ວຍເຫຼືອໃນຄັ້ງນີ້ແມ່ນເກີດຂຶ້ນ ໂດຍການສະໜັບສະໜູນຂອງລັດ ຖະບານແຫ່ງສະຫະລັດອາເມຣິກາ ໂດຍຜ່ານອົງການ USAID ພາຍໃຕ້ໂຄງ ການຄໍ້າປະກັນສຸຂະພາບທົ່ວໂລກ
ເພື່ອຮອງຮັບເປົ້າໝາຍການພັດທະນາເສດຖະກິດລາວໄປສູ່ລະບົບດິຈິຕອລ ໃຫ້ໄດ້ໂດຍພື້ນຖານໃນປີ 2025.
ການສົ່ງອອກຜະລິດຕະພັນຕັດຫຍິບຂອງລາວຍັງຫຼຸດລົງຢ່າງຕໍ່ເນື່ອງນັບຕັ້ງແຕ່ປີ 2020 ເປັນຕົ້ນມາ ແລະ ການເປີດໂຮງງານເພື່ອເລີ້ມການຜະລິດຄືນໃໝ່ ກໍ່ຍັງປະສົບກັບບັນຫາຂາດແຄນແຮງງານຫຼາຍກວ່າ 5,000 ຄົນ.
ບັນຫາອາຊະຍາກຳທີ່ເກີດຂຶ້ນທີ່ເຂດຊາຍແດນລາວກັບປະເທດເພື່ອນບ້ານມີທ່າອຽງເພີ່ມຂຶ້ນຢ່າງຕໍ່ເນື່ອງໃນ 5 ປີຜ່ານມາ.
ສ່ວນສາເຫດເຮັດໃຫ້ມີຄົນລາວຕິດພະຍາດ ແລະເສຍຊີວິດຍ້ອນໂຄວິດ-19 ຫຼາຍຂຶ້ນນັ້ນ ນອກຈາກການລະເລີຍ ຕໍ່ມາດຕະການຢູ່ຫ່າງກັນແລ້ວ ການສັກຢາວັກຊີນໃຫ້ປະຊາຊົນໃນກຸ່ມສ່ຽງສູງນັ້ນ ຍັງບໍ່ປະຕິບັດໄດ້ ຕາມເປົ້າໝາຍເທື່ອ.
ຈາກບັນດາຜູ້ສົ່ງສິນຄ້າອອກ ເພາະວ່າຂາດແຄນເງິນຕາຢ່າງໜັກໜ່ວງ.
ເຈົ້າໜ້າທີ່ຂັ້ນສູງໃນກົມການຄ້າ ກະຊວງອຸດສາຫະກຳແລະການຄ້າ ເປີດເຜີຍວ່າ ນາຍົກລັດຖະມົນຕີ ໄດ້ແຕ່ງຕັ້ງຄະນະສະເພາະກິດເພື່ອຮັບຜິດຊອບການກວດກາແລະຄວບຄຸມບໍ່ໃຫ້ເກີດມີການສວຍໂອກາດ ປັບຂຶ້ນລາຄາສິນຄ້າ ຕາມລຳພັງໃຈ ໂດຍບັນດານັກທຸລະກິດ ຫຼືບໍລິສັດການຄ້າໃນທົ່ວປະເທດ.
ທ່ານ ປ.ອ ປີເຕີ ເຮມ໋ອນ ກ່າວວ່າ “ການຊ່ວຍເຫຼືອດ້ານສຸຂະພາບແລະດ້ານຄວາມພິການ ແມ່ນພາກສ່ວນສຳຄັນໃນການຮ່ວມມືແບບກວມລວມ ລະຫວ່າງ ສະຫະລັດອາເມຣິກາ ແລະ ສປປ ລາວ.
ນັກລົງທຶນເຊື້ອສາຍລາວຈາກສະຫະລັດ ເຊັນ MOU ກັບລັດຖະບານລາວ ໃນວັນທີ 18 ເມສາຜ່ານມາ ຊຶ່ງໃນນັ້ນມີ 6 ໂຄງການຄື ໂຮງງານຫລອມຄຳ, ທະນາຄານຄຳ, ໂຮງງານແຜງຜະລິດພະລັງງານແສງຕາເວັນ, ໂຮງງານຜະລິດນ້ຳມັນຖົ່ວເຫລືອງ, ການສຳຫລວດແຮ່ຄຳ, ແລະໂຮງງານຜະລິດເຈ້ຍ.
ໂຫລດຕື່ມອີກ
No live streaming currently available