ອັດຕາສ່ວນຂອງຈໍານວນພະນັກງານລັດ ຕໍ່ຈໍານວນປະຊາກອນລາວໃນປັດຈຸບັນນີ້ ຢູ່ທີ່ລະ ດັບເກີນກວ່າ 2 ເປີເຊັນ ຊຶ່ງເປັນອັດຕາສ່ວນ ທີ່ສູງທີ່ສຸດ ໃນກຸ່ມອາຊ່ຽນ
ທ່ານເຈີເຣີມີ ດັກກລາສ ຜູ້ຕາງໜ້າອົງການ UNODC ໃຫ້ການຢືນຢັນວ່າ ການດຳເນີນມາດຕະຕະການປາບປາບການຄ້າຢາເສບຕິດຢ່າງເຂັ້ມງວດຂອງທາງການໄທ ໄດ້ສົ່ງຜົນເຮັດໃຫ້ນັກຄ້າຢາເສບຕິດຂ້າມຊາດໄດ້ເຂົ້າໄປນຳໃຊ້ປະເທດລາວ ເປັນເສັ້ນທາງຜ່ານຂອງການຂົນສົ່ງຢາເສບຕິດຈາກເຂດສາມຫຼ່ຽມຄຳ ໄປປະເທດໃນເຂດລຸ່ມນ້ຳຂອງດ້ວຍກັນ
ການສວຍໂອກາດ ແລະເອົາລັດ ເອົາປຽບຕໍ່ນັກທ່ອງທ່ຽວໃນລາວ ເປັນບັນຫາທີ່ຍັງບໍ່ໄດ້ຮັບການແກ້ໄຂຢ່າງຈິງຈັງ ໂດຍມາດຕະການຕໍ່ຜູ້ກະທຳຜິດຍັງເປັນພຽງການຕັກເຕືອນກັບປັບໄໝເທົ່ານັ້ນ
ຝ່າຍ ຫວຽດນາມ ໄດ້ຕົກລົງໃຫ້ທຶນຊ່ວຍເຫຼືອລ້າ 450 ຕື້ດົ່ງສຳລັບການສ້າງຕັ້ງ ແລະ ກໍ່ສ້າງວິທະຍາຄານປ້ອງກັນຄວາມສະຫງົບແຫ່ງຊາດລາວ ໃຫ້ສຳເລັດໃນທ້າຍປີ 2023.
ການທີ່ສິງກະໂປ ຕ້ອງການນໍາເຂົ້າໄຟຟ້ານໍ້າຕົກຈາກລາວ ນັ້ນ ກໍຈະເປັນປັດໄຈກະຕຸ້ນໃຫ້ລາວຫາທາງສ້າງເຂື່ອນຫລາຍຂຶ້ນ ລວມທັງຢູ່ໃນແລວແມ່ນໍ້າຂອງອີກດ້ວຍ ເຖິງແມ່ນໄຟຟ້າ ທີ່ຜະລິດຈາກເຂື່ອນໄຟຟ້ານໍ້າຕົກ ຈະບໍ່ມີການປ່ອຍອາຍຄາບອນອອກມາກໍຕາມ ແຕ່ການສ້າງເຂື່ອນກໍມີຜົນກະ ທົບຕໍ່ສິ່ງແວດລ້ອມ ແລະຊຸມຊົນໃນທ້ອງຖິ່ນ
ງົບປະມານຊ່ວຍເຫລືອດັ່ງກ່າວຈະໄດ້ຖືກນຳໃຊ້ໂດຍຜ່ານອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ປະຈຳ ສປປ ລາວ
ລາວສົ່ງສິນຄ້າໄປຈີນໂດຍທາງລົດໄຟ ຄິດເປັນປະລິມານລວມເຖິງ 773,400 ໂຕນ ໃນ 8 ເດືອນທຳອິດ ທີ່ເປີດການເດີນລົດໄຟລາວ-ຈີນ ໂດຍລາວເປັນຝ່າຍໄດ້ປຽບດຸນການຄ້າຕໍ່ຈີນໃນມຸນຄ່າ 474 ລ້ານໂດລາ
ເພື່ອເຮັດໃຫ້ສະຖານະຂອງປະເທດໄທເລື່ອນລະດັບຈາກ Tier 2 ຂຶ້ນມາຢູ່ໃນລະດັບ Tier 1 ຂອງບັນຊີລາຍຊື່ປະເທດທີ່ດໍາເນີນມາດຕະການປາບປາມປການຄ້າມະນຸດຢ່າງຈິງຈັງ
ເຈົ້າໜ້າທີ່ຂັ້ນສູງໃນກະຊວງການເງິນ ເປີດເຜີຍວ່າ ໜີ້ສາທາລະນະຂອງລັດຖະ ບານລາວ ຍັງມີທ່າອຽງເພີ້ມຂຶ້ນຢ່າງຕໍ່ເນື່ອງ ເພາະວ່າ ຈັດເກັບລາຍຮັບໄດ້ຕ່ຳກວ່າແຜນການທີ່ວາງໄວ້ ໃນຂະນະທີ່ການທຸດຈະລິດ ໃນວົງການພະນັກງານພັກ-ລັດ ຍັງເກີດຂຶ້ນຢ່າງກວ້າງຂວາງ ແລະການປາບປາມມີປະສິດທິພາບຕ່ຳ
ໂຄງການສ້າງຂີດຄວາມສາມາດ ແລະປະສິດທິພາບຂອງສະພາປະຊາຊົນ ໃນ ສປປ ລາວ ຫຼື STEPS ເປັນໂຄງການ 5 ປີ ເລີ້ມແຕ່ ປີ 2022 ຫາ 2026 ໃນທຶນຈໍານວນ 15 ລ້ານໂດລາ ຊຶ່ງຈະຈັດຕັ້ງປະຕິບັດໂດຍອົງການ ສປຊ ເພື່ອການພັດທະນາ ຮ່ວມກັບສະພາແຫ່ງຊາດ ແລະໄດ້ຮັບການສະໜັບສະໜຸນຈາກອົງການພັດທະນາສາກົນອາເມຣິກາ
ລັດຖະບານລາວປະກາດຈຳໜ່າຍພັນທະບັດຄັ້ງທີ 2 ໃນມູນຄ່າຫຼາຍກວ່າ 1,900 ຕື້ກີບ ແລະ 50 ລ້ານໂດລາ ສຳລັບ ນໍາໃຊ້ເພື່ອຊໍາລະໜີ້ໃນປີ 2022 ນີ້, ທັງຈະຕ້ອງອະນຸມັດສຳປະທານທີ່ດິນ ແລະຂຸດຄົ້ນແຮ່ທາດ ເພີ້ມຂຶ້ນອີກດ້ວຍ.
ຂະນະດຽວກັນທາງບໍລິສັດຈັດຫາງານຢູ່ລາວ ກັບບໍ່ໄດ້ໃຫ້ຂໍ້ມູນລະອຽດແກ່ຜູ້ທີ່ມາລົງທະບຽນສະໝັກໃໝ່ ແລະຍັງສືບຕໍ່ ຮັບສະໝັກງານຢູ່ ຈຶ່ງເຮັດໃຫ້ເກີດຄວາມເດືອດຮ້ອນ ແກ່ຜູ້ທີ່ໄດ້ເສຍເງິນສໍາລັບຄ່າໃຊ້ຈ່າຍຕ່າງໆໄປແລ້ວ ແຕ່ບໍ່ຮູ້ກໍານົດ ອັນແນ່ນອນວ່າ ມື້ໃດຈະໄດ້ເດີນທາງໄປ
ໂຫລດຕື່ມອີກ
No live streaming currently available