ນັກທຸລະກິດໄທໃນລາວເປີດເຜີຍວ່າ ບັນຫາວິກິດຖະການທາງເສດຖະກິດແລະ ການເງິນໃນລາວ ທີ່ຍັງບໍ່ມີທີ່ທ່າທາງວ່າຈະບໍ່ສິ້ນສຸດລົງ ກໍຄືສາເຫດສຳຄັນທີ່ເຮັດໃຫ້ທະນາຄານທຸລະກິດຂອງໄທ 4 ລາຍໄດ້ຕັດສິນໃຈປິດສາ ຂາ ຂອງທະນາຄານພວກຕົນຢູ່ໃນລາວ
ລັດຖະບານຈີນຈັດ ແບ່ງບັນດາວິສາຫະກິດຈີນອອກເປັນ 2 ປະເພດ ເພື່ອແບ່ງຄວາມຮັບຜິດຊອບລະຫວ່າງກັນຢ່າງຈະແຈ້ງ ແນໃສ່ການຂະຫຍາຍການລົງທຶນໃນປະເທດສະມາຊິກອາຊຽນ ໃຫ້ເພີ່ມຂຶ້ນຢ່າງບໍ່ຢຸດຍັ້ງ
ນາຍົກລັດຖະມົນຕີລາວ ທ່ານສອນໄຊ ສີພັນດອນ ໃຫ້ຄຳໝັ້ນສັນຍາວ່າ ທ່ານຈະສືບຕໍ່ ຊຸກຍູ້ຜົນສຳເລັດ ທີ່ອິນໂດເນເຊຍໄດ້ຮັບມາ ໃນລະຫວ່າງການເປັນປະທານ ຂອງປະເທດດັ່ງກ່າວ
ທັງນີ້ກໍເພາະວ່າການຄ້າຢາທີ່ຜິດກົດໝາຍທີ່ວ່ານີ້ມີເຄືອຂ່າຍອັນກວ້າງ ຂວາງ ແລະເປັນລະບົບທີ່ຝັງເລິກຢູ່ໃນລາວ
ບັນຫາຫຍຸ້ງຍາກທີ່ເກີດຂຶ້ນຢ່າງກວ້າງຂວາງ ແລະຍັງມີທ່າອ່ຽງເພີ້ມຂຶ້ນໃນລາວໃນປັດຈຸບັນນີ້ກໍຄື ການຂັດແຍ້ງລະຫວ່າງປະຊາຊົນກັບພາກລັດ ແລະນັກລົງທຶນທີ່ໄດ້ຮັບອະນຸຍາດສໍາປະທານທີ່ດິນ
ກໍເຊັ່ນດຽວກັນກັບໂຄງການທາງລົດໄຟ ລາວ-ຈີນ ໃນລາວ ທີ່ໄດ້ເວນຄືນທີ່ດິນກັບສິ່ງປູກສ້າງຕ່າງໆຂອງປະຊາຊົນ 8,139 ຄອບຄົວ.
ທັງນີ້ນັບແຕ່ເດືອນທັນວາ 2011 ເຖິງເດືອນກໍລະກົດ 2023 ທາງການຕຳຫຼວດຈີນ, ມຽນມາ, ລາວ, ໄທ ໄດ້ຮ່ວມ ກັນປະຕິບັດການລາດຕະເວນທາງເຮືອໃນແລວແມ່ນໍ້າຂອງລະຫວ່າງ 4 ປະເທດມາແລ້ວ.
ໂດຍຈາກການກວດກາເບື້ອງຕົ້ນພົບວ່າ ການບັນທຸກເກີນອັດຕາຂອງບັນດາລົດຂົນສົ່ງແຮ່ທາດຈາກລາວໄປຈີນ ໄດ້ເຮັດໃຫ້ຖະໜົນໃນແຂວງພາກເໜືອຂອງລາວເກີດການເປ່ເພຢ່າງໜັກຄິດເປັນໄລຍະທາງຍາວຫຼາຍພັນກິໂລແມັດ ທັງຍັງເຮັດໃຫ້ຂົວຫັກຫຼາຍກວ່າ 80 ແຫ່ງອີກດ້ວຍ
ເຈົ້າໜ້າທີກະຊວງແຜນການ ແລະ ການລົງທຶນ ເປີດເຜີຍວ່າປະຊາຊົນລາວຖືກ ກະທົບໜັກທີ່ສຸດຈາກບັນຫາເງິນເຟີ້ ແລະ ຄ່າເງິນກີບຕົກຕໍ່າລົງຢ່າງຮຸນແຮງນັບ ແຕ່ໄຕມາດທີ 2 ຂອງປີ 2022 ເປັນຕົ້ນມາຈົນເຖິງປັດຈະບັນນີ້ ເນື່ອງຈາກວ່າ ດັດຊະນີລາຄາການຊົມໃຊ້ໄດ້ປັບຕົວສູງເກີນກວ່າ 190 ເປີເຊັນ ແລ້ວນັບຕັ້ງແຕ່ ເດືອນກໍລະກົດ 2023 ເປັນຕົ້ນມາ
ນັກທຸລະກິດໃນລາວໃຫ້ທັດສະນະວ່າ ສະພາບການທີ່ໜ້າເປັນຫ່ວງຢ່າງຍິ່ງສໍາລັບ ສປປ ລາວ ໃນປັດຈຸບັນ ກໍຄືການຢຸດເຊົາການຮຽນໜັງສືຂອງບັນດາເຍົາວະຊົນລາວທີ່ມີທ່າອ່ຽງເພີ້ມຂຶ້ນນັບມື້
ຕົວເລກຂອງຊາວໜຸ່ມລາວ ທີ່ລົງທະບຽນຂໍໄປເຮັດວຽກໃນຕ່າງປະເທດເຊັ່ນເກົາຫລີໃຕ້ ແລະຍີ່ປຸ່ນຜັດມີຫລາຍສິບພັນຄົນ ໃນເດືອນຜ່ານມາ ເຖິງແມ່ນວ່າ ການຮັບເອົາກໍາມະກອນໄປເຮັດວຽກໃນປະເທດເຫລົ່ານີ້ ແມ່ນມີພຽງແຕ່ 2,000 ຫາ 3,000 ຄົນຕໍ່ປີກໍຕາມ, ອີງຕາມແຫລ່ງຂ່າວທ້ອງຖິ່ນ
ເຈົ້າໜ້າທີ່ໃນຄະນະກວດກາພັກ-ລັດຖະບານລາວເປີດເຜີຍວ່າການອະນຸຍາດໃຫ້ສຳປະທານຂຸດຄົ້ນແຮ່ທາດແບບເລັ່ງດ່ວນໃຫ້ແກ່ 98 ບໍລິສັດຈາກຈີນນັບຈາກປີ 2022 ເປັນຕົ້ນມາ ໄດ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ແລະສະພາບຊີວິດຄວາມເປັນຢູ່ ຂອງປະຊາຊົນລາວ
ໂຫລດຕື່ມອີກ
No live streaming currently available