ຍິ່ງໄປກວ່ານັ້ນ ເມື່ອສົມທົບດ້ວຍບັນຫາຄ່າຄອງຊີບທີ່ປັບຕົວສູງຂຶ້ນນັບມື້ ແຕ່ປະຊາຊົນລາວ ບັນດາເຜົ່າກັບຍັງມີລາຍໄດ້ເທົ່າເດີມ ໂດຍສະເພາະກໍແມ່ນອັດຕາຄ່າຈ້າງຂັ້ນຕ່ຳຂອງຜູ້ອອກແຮງງານໃນລາວ ທີ່ບໍ່ໄດ້ມີການປັບຂຶ້ນໃຫ້ສອດຄ່ອງກັບສະພາບການຕົວຈິງ
'ມາທຽບໃສ່ໄລຍະນຶ່ງເດືອນທີ່ເພິ່ນໄປປົວ ຄືວ່າອາການຂອງເພິ່ນໄຄຂຶ້ນ ເລີ້ມດີຂຶ້ນເປັນລໍາດັບ ແລ້ວເຮັດໃຫ້ເຮົາກັບຄືນມາເບິ່ງ ຖືວ່າຢາກໃຫ້ເພິ່ນຫັ້ນຍົກລະດັບຂຶ້ນຕື່ມອີກ ໃຫ້ມັນທຽບເທົ່າລະດັບຂອງສາກົນ'
ທ່ານບຸນທາ ອຸດາວັນ ເຈົ້າຂອງບໍລິສັດ “ຈະເລີນຊັບເຟີນີເຈີສ່ວນບຸກຄົນ” ຢູ່ນະຄອນຫລວງວຽງຈັນ ເປັນພໍ່ຄ້າສົ່ງໄມ້ທ່ອນ ທີ່ບໍ່ຫວງຫ້າມ ອອກຈາກປະເທດລາວ ເຂົ້າມາຂາຍຢູ່ໃນສະຫະລັດຢ່າງຖືກຕ້ອງຕາມກົດໝາຍ
ຖ້າຈະເວົ້າແລ້ວ “ບໍ່ມີປະເທດໃດ ໃນໂລກທີ່ເປັນໜີ້ສູງກວ່າລາວເມື່ອທຽບໃສ່ອັດຕາສ່ວນຂອງ GDP”, ນັ້ນຄືຄໍາເຫັນຂອງທ່ານແບຣດລີ ພາກສ໌ (Bradley Parks), ຫົວໜ້າບໍລິຫານຂອງ AidData ທີ່ມະຫາວິທະຍາໄລ William & Mary ຂອງສະຫະລັດ ທີ່ກ່າວໃນໜັງສືພິມ Nikkei Asian Review
ຜູ້ຊ່ຽວຊານດ້ານສິ່ງແວດລ້ອມໃຫ້ທັດສະນະວ່າ ການພັດທະນາ ລາວ ໃຫ້ເປັນຜູ້ສົ່ງອອກພະລັງງານໄຟຟ້າແຫຼ່ງໃຫຍ່ຂອງອາຊຽນ ໄດ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມທໍາມະຊາດ ແລະສັງຄົມລາວຢ່າງກວ້າງຂວາງໃນໄລຍະ 10 ກວ່າປີທີ່ຜ່ານມາ
ໃນປີ 2022 ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມສາມາດອອກໃບຕາດິນໃຫ້ກັບປະຊາຊົນລາວໄດ້ 72,330 ຕອນ
ແຕ່ຢ່າງໃດກໍຕາມ ເຄືອຂ່າຍປະຊາຊົນໄທ 8 ຈັງຫວັດ ໃນລຸ່ມນ້ຳຂອງ ກໍໄດ້ເຄື່ອນໄຫວຄັດຄ້ານການຮັບຊື້ກະແສໄຟຟ້າຈາກໂຄງການເຂື່ອນຫຼວງພະບາງ ມາຢ່າງຕໍ່ເນື່ອງ
ແຮງງານຕ່າງຊາດຕົກເປັນເຫຍື່ອຂອງການຄ້າມະນຸດໃນປະເທດໄທ ແມ່ນຢູ່ໃນ 3 ຮູບແບບ ຄື: ການຖືກ ບັງຄັບໃຫ້ຂາຍບໍລິການທາງເພດ, ການເປັນແຮງງານໃນເຮືອປະມົງ ແລະ ການບັງຄັບເປັນເດັກຂໍທານ
ແຕ່ຢ່າງໃດກໍຕາມ ເມື່ອເວົ້າເຖິງຄວາມພ້ອມໃນການບໍລິການຂົນສົ່ງທາງລົດໄຟ ຄວາມໄວສູງນັ້ນ ກໍຍັງບໍ່ທັນໄດ້ມີການປັບປຸງໃຫ້ດີເທື່ອ ໂດຍສະເພາະແມ່ນການ ຊື້ປີ້ລົດໄຟ ທີ່ຈໍາກັດໃຫ້ຜູ້ນຶ່ງຊື້ໄດ້ພຽງແຕ່ 3 ປີ້ ແລະກໍຕ້ອງມີການລຽນແຖວກັນລໍຖ້າເປັນຊົ່ວໂມງ
ນັກທຸລະກິດລາວໃຫ້ທັດສະນະວ່າ ການຂາດດຸນການຄ້າຕ່າງປະເທດຂອງລາ ວບໍ່ແມ່ນສາເຫດດຽວທີ່ເຮັດໃຫ້ຄ່າເງິນກີບຕົກຕໍ່າລົງ ຫາກແຕ່ຍັງລວມເຖິງຄວາມເຊື່ອໝັ້ນຂອງປະຊາຊົນລາວ ແລະຊາວຕ່າງຊາດທີ່ມີຕໍ່ສະຖຽນລະພາບຂອງເງິນກີບດ້ວຍ
ແມ່ຍິງມັກປະເຊີນກັບສິ່ງທ້າທາຍຫລາຍກວ່າຜູ້ຊາຍ ເພາະແມ່ຍິງສ່ວນໃຫຍ່ຈະມີຄວາມຮັບຜິດຊອບກວ້າງກວ່າ
ທ່ານຣັງສີມັນ ໂຣມ ສະມາຊິກລັດຖະສະພາໄທ ຖະແຫລງວ່າການທີ່ກຸ່ມແກັ່ງອາດຊະຍາກອນຈີນ ສາມາດສ້າງເຄື່ອຂ່າຍດຳເນີນທຸລະກິດຜິດກົດໝາຍໄດ້ຢ່າງກວ້າງຂວາງຢູ່ໃນເຂດລຸ່ມແມ່ນ້ຳຂອງໃນປັດຈຸບັນນີ້ກໍຍ້ອນວ່າໄດ້ຮັບການສະໜັບສະໜູນ ຢູ່ເບື້ອງຫລັງ
ໂຫລດຕື່ມອີກ
No live streaming currently available