ໃນປັດຈຸບັນນີ້ມີແຮງງານລາວທີ່ເຮັດວຽກຢ່າງຖືກຕ້ອງໃນໄທ 213,203 ຄົນ
ຈົນເຖິງປັດຈຸບັນນີ້ ປາກົດວ່າ ບໍລິສັດຜູ້ລົງທຶນ ໄດ້ຈ່າຍເງິນຊົດເຊີຍຄ່າທີ່ດິນແລະສິ່ງປູກສ້າງ ໃຫ້ກັບປະຊາຊົນທີ່ຖືກກະທົບໄດ້ພຽງແຕ່ 19 ລາຍ ຫຼື 12 ເປີເຊັນເທົ່ານັ້ນ ຈາກຜູ້ຖືກກະທົບທັງໝົດ 89 ລາຍ ທັງຍັງປາກົດດ້ວຍວ່າ ໄດ້ມີການປັບຫລຸດຄ່າເວນຄືນລົງອີກ
ການຄ້າ ແລະ ການລົງທຶນລະຫວ່າງກຸ່ມອາຊຽນ ກັບຈີນທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ດ້ວຍການນຳໃຊ້ເງິນຢວນຂອງຈີນກັບເງິນສະກຸນທ້ອງຖິ່ນຂອງປະເທດສະມາຊິກອາຊຽນ ເປັນຫຼັກ ໃນການຊໍາລະສະສາງລາຄາສິນຄ້າ ແລະ ການບໍລິການຕ່າງໆ ລະຫວ່າງກັນນັ້ນ ຈະເຮັດໃຫ້ເງິນຢວນຂອງຈິີນມີອິດທິພົນຕໍ່ປະເທດສະມາຊິກໃນອາຊຽນເພີ່ມຂຶ້ນນັບມື້
ໃນຖານະເປັນທະນາຍຄວາມ ທ່ານຫລູ ໄດ້ຮັບເອົາຄະດີຄວາມທັງຫຼາຍທີ່ລະອຽດອ່ອນ ໂດຍສ່ວນໃຫຍ່ຈະວ່າຄວາມໃຫ້ແກ່ພວກລູກຄວາມທີ່ເຫັນວ່າ ຕົກເປັນເປົ້າໝາຍທາງດ້ານການເມືອງ ໂດຍທາງການຈີນ
ເຈົ້າໜ້າທີ່ປະສານງານຕ່າງປະເທດດ້ານການປາບປາມການຄ້າຢາເສບຕິດຂອງລາວເປີດເຜີຍວ່າ ການດໍາເນີນມາດຕະການປາບປາມການຄ້າຢາເສບຕິດໃນລາວຈະມີປະສິດທິພາບສູງຂຶ້ນ ຖ້າຫາກວ່າໄດ້ຮັບການສະໜັບສະໜຸນທາງດ້ານງົບປະມານຢ່າງພຽງພໍ
ສ່ວນເວັບໄຊການທ່ອງທ່ຽວຂອງອອສເຕຣເລຍນັ້ນ ຈັດອັນດັບໃຫ້ລາວ ເປັນ 1 ໃນຈໍານວນ 25 ປະເທດ ໃນໂລກທີ່ເປັນຈຸດໝາຍປາຍທາງ ຂອງການທ່ອງທ່ຽວ ທີ່ໄດ້ຮັບຄວາມນິຍົມຫລາຍທີ່ສຸດໃນໂລກ
ແຕ່ຢ່າງໃດກໍຕາມ ກະຊວງກະສິກຳ ແລະປ່າໄມ້ກໍໄດ້ຈັດສັນທີ່ດິນເຖິງ 4.5 ລ້ານເຮັກຕາ ເພື່ອນຳໃຊ້ໃນການຜະລິດສິນຄ້າກະສິກຳສົ່ງອອກໄປຕ່າງປະເທດໃຫ້ຫລາຍຂຶ້ນ.
ພາຍໃຕ້ສະພາບການດັ່ງກ່າວນີ້ ນອກຈາກຈະເຮັດໃຫ້ລັດຖະບານລາວໄດ້ຮັບຜົນປະໂຫຍດໃນລະດັບທີ່ຕໍ່າກວ່າຄວາມເປັນຈິງແລ້ວ ຍັງໄດ້ສົ່ງຜົນກະທົບຕໍ່ສະພາບຊີວິດການເປັນຢູ່ຂອງປະຊາຊົນລາວຢ່າງກວ້າງຂວາງອີກດ້ວຍ.
ທັງນີ້ ໂດຍ EDL ກໍຍັງຕ້ອງປະເຊີນກັບບັນຫາຂາດສະພາບຄ່ອງ ທາງການເງິນຢ່າງຮຸນແຮງໃນປັດຈຸບັນ ຊຶ່ງມີສາເຫດສຳຄັນ ມາຈາກການມີໜີ້ສິນຫຼາຍ ທີ່ສົມທົບດ້ວຍການຂາດທຶນຈາກການດຳເນີນທຸລະກິດຢ່າງຕໍ່ເນື່ອງ
ເຈົ້າໜ້າທີ່ປະສານງານຕ່າງປະເທດ ດ້ານການປາບປາມການຄ້າຢາເສບຕິດຂອງລາວ ເປີດເຜີຍວ່າ ການແລກປ່ຽນຂໍ້ມູນ-ຂ່າວສານ ດ້ານຢາເສບຕິດຢ່າງໃກ້ຊິດລະຫວ່າງລາວກັບໄທ ໃນລະຍະ 2 ປີທີ່ຜ່ານມານີ້ ໄດ້ເປັນຜົນເຮັດໃຫ້ທາງການຕຳຫຼວດລາວສາມາດຈັບນັກຄ້າຢາເສບຕິດໄດ້ເຖິງ 13,935 ຄົນ ໃນນີ້ລວມຜູ້ຕ້ອງຫາສັນຊາດຈີນ, ມຽນມາ, ຫວຽດນາມ ແລະ ໄທ ຈຳນວນ 2,083 ຄົນ
ແຕ່ຢ່າງໃດກໍຕາມ ເງິນກີບລາວກໍຍັງສືບຕໍ່ອ່ອນຄ່າລົງ ຊຶ່ງພາໃຫ້ອັດຕາເງິນເຟີ້ສູງຂຶ້ນ ແລະໜີ້ສາທາລະນະກໍສູງຂຶ້ນໄປຕາມໆກັນ. ທັງນີ້ ກໍແມ່ນເປັນຍ້ອນການປ່ອຍໃຫ້ໃຊ້ສະກຸນເງິນຕາຕ່າງປະເທດຢ່າງເສລີ ໂດຍບໍ່ຜ່ານທະນາຄານມາແຕ່ດົນນານແລ້ວ
ສາເຫດທີ່ສໍາຄັນທີ່ເຮັດໃຫ້ບັນດາບໍລິສັດຈາກຈີນຕ້ອງນໍາເຂົ້າແຮງງານຈາກປະເທດຈີນເປັນດ້ານຫຼັກກໍເພາະວ່າ ແຮງງານລາວບໍ່ສາມາດຈະຕອບສະໜອງຄວາທຕ້ອງການຂອງບໍລິສັດຈາກຈີນໄດ້ຢ່າງພຽງພໍ
ໂຫລດຕື່ມອີກ
No live streaming currently available