ແຕ່ຢ່າງໃດກໍຕາມ ເມື່ອເວົ້າເຖິງຄວາມພ້ອມໃນການບໍລິການຂົນສົ່ງທາງລົດໄຟ ຄວາມໄວສູງນັ້ນ ກໍຍັງບໍ່ທັນໄດ້ມີການປັບປຸງໃຫ້ດີເທື່ອ ໂດຍສະເພາະແມ່ນການ ຊື້ປີ້ລົດໄຟ ທີ່ຈໍາກັດໃຫ້ຜູ້ນຶ່ງຊື້ໄດ້ພຽງແຕ່ 3 ປີ້ ແລະກໍຕ້ອງມີການລຽນແຖວກັນລໍຖ້າເປັນຊົ່ວໂມງ
ນັກທຸລະກິດລາວໃຫ້ທັດສະນະວ່າ ການຂາດດຸນການຄ້າຕ່າງປະເທດຂອງລາ ວບໍ່ແມ່ນສາເຫດດຽວທີ່ເຮັດໃຫ້ຄ່າເງິນກີບຕົກຕໍ່າລົງ ຫາກແຕ່ຍັງລວມເຖິງຄວາມເຊື່ອໝັ້ນຂອງປະຊາຊົນລາວ ແລະຊາວຕ່າງຊາດທີ່ມີຕໍ່ສະຖຽນລະພາບຂອງເງິນກີບດ້ວຍ
ແມ່ຍິງມັກປະເຊີນກັບສິ່ງທ້າທາຍຫລາຍກວ່າຜູ້ຊາຍ ເພາະແມ່ຍິງສ່ວນໃຫຍ່ຈະມີຄວາມຮັບຜິດຊອບກວ້າງກວ່າ
ທ່ານຣັງສີມັນ ໂຣມ ສະມາຊິກລັດຖະສະພາໄທ ຖະແຫລງວ່າການທີ່ກຸ່ມແກັ່ງອາດຊະຍາກອນຈີນ ສາມາດສ້າງເຄື່ອຂ່າຍດຳເນີນທຸລະກິດຜິດກົດໝາຍໄດ້ຢ່າງກວ້າງຂວາງຢູ່ໃນເຂດລຸ່ມແມ່ນ້ຳຂອງໃນປັດຈຸບັນນີ້ກໍຍ້ອນວ່າໄດ້ຮັບການສະໜັບສະໜູນ ຢູ່ເບື້ອງຫລັງ
ທ່ານ ໄພສານ ຢືນຢັນດ້ວຍວ່າສະມາຄົມວັດທະນະທຳ ແລະ ເສດຖະກິດໄທ-ຈີນ ໄດ້ເຈລະຈາ AIIB ໃນຂັ້ນເບື້ອງ ຕົ້ນແລ້ວ ເມື່ອບໍ່ດົນມານີ້ ຊຶ່ງກໍປາກົດວ່າປະທານຄະນະບໍລິຫານຂອງທະນາຄານໄດ້ສະແດງທ່າທີຈະໃຫ້ການສະ ໜັບສະໜູນ.
ປະເທດ ລາວ ຈະປະກາດປີ 2023-2024 ເປັນປີທ່ອງທ່ຽວລາວ
ຍານາງວັນດີ ໄຊຍະສານ ຊາວສວນ ເຈົ້າຂອງທີ່ດິນປູກຝັງ ແລະລ້ຽງສັດທີ່ບ້ານດົງນາຄຳ ມີເນື້ອທີ່ດິນທັງໝົດ 16 ເຮັກຕາ ເປັນຊັບສົມບັດຂອງຄອບຄົວທີ່ໄດ້ຖ່າຍທອດກັນມາຈົນຮອດປັດຈຸບັນ
ສຳນັກງານປ້ອງກັນແລະປາບປາມຢາເສບຕິດແຫ່ງຊາດໄທ ກັບສຳນັກງານປາບປາມຢາເສບຕິດຂອງລັດຖະບານສະຫະລັດອາເມຣິກາ (DEA) ກໍໄດ້ຕົກລົງຂະຫຍາຍການຮ່ວມມືກັນໃຫ້ໃກ້ຊິດຫຼາຍຂຶ້ນ ໂດຍສະເພາະແມ່ນການຮ່ວມມທໃນດ້ານການສືບສວນ-ສອບສວນ ແລະທາງດ້ານການຂ່າວ
ລັດຖະບານໄທຈະພັດທະນາຈັງຫວັດຊຽງຮາຍ ໃຫ້ເປັນສູນກາງການເຊື່ອມຕໍ່ດ້ານ Logistic ໃນເຂດລຸ່ມແມ່ນໍ້າຂອງຕອນເທິງເພື່ອເຊື່ອມຕໍ່ກັບລາວ - ພະມ້າ ແລະຈີນ ໃຫ້ໄດ້ຢ່າງເປັນຮູບປະທຳພາຍໃນປີ 2030
ສ່ວນເຈົ້າໜ້າທີ່ລັດຖະບານບາງຄົນ ກໍບອກວ່າ ການປາບປາມຢາເສບຕິດ ໃນລາວ ເປັນບັນຫາທີ່ແກ້ໄຂໄດ້ຍາກ ຍ້ອນວ່າ ພວກຄ້າຢາເສບຕິດ ເຂົາມີໄຫວພິກດີ ໃນການລັກລອບຂົນສົ່ງຢາເຂົ້າມາໃນປະເທດ
ການຫຼ້າຊ້າດັ່ງກ່າວ ຈະເຮັດໃຫ້ເກີດການເສຍຜົນປະໂຫຍດທາງການຄ້າລະຫວ່າງ ໄທ-ລາວ ແລະຫວຽດນາມ ຄິດເປັນມູນຄ່າເກີນກວ່າ 1 ໝື່ນລ້ານບາດຕໍ່ປີ
ນັກທຸລະກິດໃນສະພາການຄ້າ ແລະອຸດສາຫະກຳແຫ່ງຊາດລາວ ໄດ້ໃຫ້ການຢືນຢັນວ່າການຜະລິດສິນຄ້າກະສິກຳຂອງລາວ ເພື່ອສົ່ງອອກໄປຕ່າງປະເທດ ໃນປັດຈຸບັນມີບັນຫາດ້ານຄຸນນະພາບ ບໍ່ໄດ້ມາດຕະຖານຕາມຕ້ອງການຂອງຕະຫລາດຕ່າງປະເທດ
ໂຫລດຕື່ມອີກ
No live streaming currently available