ເຈົ້າໜ້າທີ່ກ່ຽວກັບຢາເສບຕິດ ແລະອາຊະຍາກໍາຂອງອົງການສະຫະປະຊາຊາດກ່າວວ່າ ໃນອີກບໍ່ດົນ ລາວ ອາດຈະກາຍມາເປັນສະຖານທີ່ທີ່ມີບົດບາດໃນການຄ້າມະນຸດ ແລະການຟອກເງິນຫຼາຍຂຶ້ນ
ຫົວຂໍ້ທີ່ສຳຄັນທີ່ທ່ານ ສະເຫຼີມໄຊ ໄດ້ຍົກຂຶ້ນມາເວົ້າຄັ້ງນີ້ ແມ່ນມີຫຼາຍຫົວຂໍ້ໄດ້ ແກ່ການການພັດທະນາໃນໂລກ ແລະ ວິກິດການສະພາບອາກາດ
ຂະນະທີ່ຈີນແລະໄທເຂັ້ມງວດການກວດກາຢູ່ຊາຍແດນຂອງເຂົາເຈົ້າທີ່ຕິດກັບມຽນມາ, ຫ້ອງການຢາເສບຕິດ ແລະອາຊະຍາກຳຂອງສະຫະປະຊາຊາດ ກ່າວວ່າ ກຸ່ມແກັ່ງຂ້າມຊາດ ທີ່ຕັ້ງຢູ່ໃນພາກຕາເວັນອອກຂອງມຽນມາທີ່ບໍ່ຖືກກົດໝາຍ ໄດ້ລັກລອບຂົນສົ່ງຢາບ້າຜ່ານປະເທດລາວ ຫລາຍຂຶ້ນ
ຊາວຢູເຄຣນທີ່ອົບພະຍົບໄປຢູ່ຫລາຍປະເທດ ຕ່າງກໍເຝົ້າຕິດຕາມຂ່າວຄາວ ຢ່າງຈົດຈໍ່ ຈາກຫລາຍແຫລ່ງຂໍ້ມູນ ແລະບໍ່ມີຫວັງຫຍັງຫລາຍ ທີ່ຈະໄດ້ກັບໄປບ້ານ ເຖິງແມ່ນວ່າ ຝ່າຍຢູເຄຣນຈະສາມາດຍຶດເອົາດິນແດນຂອງຕົນຄືນ ໄດ້ຫລາຍຂຶ້ນ ຈາກຣັດເຊຍກໍຕາມ
ການກໍ່ສ້າງເຂື່ອນຫລວງພຣະບາງ ແລະເຂື່ອນປາກລາຍ ໃສ່ແມ່ນ້ຳຂອງໃນລາວ ຈະສຳເລັດຕາມແຜນການ ແລະສົ່ງໄຟຟ້າຂາຍໃຫ້ໄທ ໄດ້ຕາມສັນຍາທີ່ຕົກລົງກັນໄວ້ແລ້ວ
ເຂດເສດຖະກິດພິເສດ ແລະເຂດເສດຖະກິດສະເພາະທັງ 12 ແຫ່ງ ໃນລາວມີມູນຄ່າລວມຫຼາຍກວ່າ 36,000 ລ້ານໂດລາ ຫາກແຕ່ວ່າ ມີການນຳເອົາເງິນລົງທຶນຕົວຈິງເຂົ້າມາໃນລາວພຽງແຕ່ 10 ເປີເຊັນ ເທົ່ານັ້ນ
ການລົງທຶນ ໃນພາກພະລັງງານ ແລະບໍ່ແຮ່ ມີການຈ້າງວຽກງານແຕ່ພຽງ 1 ເປີເຊັນ ຂອງກໍາລັງແຮງງານທັງໝົດ ທີ່ມີຢູ່ຫຼາຍກວ່າ 4 ລ້ານຄົນ ຫຼື 54 ເປີເຊັນຂອງຈໍານວນປະຊາກອນລາວທັງໝົດໃນທົ່ວປະເທດ
ປັດຈຸບັນລັດຖະບານ ລາວ ໄດ້ອະນຸຍາດສຳປະທານຂຸດຄົ້ນແຮ່ທາດ 319 ກິດຈະການໃຫ້ກັບ 214 ບໍລິສັດຕ່າງຊາດ
ການເຮັດນິຄົມສວນກ້ວຍ ແລະສວນຢາງພາລາຂອງຈີນ ທີ່ດໍາເນີນມາກວ່າ 10 ປີແລ້ວນັ້ນ ຍັງສືບຕໍ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະຊາວບ້ານທີ່ຢູ່ໃກ້ຄຽງໃນລາວ ຢ່າງຕໍ່ເນື່ອງ
ລັດຖະບານລາວອະນຸມັດເປັນກໍລະນີພິເສດ ໃຫ້ສົ່ງອອກໄມ້ 450,000 ກວ່າແມັດກ້ອນ ທີ່ຢຶດໄດ້ຈາກຂະບວນ ການຄ້າເຖື່ອນ ທີ່ສົ່ງຜົນກະທົບຕໍ່ແຜນການເພີ້ມການປົກຫຸ້ມຂອງປ່າໄມ້ໃຫ້ໄດ້ເຖິງ 70 ເປີເຊັນ ໃນປີ 2025
ອັດຕາສ່ວນຂອງຈໍານວນພະນັກງານລັດ ຕໍ່ຈໍານວນປະຊາກອນລາວໃນປັດຈຸບັນນີ້ ຢູ່ທີ່ລະ ດັບເກີນກວ່າ 2 ເປີເຊັນ ຊຶ່ງເປັນອັດຕາສ່ວນ ທີ່ສູງທີ່ສຸດ ໃນກຸ່ມອາຊ່ຽນ
ທ່ານເຈີເຣີມີ ດັກກລາສ ຜູ້ຕາງໜ້າອົງການ UNODC ໃຫ້ການຢືນຢັນວ່າ ການດຳເນີນມາດຕະຕະການປາບປາບການຄ້າຢາເສບຕິດຢ່າງເຂັ້ມງວດຂອງທາງການໄທ ໄດ້ສົ່ງຜົນເຮັດໃຫ້ນັກຄ້າຢາເສບຕິດຂ້າມຊາດໄດ້ເຂົ້າໄປນຳໃຊ້ປະເທດລາວ ເປັນເສັ້ນທາງຜ່ານຂອງການຂົນສົ່ງຢາເສບຕິດຈາກເຂດສາມຫຼ່ຽມຄຳ ໄປປະເທດໃນເຂດລຸ່ມນ້ຳຂອງດ້ວຍກັນ
ໂຫລດຕື່ມອີກ
No live streaming currently available