ການກໍ່ສ້າງເຂື່ອນຫລວງພຣະບາງ ແລະເຂື່ອນປາກລາຍ ໃສ່ແມ່ນ້ຳຂອງໃນລາວ ຈະສຳເລັດຕາມແຜນການ ແລະສົ່ງໄຟຟ້າຂາຍໃຫ້ໄທ ໄດ້ຕາມສັນຍາທີ່ຕົກລົງກັນໄວ້ແລ້ວ
ເຂດເສດຖະກິດພິເສດ ແລະເຂດເສດຖະກິດສະເພາະທັງ 12 ແຫ່ງ ໃນລາວມີມູນຄ່າລວມຫຼາຍກວ່າ 36,000 ລ້ານໂດລາ ຫາກແຕ່ວ່າ ມີການນຳເອົາເງິນລົງທຶນຕົວຈິງເຂົ້າມາໃນລາວພຽງແຕ່ 10 ເປີເຊັນ ເທົ່ານັ້ນ
ການລົງທຶນ ໃນພາກພະລັງງານ ແລະບໍ່ແຮ່ ມີການຈ້າງວຽກງານແຕ່ພຽງ 1 ເປີເຊັນ ຂອງກໍາລັງແຮງງານທັງໝົດ ທີ່ມີຢູ່ຫຼາຍກວ່າ 4 ລ້ານຄົນ ຫຼື 54 ເປີເຊັນຂອງຈໍານວນປະຊາກອນລາວທັງໝົດໃນທົ່ວປະເທດ
ປັດຈຸບັນລັດຖະບານ ລາວ ໄດ້ອະນຸຍາດສຳປະທານຂຸດຄົ້ນແຮ່ທາດ 319 ກິດຈະການໃຫ້ກັບ 214 ບໍລິສັດຕ່າງຊາດ
ການເຮັດນິຄົມສວນກ້ວຍ ແລະສວນຢາງພາລາຂອງຈີນ ທີ່ດໍາເນີນມາກວ່າ 10 ປີແລ້ວນັ້ນ ຍັງສືບຕໍ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະຊາວບ້ານທີ່ຢູ່ໃກ້ຄຽງໃນລາວ ຢ່າງຕໍ່ເນື່ອງ
ລັດຖະບານລາວອະນຸມັດເປັນກໍລະນີພິເສດ ໃຫ້ສົ່ງອອກໄມ້ 450,000 ກວ່າແມັດກ້ອນ ທີ່ຢຶດໄດ້ຈາກຂະບວນ ການຄ້າເຖື່ອນ ທີ່ສົ່ງຜົນກະທົບຕໍ່ແຜນການເພີ້ມການປົກຫຸ້ມຂອງປ່າໄມ້ໃຫ້ໄດ້ເຖິງ 70 ເປີເຊັນ ໃນປີ 2025
ອັດຕາສ່ວນຂອງຈໍານວນພະນັກງານລັດ ຕໍ່ຈໍານວນປະຊາກອນລາວໃນປັດຈຸບັນນີ້ ຢູ່ທີ່ລະ ດັບເກີນກວ່າ 2 ເປີເຊັນ ຊຶ່ງເປັນອັດຕາສ່ວນ ທີ່ສູງທີ່ສຸດ ໃນກຸ່ມອາຊ່ຽນ
ທ່ານເຈີເຣີມີ ດັກກລາສ ຜູ້ຕາງໜ້າອົງການ UNODC ໃຫ້ການຢືນຢັນວ່າ ການດຳເນີນມາດຕະຕະການປາບປາບການຄ້າຢາເສບຕິດຢ່າງເຂັ້ມງວດຂອງທາງການໄທ ໄດ້ສົ່ງຜົນເຮັດໃຫ້ນັກຄ້າຢາເສບຕິດຂ້າມຊາດໄດ້ເຂົ້າໄປນຳໃຊ້ປະເທດລາວ ເປັນເສັ້ນທາງຜ່ານຂອງການຂົນສົ່ງຢາເສບຕິດຈາກເຂດສາມຫຼ່ຽມຄຳ ໄປປະເທດໃນເຂດລຸ່ມນ້ຳຂອງດ້ວຍກັນ
ການສວຍໂອກາດ ແລະເອົາລັດ ເອົາປຽບຕໍ່ນັກທ່ອງທ່ຽວໃນລາວ ເປັນບັນຫາທີ່ຍັງບໍ່ໄດ້ຮັບການແກ້ໄຂຢ່າງຈິງຈັງ ໂດຍມາດຕະການຕໍ່ຜູ້ກະທຳຜິດຍັງເປັນພຽງການຕັກເຕືອນກັບປັບໄໝເທົ່ານັ້ນ
ຝ່າຍ ຫວຽດນາມ ໄດ້ຕົກລົງໃຫ້ທຶນຊ່ວຍເຫຼືອລ້າ 450 ຕື້ດົ່ງສຳລັບການສ້າງຕັ້ງ ແລະ ກໍ່ສ້າງວິທະຍາຄານປ້ອງກັນຄວາມສະຫງົບແຫ່ງຊາດລາວ ໃຫ້ສຳເລັດໃນທ້າຍປີ 2023.
ການທີ່ສິງກະໂປ ຕ້ອງການນໍາເຂົ້າໄຟຟ້ານໍ້າຕົກຈາກລາວ ນັ້ນ ກໍຈະເປັນປັດໄຈກະຕຸ້ນໃຫ້ລາວຫາທາງສ້າງເຂື່ອນຫລາຍຂຶ້ນ ລວມທັງຢູ່ໃນແລວແມ່ນໍ້າຂອງອີກດ້ວຍ ເຖິງແມ່ນໄຟຟ້າ ທີ່ຜະລິດຈາກເຂື່ອນໄຟຟ້ານໍ້າຕົກ ຈະບໍ່ມີການປ່ອຍອາຍຄາບອນອອກມາກໍຕາມ ແຕ່ການສ້າງເຂື່ອນກໍມີຜົນກະ ທົບຕໍ່ສິ່ງແວດລ້ອມ ແລະຊຸມຊົນໃນທ້ອງຖິ່ນ
ງົບປະມານຊ່ວຍເຫລືອດັ່ງກ່າວຈະໄດ້ຖືກນຳໃຊ້ໂດຍຜ່ານອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ປະຈຳ ສປປ ລາວ
ໂຫລດຕື່ມອີກ
No live streaming currently available