ເມື່ອເກີດມີການລະບາດຂອງພະຍາດໂຄວິດ-19 ໃນທ້າຍປີດຽວກັນນັ້ນ ທ່ານນາງໄດ້ກ່າວວ່າ ພວກນັກທ່ອງທ່ຽວທີ່ໄດ້ຈອງຕຽງໄວ້ລ່ວງໜ້າ ກໍພາກັນຍົກເລີກທັງໝົດ ຈຶ່ງຕ້ອງໄດ້ປິດກິດຈະການໄວ້ ເປັນເວລາສອງປີ ຍ້ອນມາດຕະການປິດເມືອງ.
ເຈົ້າຄອງນະຄອນວຽງຈັນຮຽກຮ້ອງຂໍການຮ່ວມມືຈາກປະຊາຊົນເຂົ້າໃນມາດຕະການປາບປາມການຄ້າຢາເສບຕິດໃຫ້ຫລາຍຂຶ້ນເພາະວ່າອາດຊະຍາກຳທີ່ກ່ຽວຂ້ອງກັບຢາເສບຕິດໄດ້ເພີ່ມຂຶ້ນນັບມື້.
ເຄືອຂ່າຍປະຊາຊົນໄທ 8 ຈັງຫວັດໃນລຸ່ມແມ່ນໍ້າຂອງກໍໄດ້ອອກຖະແຫຼງານເພື່ອຄັດຄ້ານແຜນການຂອງລັດຖະບານ ໄທ ທີ່ຈະຮັບຊື້ພະລັງງານໄຟຟ້າຈາກ ລາວ ເພີ່ມຂຶ້ນເມື່ອບໍ່ນານມານີ້
ທ່ານປ.ອ. ລິດທິກອນ ພູມມະສັກ ຊີ້ໃຫ້ເຫັນອີກວ່າ ນອກນັ້ນແລ້ວ ຄວາມຕ້ອງການໃນການບໍລິການດ້ານໄອທີ ໃນພາກເອກະຊົນ ເຊັ່ນຂະແໜງການຂົນສົ່ງ ແລະການຄ້າທາງອອນໄລນ໌ ຫລື E-commerce ກໍນັບມື້ນັບສູງຂຶ້ນ.
ທ່ານທອງລຸນ ສີສຸລິດ ປະທານປະເທດລາວ ໃຫ້ການຢືນຢັນວ່າ “ທາງລົດໄຟລາວ-ຈີນ ເປັນກຳລັງແຮງໃຫ້ແກ່ ສປປ ລາວ ໃນການປະຕິບັດຍຸທະສາດຫັນປະເທດ ທີ່ບໍ່ມີຊາຍແດນຕິດກັບທະເລ ໄປສູ່ການເປັນປະເທດເຊື່ອມໂຍງເຊື່ອມຈອດ ຂອງພາກພື້ນໃຫ້ເປັນຮູບປະທຳ."
ສະຖານທູດສະຫະລັດ ປະຈຳ ສປປ ລາວ ຈັດການອົບຮົມທັກສະວິຊາການໃນການກວດກາເອກະສານເດີນທາງເຂົ້າອອກເມືອງ ໃຫ້ມີຄວາມປອດໄພ ໃຫ້ແກ່ເຈົ້າໜ້າທີ່ພາສີ ຈາກບັນດາແຂວງພາກເໜືອ ແລະພະນັກງານປ້ອງກັນຄວາມປອດໄພກົມການບິນພົນລະເຮືອນ.
ຂະນະທີ່ແຮງງານລາວພາກັນໄປຊອກຫາງານໃນຕ່າງປະເທດເປັນຈຳນວນຫລວງຫລາຍໃນແຕ່ລະປີ ແລະອັດຕາຫວ່າງງານຂອງຄົນລາວກໍ ແມ່ນເພີ້ມຂຶ້ນ ແຕ່ວ່າຢູ່ໃນລາວເອງກັບມີຄວາມຕ້ອງການແຮງງານ ຈາກຕ່າງປະເທດຫລາຍ.
ກອງທັບປະຊາຊົນລາວຍັງສືບຕໍ່ການຈັດຕັ້ງປະຕິບັດເຂົ້າໃນການເສີມຂະຫຍາຍແລະກໍ່ສ້າງບ້ານປ້ອມໝັ້ນ ແລະກຸ່ມບ້ານສູ້ລົບຕິດລຽນໃນທົ່ວປະເທດ ໃຫ້ໄດ້ໄວທີ່ສຸດ ແນໃສ່ການສະກັດກັ້ນ ແລະກໍາຈັດທຸກການເຄື່ອນໄຫວທີ່ເປັນປໍລະປັກຕໍ່ພັກ-ລັດ ໃຫ້ໄດ້ຢ່າງສົມບູນ
ເນື່ອງຈາກໃນອາທິດທີ່ຜ່ານມາ ຜູ້ຕາງໜ້າຈາກສະຖານທູດຣັດເຊຍ ໄດ້ເຮັດໃຫ້ປະຊາຊົນລາວຕົກຢູ່ໃນກະແສຖືກຕົວະຍົວະຫລອກຫລວງ ແລະ ມີການບິດເບືອນຂໍ້ມູນ ກ່ຽວກັບການຮຸກຮານ ທີ່ຜິດກົດໝາຍຕໍ່ປະເທດຢູເຄຣນ.
ສະຖຽນລະພາບທາງດ້ານການເມືອງແມ່ນເງື່ອນໄຂສໍາຄັນທີ່ບໍລິສັດຈີນໃຊ້ປະກອບການພິຈາລະນາ ໃນເວລາຕັດສິນໃຈວ່າ ຈະລົງທຶນໃນປະເທດໃດ ໂດຍທີ່ ລາວກໍເປັນປະເທດນຶ່ງທີ່ຕົກຢູ່ໃນເງື່ນໄຂດັ່ງກ່າວ.
ໃນປັດຈຸບັນທາງການ ລາວ ແລະ ກຸ່ມຜູ້ລົງທຶນໃນໂຄງການເຂື່ອນເຊປຽນ-ເຊນໍ້ານ້ອຍ ເກົາຫຼີໃຕ້ ໄດ້ສົ່ງມອບເຮືອນຢູ່ອາໄສໃຫ້ກັບຜູ້ປະສົບໄພຈາກເຂື່ອນເຊປຽນ-ເຊນໍ້ານ້ອຍແຕກແລ້ວ 401 ຫຼັງ
ແຕ່ຢ່າງໃດກໍຕາມປາກົດວ່າທາງລັດຖະບານ ກໍບໍ່ໄດ້ມີມາດຕະການສົ່ງເສີມການຜະລິດກາເຟເລີຍ ຈຶ່ງເຮັດໃຫ້ຊາວສວນທີ່ ເຄີຍປູກກາເຟຈໍານວນນຶ່ງ ໃນເມື່ອກ່ອນ ຫັນໄປປູກພືດອຸດສະຫະກໍາປະເພດອື່ນແທນ ແລະເຮັດໃຫ້ການຜະລິດດ້ານນີ້ຫລຸດລົງ.
ໂຫລດຕື່ມອີກ
No live streaming currently available