ໃນປັດຈຸບັນ ການຈັດຕັ້ງປະຕິບັດແຜນການເກັບກູ້ລະເບີດ UXO ໃນລາວ ເປັນການຮ່ວມມືລະຫວ່າງລັດຖະບານລາວ ກັບນານາຊາດໄລຍະທີ 4 ທີ່ໄດ້ເລີ້ມການຈັດຕັ້ງປະຕິບັດນັບຈາກປີ 2022 ເປັນຕົ້ນໄປ ແລະສິ້ນສຸດລົງໃນທ້າຍປີ 2026
ການປູກຢາງພາລາຢູ່ໃນລາວນັ້ນໄດ້ຖືກແນະນໍາໃນຕົ້ນຊຸມປີ 1900 ໂດຍຝຣັ່ງ, ແຕ່ບໍ່ເຄີຍບັນລຸຜົນສໍາເລັດອັນຍິ່ງໃຫຍ່. ການຂະຫຍາຍຕົວຂອງຢາງພາລາ ໃນປັດຈຸບັນກໍາລັງຖືກກະຕຸ້ນຈາກຄວາມຕ້ອງການຂອງຕະຫຼາດຢາງພາລາ ໂດຍສະເພາະແມ່ນຕະຫລາດຈີນ
ໂຄງການກໍ່ສ້າງຂົວຂ້າມນໍ້າຂອງແຫ່ງໃໝ່ຈະເຊື່ອມຕໍ່ລະຫວ່າງນະຄອນຫຼວງວຽງຈັນກັບຈັງຫວັດໜອງຄາຍ
ປະຊາຊົນທ່ານນຶ່ງ ທີ່ອາໄສຢູ່ໃນນະຄອນຫຼວງວຽງຈັນກ່າວວ່າ: "ນ້ອງເປັນປະຊາຊົນຄົນທໍາມະດາ ເປັນມະນຸດເງິນເດືອນ, ທຸກມື້ນີ້ຜົນກະທົບມັນຫຼາຍ ຫຼາຍດ້ານເລີຍ, ເງິນເດືອນສໍ່າເກົ່າ ແຕ່ຄ່າຄອງຊີບສູງຫຼາຍ"
ສະພາວະການຕິດພະຍາດໄວຣັສໂຄວິດ-19 ຢູ່ໃນລາວເກີນກວ່າ 90 ເປີເຊັນ ເປັນໄວຣັສສາຍພັນ Omicron ໂດຍກຸ່ມທີ່ຕິດໂຄວິດ-19 ຫລາຍທີ່ສຸດນັ້ນ ກໍແມ່ນກຸ່ມຜູ້ສູງອາຍຸ ແລະເຍົາວະຊົນອາຍຸລະຫວ່າງ 6-17
ເພາະຈີນເຂັ້ມງວດການກວດສຸຂະພາບງົວ ເນື່ອງຈາກວ່າເກີດການລະບາດພະຍາດຜິວໜັງອັກເສບຕິດຕໍ່ງົວ-ຄວາຍໃນລາວ
ລັດຖະບານລາວເລັ່ງການເຈລະຈາເພື່ອຂໍໃຊ້ເງິນກີບຫລາຍຂຶ້ນ ສຳລັບຊໍາລະມູນຄ່າການຄ້າກັບປະເທດ ເພື່ອນບ້ານ ໂດຍຖືວ່າເປັນມາດຕະການນຶ່ງໃນການແກ້ໄຂບັນຫາຂາດແຄນເງິນຕາຕ່າງປະເທດ.
ໂດຍສາເຫດທີ່ເຮັດໃຫ້ລາວ ຂາດແຄນນ້ຳມັນໃນໄລຍະນີ້ ກໍເພາະວ່າ ລາວຍັງປະເຊີນກັບການຂາດດຸນບັນຊີການຊຳລະເງິນຕາຕ່າງປະເທດເກີນກວ່າ 10 ເປີເຊັນ ຂອງຍອດຜະລິດຕະພັນລວມພາຍໃນ (GDP) ເຮັດໃຫ້ທຶນສຳຮອງເງິນຕາຕ່າງປະເທດຂອງລາວ ຫຼຸດລົງ
ການຈັດຕັ້ງປະຕິບັດດັ່ງກ່າວເປັນການປະກອບສ່ວນສຳຄັນໃນຍຸດທະສາດ 2 ໜ້າທີ່ຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ
ຄົນລາວທີ່ຕັ້ງຖິ່ນຖານໃນຢູເຄຣນ ຫລັງຈາກໄປສຶກສາທີ່ອະດີດສະຫະພາບໂຊຫວຽດ ແລະໄດ້ແຕ່ງງານກັບຍິງສາວຢູເຄຣນໃນຊຸມປີ 1990 ແລະຫລົບໜີໄປຢູ່ເຢຍຣະມັນໄດ້ເກືອບ 100 ວັນແລ້ວນັ້ນ ກໍໄດ້ເດີນທາງມາເຖິງນະຄອນຫຼວງວຽງຈັນພໍດີ
ເຊິ່ງນາງໄດ້ກ່າວວ່າ "ເວົ້າລວມແລ້ວກໍບໍ່ໄດ້ຮັບຜົນກະທົບປານໃດ, ການໃຊ້ຈ່າຍຂອງເຮົາກໍໄດ້ເພີ້ມຂຶ້ນຊື່ໆ ແຕ່ວ່າເຮົາກໍຍັງຫາເງິນໄດ້ຢູ່ ເພາະວ່າເຮົາໄດ້ເປັນເງິນໂດລາເດ."
ການດຳເນີນໂຄງການທາງລົດໄຟລາວ-ຈີນ ຈະມີລາຍຮັບທີ່ສາ ມາດຄືນທຶນການກໍ່ສ້າງໄດ້ໃນ 23 ປີ ຂ້າງໜ້າ ແຕ່ຫາກວ່າມີ ການເຊື່ອມຕໍ່ກັບທາງລົດໄຟໃນໄທ ຈະເຮັດໃຫ້ສາມາດຄືນທຶນ ໄດ້ໃນ 15 ປີ
ໂຫລດຕື່ມອີກ
No live streaming currently available