ລາວໄດ້ເລີ້ມຜະລິດໄຟຟ້າແສງຕາເວັນ ທີ່ລອຍຢູ່ກາງນໍ້າແຫ່ງທໍາອິດແລ້ວ ຊຶ່ງໂຄງການນີ້ ແມ່ນຢູ່ອ່າງນໍ້າເຂື່ອນນໍ້າງື່ມ 1 ໃນເຂດເມືອງລ່ອງຊານ, ແຂວງໄຊສົມບູນ, ຫ່າງຈາກນະຄອນຫຼວງວຽງຈັນໄປທາງທິດເໜືອປະມານ 90 ກິ ໂລແມັດ.
ທ່ານໂຈມແຍງ ແພງທອງສະຫວັດ ຫົວໜ້າຫ້ອງການ ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ລາວໄດ້ວາງເປົ້າໝາຍໃນການເກັບກູ້ລະເບີດ UXO ໃຫ້ໄດ້ໃນພື້ນທີ 10,000 ເຮັກຕາຕໍ່ປີ.
ທ່ານຄຳແພງ ໄຊສົມແພງ ຖະແຫລງວ່າ ການພັດທະນາໃນດ້ານການຜະລິດສິນຄ້າຂອງລາວໃນປີ 2022 ນີ້ ຈະໃຫ້ຄວາມສຳຄັນເປັນພິເສດໃນ 8 ພາກການຜະລິດສິນຄ້າ ໂດຍແນໃສ່ການເພີ້ມການຜະລິດສິນຄ້າເພື່ອສົ່ງອອກ.
ປະເທດ ລາວ ໄດ້ເປີດຊາຍແດນ ສຳລັບການທ່ອງທ່ຽວສີຂຽວ ໄລຍະທີ ນຶ່ງເມື່ອບໍ່ດົນມານີ້.
ໃນຂະນະທີ່ລາວກຳລັງສູ້ຊົນ ສະກັດກັ້ນການເພີ້ມຂຶ້ນ ຂອງກໍລະນີຄົນເປັນພະຍາດໂຄວິດ-19 ທີ່ບໍ່ຢຸດຢັ້ງຢູ່ນີ້ ຢາວັກຊິນໄຟເຊີຈຳນວນ 799,110 ໂດສ ກໍໄດ້ໄປເຖິງປະເທດນັ້ນ.
ການທີ່ລັດຖະບານໄດ້ປະສານງານກັບທຸກພາກ ສ່ວນທັງພາຍໃນແລະຕ່າງປະເທດ ໄດ້ຢ່າງມີປະສິດທິຜົນສູງນັ້ນ ກໍຍັງເຮັດໃຫ້ສາມາດແກ້ໄຂບັນຫາທາງການເງິນໄດ້ຕາມເປົ້າໝາຍ.
ລັດຖະບານລາວ ຈັດເກັບລາຍຮັບໄດ້ຕ່ຳກວ່າເປົ້າໝາຍທີ່ວາງໄວ້ ໃນແຜນງົບປະມານປີ 2021 ຊຶ່ງເຮັດໃຫ້ຈະ ຕ້ອງກູ້ຢືມ ແລະຂໍການຊ່ວຍເຫລືອຈາກຕ່າງປະເທດ ຫຼາຍກວ່າ 2 ຕື້ໂດລາ ໃນແຜນການປີ 2022.
ເຈົ້າໜ້າທີ່ຂັ້ນສູງໃນກະຊວງພະລັງງານ ແລະ ບໍ່ແຮ່ເປີດເຜີຍວ່າບັນດາບໍລິສັດຈາກ ຈີນ ໄດ້ລົງທຶນໃນພາກການຂຸດຄົ້ນແຮ່ທາດເພີ່ມຂຶ້ນຢ່າງຕໍ່ເນື່ອງໃນຕະຫຼອດປີ 2021 ທີ່ຜ່ານມາ.
ໂຄງການນີ້ເປັນໂຄງການຟາມລົມເທິງຝັ່ງ ແລະເປັນການລົງທຶນຂະໜາດໃຫຍ່ໃນລາວ ເພື່ອສົ່ງກະແສໄຟຟ້າໄປຂາຍໃຫ້ຫວຽດນາມ ໃນໄລຍະ 25 ປີຕໍ່ໜ້າ.
ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ (ປກສ) ໃນແຂວງບໍ່ແກ້ວເປີດເຜີຍວ່າ ການຈັບກຸມແລະຍຶດຂອງກາງເປັນຢາ ບ້າໄດ້ກວ່າ 77 ລ້ານເມັດ, ຢາໄອສ໌ ກ່ວາ 1,537 ກິໂລກຣາມ,ສານເຄມີກວ່າ 220 ກິໂລກຣາມ.
ນັກທ່ອງທ່ຽວສາກົນທີ່ເດີນທາງມາລາວໃນປີ 2020 ຫລຸດລົງເກີນກວ່າ 85 ເປີເຊັນ ຊຶ່ງເຮັດໃຫ້ລາຍຮັບຂອງພາກບໍລິການແລະທ່ອງທ່ຽວຫລຸດລົງກວ່າ 700 ລ້ານໂດລາ ແລະໃນປີ 2021 ນີ້ ສະພາບການກໍຍັງຄົງບໍ່ດີຂຶ້ນ.
ແຕ່ທ່າມກາງສະພາບການລະະບາດຂອງພະຍາດ ໂຄວິດ-19 ທີ່ຍັງສືບຕໍ່ເພີ້ມ ຂຶ້ນນັບມື້ຢູ່ນີ້ ທຸລະກິດໃນຂະແໜງດັ່ງກ່າວຢູ່ສ່ວນອື່ນຂອງປະເທດອາດຈະຍັງຈະບໍ່ສາມາດຟື້ນຕົວໄດ້ຫລາຍປານໃດເທື່ອ.
ໂຫລດຕື່ມອີກ
No live streaming currently available