ຈຳນວນຜູ້ຕິດໄວຣັສໂຄວິດ-19 ເພີ້ມຂຶ້ນນັບມື້ ໂດຍສະເພາະແມ່ນນະຄອນວຽງຈັນ ທີ່ມີຈຳນວນຜູ້ຕິດໄວຣັສຫຼາຍທີ່ສຸດໃນລາວນັ້ນ ກໍເພາະວ່າ ໄວຣັສໂຄວິດ-19 ທີ່ລະບາດຢູ່ໃນລາວ ໃນເວລານີ້ ກໍຄືໄວຣັສສາຍພັນ ແດລຕາ.
ໃນກໍລະນີຂອງພວກພິການແລ້ວທາງລັດຖະບານ ແລະແພດໝໍແມ່ນໃຫ້ຄວາມສະດວກເປັນພິເສດເລີຍ
ນະຄອນວຽງຈັນຕ້ອງປະເຊີນກັບບັນຫາຂາດດຸນການຄ້າຕ່າງປະເທດຫລາຍຂຶ້ນ ໂດຍມີສາເຫດ ຫລັກ ມາຈາກການນໍາເຂົ້າລົດຍົນ ແລະນໍ້າມັນທັງເຮັດໃຫ້ເສດຖະກິດຂະຫຍາຍຕົວ ຕໍ່າກວ່າເປົ້າໝາຍອີກດ້ວຍ.
ທ່ານພູວົງ ກິດຕິວົງ ຫົວໜ້າກົມງົບປະມານແຫ່ງລັດ ກະຊວງການເງິນ, ຖະແຫລງຍອມຮັບວ່າ ການຈັດເກັບລາຍຮັບຂອງລັດຖະບານລາວໃນປີ 2021 ຈະບໍ່ສາມາດບັນລຸເປົ້າໝາຍທີ່ວາງໄວ້.
ໃນໄລຍະຜ່ານມາ ໄດ້ມີສຳຫຼວດພົບແຮ່ທາດໃນ ລາວ ຫຼາຍກວ່າ 570 ແຫ່ງ ກວມເອົາເນື້ອທີ່ກວ້າງກວ່າ 162,104 ກິໂລແມັດມົນທົນ ຄິດເປັນ 68 ເປີເຊັນຂອງພື້ນທີ່ທັງໝົດຂອງ ລາວ
ສະກຸນເງິນປະເພດນີ້ ກໍກໍາລັງໄດ້ຮັບຄວາມສົນໃຈຫຼາຍຂຶ້ນໃນທຸລະກິດບາງກຸ່ມໃນລາວ ປາກົດວ່າ ມີຄົນໄດ້ເລີ້ມຊື້ຂາຍເງິນປະເພດນີ້ມາໄດ້ໄລຍະນຶ່ງແລ້ວ ສະກຸນເງິນທີ່ຄົນໃນລາວ ນິຍົມຊື້ຂາຍກັນກໍແມ່ນສະກຸນເງິນຟໍເຣັກສ໌.
ທ່ານແກ້ວ ອິນທະວົງ ຫົວໜ້າພະແນກສາທາລະນະສຸກແຂວງຫຼວງນໍ້າທາ ຍອມຮັບວ່າວຽກງານບໍລິການດ້ານສາ ທາລະນະສຸກໃນແຂວງຫຼວງນໍ້າທາ ໃນປັດຈຸບັນ ຍັງຕ້ອງປະເຊີນກັບຂໍ້ຈຳກັດທາງດ້ານງົບປະມານຢ່າງໜັກ.
ທ່ານນາງຈິຣາພອນ ສິຣິຄຳ ໂຄສົກຂອງການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ ຫຼື EGAT ຢືນຢັນວ່າ ກະຊວງພະລັງງານແລະບໍ່ແຮ່ຂອງລາວ ໄດ້ຮ້ອງຂໍໃຫ້ລັດຖະບານໄທ ຮັບຊື້ພະລັງງານໄຟຟ້າເພີ້ມຂຶ້ນເມື່ອບໍ່ນານມານີ້.
ການກ່າວຄຳປາໄສໃນພິທີເປີດກອງປະຊຸມ ທ່ານປີເຕີ ເຮມອນ ເອກອັກຄະລັດຖະທູດສະຫະລັດ ໄດ້ເນັ້ນເຖິງ ຄວາມພະຍາຍາມຮ່ວມກັນຂອງລັດຖະບານສະຫະລັດ ແລະ ສປປ ລາວ ສະໜັບສະໜູນພາກທຸລະກິດ.
ປາກົດການອັນເປັນປະຫວັດສາດນີ້ຂອງລາວໄດ້ດຶງດູດຄວາມສົນໃຈໃຫ້ແກ່ຄົນທັງຢູ່ໃນແລະນອກປະເທດເພາະມັນມີສອງດ້ານສຳຄັນທີ່ໂຄງການລົດໄຟຄວາມໄວສູງນີ້ກຳລັງນຳມາໃຫ້ລາວ.
ທຶນດັ່ງກ່າວນີ້ເປັນສ່ວນຫນຶ່ງຂອງແຜນງານການຊ່ວຍເຫຼືອທາງດ້ານກົດໝາຍ ສະໜັບສະຫນູນໂດຍອົງການພັດທະນາສາກົນຂອງສະຫະລັດ ທີ່ຈັດຕັ້ງ ປະຕິບັດໂດຍມູນນິທິເອເຊຍ.
ນາຍົກລາວຢືນຢັນວ່າຈະຈັດຕັ້ງກປະຕິບັດແຜນການຫລຸດຜ່ອນການປ່ອຍອາຍແກັດເຮືອນແກ້ວໃຫ້ໄດ້ເຖິງ 60 ເປີເຊັນ ພາຍໃນປີ 2030 ຫາກແຕ່ວ່າການລັກລອບຕັດ ແລະຄ້າໄມ້ເຖື່ອນຍັງເປັນບັນຫາໃຫຍ່ຢູ່ໃນລາວ.
ໂຫລດຕື່ມອີກ
No live streaming currently available