ທ່ານພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຖະແຫຼງວ່າ ບັນດາຫົວໜ່ວຍທຸລະກິດການຄ້າ ແລະ ບໍລິການ ຈະຖືກຖອນໃບອະນຸຍາດທັນທີ ຖ້າຫາກຖືກກວດກາພົບວ່າ ໄດ້ສວຍໂອກາດປັບຂຶ້ນລາຄາສິນຄ້າ.
ທ່ານອາດສະພັງທອງ ສີພັນດອນ ເຈົ້າຄອງເຂດນະຄອນວຽງຈັນ ຖະແຫລງວ່າ ການລະບາດຂອງໄວຣັສໂຄວິດ-19 ຍັງໄດ້ສົ່ງຜົນກະທົບ ຕໍ່ພາກທຸລະກິດໃນນະຄອນວຽງຈັນ ຢ່າງໜັກໜ່ວງ.
ທ່ານແຢນຊອງກ່າວອີກວ່າ ໂດຍລວມແລ້ວ: "ວັກຊີນທາງການທູດ ໄດ້ຊ່ວຍປັບປຸງພາບພົດຂອງປັກກິ່ງໃຫ້ດີຂຶ້ນ, ເຖິງແມ່ນວ່າພວກເຮົາຍັງບໍ່ທັນມີຂໍ້ມູນ ທີ່ເປັນລະບົບມາອ້າງອີງໄດ້ເທື່ອກໍຕາມ.”
ລັດຖະບານລາວຈະຊຸກຍູ້ໃຫ້ບໍລິສັດຈີນ ເພີ່ມການລົງທຶນໃນໂຄງການພັດທະນາຂອງລັດຖະບານລາວ ຫລາຍຂຶ້ນ ໂດຍສະເພາະແມ່ນ 184 ໂຄງການໃຫຍ່ ທີ່ລັດຖະບານລາວຂາດແຄນງົບປະມານໃນເວລານີ້.
ໂດຍເຫັນໄດ້ຈາກການຈັບກຸມນັກຄ້າຢາເສບຕິດ ໄດ້ເພີ້ມຂຶ້ນ ສ່ວນຢາເສບຕິດຂອງກາງທີ່ຢຶດໄດ້ ໃນແຕ່ລະຄັ້ງກໍມີປະລິມານເພີ້ມຂຶ້ນ ຢ່າງຫລວງຫລາຍອີກດ້ວຍ.
ການທີ່ຈະໄດ້ຮັບການອະນຸມັດເງິນກູ້ຈາກກອງທຶນສະໜັບສະໜູນ SME ກໍມີເງື່ອນໄຂຫຼາຍປະການທີ່ເຈົ້າຂອງກິດຈະການ SME ທີ່ຖືກກະທົບຈາກການລະບາດໄວຣັສ COVID-19 ໃນ ລາວ ຕ້ອງປະຕິບັດຕາມ.
ດຣ. ບົວເທບ ພູມິນ ກ່າວວ່າ ແທນທີ່ ຈະເອີ້ນຄົນມາໂຮມກັນຫລາຍໆ ໃນຂະນະທີ່ເຮົາລ໊ອກດາວຢູ່ໜີ້. ປ່ຽນກົນລະຍຸດ ກະຄືວ່າມອບໃຫ້ເມືອງ ຫລືວ່າໂຮງໝໍເມືອງ, ໃຫ້ເຂົາເຈົ້າໄປສໍາຫລວດເບິ່ງ, ມອບໃຫ້ແຕ່ລະໜ່ວຍໄປສໍາຫລວດເບິ່ງລູກໜ່ວຍເຈົ້າ,
ທ່ານລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ຢືນຢັນວ່າ ການລະບາດຂອງພະຍາດໄວ ຣັສໂຄວິດ-19 ຢູ່ໃນລາວໃນປັດຈຸບັນນີ້ ເປັນການລະບາດໃນຊຸມຊົນ ທີີ່ມີການຕິດຕໍ່ກັນຢ່າງໄວວາ.
ທະນາຄານພັດທະນາແຫ່ງເອເຊຍ ໄດ້ປັບລົດຄາດໝາຍການຂະຫຍາຍຕົວທາງເສດຖະກິດ ຂອງລາວໃນປີ 2021 ຈາກຄາດໝາຍເດີມທີ່ອັດຕາສະເລ່ຍ 4 ເປີເຊັນ ລົງມາເປັນ 2.3 ເປີເຊັນ ເມື່ອທ້າຍເດືອນກັນຍາທີ່ຜ່ານມາ.
ລັດຖະບານ ອອສເຕຣເລຍ ໄດ້ປະກາດໃນເວັບໄຊ້ຂອງເຂົາເຈົ້າວ່າ ຢາວັກຊີນຕ້ານ COVID-19 ແມ່ນວິທີທີ່ມີປະສິດທິພາບທີ່ສຸດ ເພື່ອຫຼຸດຜ່ອນການຕາຍ ແລະ ການເຈັບປ່ວຍໜັກ ຍ້ອນການຕິດເຊື້ອໂຣກນັ້ນ.
ປັດຈຸບັນ ລາວມີໜີ້ຕ່າງປະເທດຫລາຍກວ່າ 13 ຕື້ໂດລາ ຊຶ່ງໃນນີ້ສ່ວນໃຫຍ່ ແມ່ນໜີ້ທີ່ມີຕໍ່ຈີນ. ນັກຊ່ຽວຊານຈໍານວນນຶ່ງເວົ້າວ່າ ມັນເປັນບັນຫາ ທີ່ໜ້າເປັນຫ່ວງ.
ລັດຖະມົນຕີລາວຍອມຮັບວ່າຄັງສຳຮອງເງິນຕາຕ່າງປະເທດຂອງລາວຍັງຫຼຸດລົງຢ່າງຕໍ່ເນື່ອງ, ໃນຂະນະທີ່ ໜີ້ຂອງລັດຖະບານລາວໄດ້ເພີ່ມຂຶ້ນນັບມື້, ໂດຍສະເພາະແມ່ນໜີ້ເງິນກູ້ຢືມເງິນຈາກຕ່າງປະເທດນັ້ນ.
ໂຫລດຕື່ມອີກ
No live streaming currently available