ສະກຸນເງິນປະເພດນີ້ ກໍກໍາລັງໄດ້ຮັບຄວາມສົນໃຈຫຼາຍຂຶ້ນໃນທຸລະກິດບາງກຸ່ມໃນລາວ ປາກົດວ່າ ມີຄົນໄດ້ເລີ້ມຊື້ຂາຍເງິນປະເພດນີ້ມາໄດ້ໄລຍະນຶ່ງແລ້ວ ສະກຸນເງິນທີ່ຄົນໃນລາວ ນິຍົມຊື້ຂາຍກັນກໍແມ່ນສະກຸນເງິນຟໍເຣັກສ໌.
ທ່ານແກ້ວ ອິນທະວົງ ຫົວໜ້າພະແນກສາທາລະນະສຸກແຂວງຫຼວງນໍ້າທາ ຍອມຮັບວ່າວຽກງານບໍລິການດ້ານສາ ທາລະນະສຸກໃນແຂວງຫຼວງນໍ້າທາ ໃນປັດຈຸບັນ ຍັງຕ້ອງປະເຊີນກັບຂໍ້ຈຳກັດທາງດ້ານງົບປະມານຢ່າງໜັກ.
ທ່ານນາງຈິຣາພອນ ສິຣິຄຳ ໂຄສົກຂອງການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ ຫຼື EGAT ຢືນຢັນວ່າ ກະຊວງພະລັງງານແລະບໍ່ແຮ່ຂອງລາວ ໄດ້ຮ້ອງຂໍໃຫ້ລັດຖະບານໄທ ຮັບຊື້ພະລັງງານໄຟຟ້າເພີ້ມຂຶ້ນເມື່ອບໍ່ນານມານີ້.
ການກ່າວຄຳປາໄສໃນພິທີເປີດກອງປະຊຸມ ທ່ານປີເຕີ ເຮມອນ ເອກອັກຄະລັດຖະທູດສະຫະລັດ ໄດ້ເນັ້ນເຖິງ ຄວາມພະຍາຍາມຮ່ວມກັນຂອງລັດຖະບານສະຫະລັດ ແລະ ສປປ ລາວ ສະໜັບສະໜູນພາກທຸລະກິດ.
ປາກົດການອັນເປັນປະຫວັດສາດນີ້ຂອງລາວໄດ້ດຶງດູດຄວາມສົນໃຈໃຫ້ແກ່ຄົນທັງຢູ່ໃນແລະນອກປະເທດເພາະມັນມີສອງດ້ານສຳຄັນທີ່ໂຄງການລົດໄຟຄວາມໄວສູງນີ້ກຳລັງນຳມາໃຫ້ລາວ.
ທຶນດັ່ງກ່າວນີ້ເປັນສ່ວນຫນຶ່ງຂອງແຜນງານການຊ່ວຍເຫຼືອທາງດ້ານກົດໝາຍ ສະໜັບສະຫນູນໂດຍອົງການພັດທະນາສາກົນຂອງສະຫະລັດ ທີ່ຈັດຕັ້ງ ປະຕິບັດໂດຍມູນນິທິເອເຊຍ.
ນາຍົກລາວຢືນຢັນວ່າຈະຈັດຕັ້ງກປະຕິບັດແຜນການຫລຸດຜ່ອນການປ່ອຍອາຍແກັດເຮືອນແກ້ວໃຫ້ໄດ້ເຖິງ 60 ເປີເຊັນ ພາຍໃນປີ 2030 ຫາກແຕ່ວ່າການລັກລອບຕັດ ແລະຄ້າໄມ້ເຖື່ອນຍັງເປັນບັນຫາໃຫຍ່ຢູ່ໃນລາວ.
ໂດຍສະເພາະການຄ້າລະຫວ່າງລາວກັບຈີນນັ້ນກໍຄາດການວ່າຈະມີການເຕີບໃຫຍ່ຂຶ້ນເກີນກວ່າ 25 ເປີເຊັນໃນປີທໍາອິດຂອງການເດີນລົດໄຟລາວ-ຈີນທີ່ມີລົດຂົນສົ່ງສິນຄ້າເຖິງ 17 ຂະບວນຕໍ່ມື້.
ຈຳເປັນຢ່າງຍິ່ງທີ່ຈະຕ້ອງເລັ່ງການສັກຢາວັກຊີນກັນໄວຣັສ COVID-19 ໃຫ້ໄດ້ເຖິງ 80 ເປີເຊັນຂອງປະຊາກອນທັງໝົດໃນເຂດນະຄອນຫຼວງວຽງຈັນພາຍໃນທ້າຍປີ 2021.
ຂະບວນລົດໄຟລ້ານຊ້າງນີ້ປະກອບມີ 7 ຕູ້ ແລະມີທັງໝົດ 720 ບ່ອນນັ່ງ ໃນ ແຕ່ລະຕູ້ມີບ່ອນນັ່ງຢູ່ສອງຊັ້ນບັນຈຸ ຄົນໂດຍສານໄດ້ 90 ຄົນ ແລະລົດໄຟ ກໍມີ 3 ສີຂອງທຸງຊາດລາວ ຄືສີແດງ, ຂາວ ແລະຟ້າ.
ທ່ານຄຳພັນ ສິດທິຄຳພາ ເຈົ້າແຂວງວຽງຈັນກ່າວວ່າ ການຄົມມະນາຄົມ ຂົນສົ່ງທີ່ສະດວກວ່ອງໄວຫຼາຍຂຶ້ນ ໂດຍ ສະເພາະການເປີດໃຊ້ທາງດ່ວນ ຈາກນະຄອນຫຼວງວຽງຈັນ ມາເຖິງເມືອງວັງວຽງ ນັບທ້າຍປີ 2020 ເປັນຕົ້ນມາ .
ທ່ານ ພັນຄຳ ຢືນຢັນວ່າລັດຖະບານ ລາວ ຈະເລັ່ງພັດທະນາທຸລະກິດບໍລິການ ແລະ ທ່ອງທ່ຽວໃຫ້ໄດ້ລະດັບມາດຕະຖານສາກົນໃຫ້ໄວທີ່ສຸດ.
ໂຫລດຕື່ມອີກ
No live streaming currently available