ການລະບາດພະຍາດໄວຣັສໂຄວິດ-19 ຍັງໄດ້ສົ່ງຜົນກະທົບເຮັດໃຫ້ລັດຖະບານລາວຈັດເກັບລາຍຮັບໄດ້ຕໍ່າກວ່າແຜນການທີ່ວາງໄວ້ ອັນ ໄດ້ສົ່ງຜົນກະທົບຕໍ່ເນື່ອງ ເຮັດໃຫ້ລັດຕ້ອງປະເຊີນກັບການຂາດແຄນ ງົບປະມານ ສຳລັບນໍາໃຊ້ ໃນການຈັດຕັ້ງປະຕິບັດ ໂຄງການພັດທະນາ.
ທ່ານບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຖະແຫລງວ່າ ບັນຫາການກໍ່ອາຊະກຳທີ່ພົວພັນກັບແກັ່ງຄ້າຢາເສບຕິດນັ້ນ ໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງພົນລະເມືອງລາວ ຢ່າງກວ້າງຂວາງ.
ຍັດຕິນັ້ນ "ກ່າວປະນາມ" ຖະແຫຼງການຂອງຣັດເຊຍໃນວັນທີ 24 ກຸມພາຜ່ານມານີ້ ກ່ຽວກັບ "ການເຄື່ອນໄຫວທາງການທະຫານພິເສດ" ຢູ່ຢູເຄຣນ, ແລະ "ໄດ້ຄັດຄ້ານໂດຍໃຊ້ສຳນວນທີ່ແຮງທີ່ສຸດ" ຕໍ່ການລະເມີດມາດຕາ 2(4) ຂອງກົດບັດສະຫະປະຊາຊາດ.
ເຈົ້າໜ້າທີ່ຂັ້ນສູງໃນກົມສັງຄົມສັງເຄາະ ກະຊວງແຮງງານ ແລະສະຫວັດດີການສັງຄົມເປີດເຜີຍວ່າ ໃນຊ່ວງປີ 2016-2021 ປະຊາຊົນລາວປະເຊີນກັບໄພພິບັດທໍາມະຊາດ 300 ກວ່າຄັ້ງ.
“6-11 ປີນີ້ແມ່ນພວກເຮົາຄາດຄະເນວ່າ ພວກເຮົາຈະຕ້ອງໄດ້ສັກ 957,042 ຄົນຄາດວ່າແມ່ນເຮົາຈະເລີ່ມໃນຕົ້ນເດືອນ 3."
ຂະແໜງກະສິກຳ, ການຂົນສົ່ງ, ແລະເທັກໂນໂລຈີຂໍ້ມູນຂ່າວສານແລະການສື່ສານ ແມ່ນຢູ່ໃນບັນດາຂະແໜງການທີ່ມີທ່າແຮງສູງສຸດ, ແຕ່ຍັງເປັນຈຸດທີ່ຂາດແຄນທັກສະ ທີ່ເຫັນໄດ້ຊັດເຈນທີ່ສຸດຢູ່.
ເນື່ອງຈາກຕົນເອງອາໄສຢູ່ເຂດນອກເມືອງ, ແລະຕ້ອງການຫາລາຍໄດ້ມາເພີ້ມ ໃຫ້ແກ່ຄອບຄົວ ຈຶ່ງມີແນວຄິດ ໃນການເຮັດການກະເສດແບບຄອບຄົວ ໂດຍໄດ້ປັບປ່ຽນ ການນໍາໃຊ້ທີ່ດິນບໍລິເວນເຮືອນຊານມາເຮັດການກະເສດ.
ທ່ານຈຸຣິນ ຢືນຢັນວ່າ ໄດ້ມີຄຳສັ່ງ ໃຫ້ເລັ່ງດຳເນີນການເຈລະຈາຕົກລົ ເປີດດ່ານການຄ້າຊາຍແດນກັບປະເທດເພື່ອນບ້ານ ໃຫ້ຫຼາຍຂຶ້ນໃນປີ 2022 ນີ້ ເພາະວ່າ ການລະບາດໂຄວິດ-19 ໄດ້ສົ່ງຜົນກະທົບ ເຮັດໃຫ້ຕ້ອງປິດດ່ານຊາຍແດນໄທ ກັບປະເທດເພື່ອນບ້ານ 51 ດ່ານ.
ທັງນີ້ ຈຸດກໍ່ສ້າງຂົວຂ້າມແມ່ນ້ຳຂອງແຫ່ງທີ 6 ລະຫວ່າງລາວ-ໄທ ຕັ້ງຢູ່ລະຫວ່າງເຂດບ້ານປາກແຊງ ອຳເພີນາຕານ ຈັງຫວັດອຸບົນຣາຊະທານີ ກັບບ້ານປາກຕະພານ ເມືອງລະຄອນເພັງ ບໍ່ເຖິງ 150 ກິໂລແມັດເທົ່ານັ້ນ
ສື່ສັງຄົມອອນລາຍຈະຕ້ອງລົງທະບຽນ ແລະໄດ້ຮັບອະນຸຍາດຈາກກົມຂ່າວຂອງລັດຖະບານລາວແລ້ວເທົ່ານັ້ນ ຈຶ່ງຈະສາມາດດໍາເນີນກິດຈະການໃນດ້ານການໂຄສະນາ ແລະເຜີຍແຜ່ຂໍ້ມູນ-ຂ່າວສານໄດ້ໃນວົງກວ້າງ
ຄະນະກຳມະການສູນກາງພັກປະຊາຊົນປະຕິວັດລາວ ເພີ້ມມາດຕະການກວດກາການປະຕິບັດໜ້າທີ່ແລະຊັບສິນຂອງພະນັກງານຳພັກ-ລັດ, ຕຳຫຼວດ ແລະ ທະຫານທີ່ພົວພັນກັບການທຸດຈະລິດນັ້ນ.
ຜູ້ບໍລິຫານຂອງບໍລິສັດ ພອນສະກາວ ຊິບປິ້ງ-ຂົນສົ່ງ ຈຳກັດ ທີ່ມີຫ້ອງການຕັ້ງຢູ່ນະຄອນຫຼວງວຽງຈັນ ກ່າວໃຫ້ວີໂອເອ ລາວ ຟັງວ່າ ການຂົນສົ່ງທາງລົດ ທີ່ເຄີຍເຮັດມາແຕ່ກ່ອນນັ້ນ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ຕ່າງຈາກການຂົນສົ່ງດ້ວຍທາງລົດໄຟ ທີ່ສະດວກວ່ອງໄວ.
ໂຫລດຕື່ມອີກ
No live streaming currently available