ທາງແລ່ນຂອງສະໜາມບິນມີໄລຍະທາງຍາວ 2,500 ແມັດທີ່ສາມາດຮອງຮັບເຮືອບິນ Airbus-320 ແລະ Boeing-737 ໄດ້ຕາມມາດຕະຖານການບິນສາກົນ
ຢານີ້ມີຊື່ວ່າ ໂມລາໂກເວຍ (Molacovir) ແລະ ຜະລິດໂດຍອີງໃສ່ສູດຜະລິດຢາເມັດໂມລນູປີຣາເວຍ (molnupiravir) ທີ່ຄົ້ນຄວ້າອອກມາໂດຍນັກວິທະຍາສາດອາເມຣິກັນ ແລະຂຶ້ນທະບຽນໂດຍກຸ່ມບໍລິສັດຜະລິດຢາຂອງສະຫະລັດ Merck Sharp & Dohme (MSD).
ຄະນະກຳມະການ 3 ຝ່າຍທີ່ປະກອບດ້ວຍຜູ້ແທນຂອງລັດຖະບານ ສະຫະພັນ ກຳມະບານ ແລະສະພາອຸດສາຫະກຳແລະການຄ້າແຫ່ງຊາດລາວ ມີກຳນົດການ ຈະພົບປະເຈລະຈາກັນ ໃນເດືອນມີນາ 2022 ນີ້.
ການຕິດເຊື້ອໄວຣັສໂຄໂຣນາໃນປະເທດ ລາວ ໄດ້ຫຼຸດລົງເກືອບເຄິ່ງນຶ່ງເມື່ອທຽບໃສ່ກັບໄລຍະທ້າຍປີກາຍນີ້. ການຕິດເຊື້ອໃໝ່ໃນວັນພະຫັດວານນີ້ແມ່ນ 450 ກໍລະນີ.
ໃນປີ 2018 ອະດີດປະທານາທິບໍດີ ທຣໍາໄດ້ຈັດເອົາລາວເຂົ້າໃນລາຍຊື່ປະເທດ ທີ່ບໍ່ໄດ້ດໍາໃຫ້ຄວາມຮ່ວມມືຢ່າງພຽງພໍ ໃນການອອກເອກະສານເດີນທາງໃຫ້ແກ່ພວກທີ່ຖືສັນຊາດລາວ ທີ່ຢູ່ໃນບັນຊີລາຍຊື່ຖືກເນລະເທດກັບໄປລາວ.
ນາຍົກລັດຖະມົນຕີລາວຢືນຢັນວ່າ ລາວຈະສາມາດບັນລຸເປົ້າໝາຍການສັກຢາວັກຊີນກັນໂຄວິດ-19 ໄດ້ ດ້ວຍການຊ່ວຍເຫຼືອຈາກນາໆຊາດ ລວມເຖິງການຊ່ວຍເຫຼືອຈາກສະຫະລັດອາເມຣິກາ ຜ່ານໂຄງການ COVAX.
ທາງການຕໍາຫລວດລາວຂຶ້ນບັນຊີລາຍຊື່ນັກຄ້າຢາເສບຕິດທີ່ຈະຕ້ອງຕິດຕາມຈັບກຸມຕົວ 2,000 ກວ່າຄົນ. ສ່ວນທາງເຈົ້າໜ້າທີ່ໄທຮຽກຮ້ອງຂໍຄວາມຮ່ວມມືສະກັດກັ້ນການຂົນສົ່ງສານເຄມີຢູ່ໃນເຂດສາມຫລ່ຽມຄຳ.
ໄດ້ມີການວາງແຜນຂອງພັນທະມິດໃໝ່ສາມບໍລິສັດ ເພື່ອພັດທະນາໄຟຟ້າພະລັງລົມ 1 ກິກາວັດ ຢູ່ໃນເຂດພາກໃຕ້ຂອງ ສປປ ລາວ ອີງຕາມລາຍງານຂອງວາລະສານຣີນິວເວໂບ.
ທາງການ ຈີນ ໄດ້ເພີ່ມຄວາມເຂັ້ມງວດໃນການກວດສະຂະພາບຄົນຂັບລົດ ແລະ ກວດກາສິນຄ້າທີ່ຂົນສົ່ງຈາກ ລາວ ໄປ ຈີນ ໂດຍບໍ່ມີຂໍ້ຍົກເວັ້ນ.
ໂຫລດຕື່ມອີກ
No live streaming currently available